ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ

14:43 | 03/07/2024

ຍສໝ ​- ຕາມ​ນັ້ນ​ແລ້ວ, ກ່ອນ​ການ​ສອບ​ເສັງທ້າຍສົກຮຽນ​ ປີ 2024, ນັກ​ສຶກສາ​ ລາວ​ ຈາກບັນດາ​ມະຫາວິທະຍາ​ໄລ​ໃນນະຄອນ ດາ​ນັງ ​ຫຼາຍ​ຄົນ​ໄດ້​ໄປ​ວັດ​ ຕາມບາວ ​ເພື່ອ​ຖະຫວາຍ​ທູບ​ທຽນ, ໄຫວ້ພະພຸດທະເຈົ້າ, ຈູດ​ທູບ​ທຽນ ​ແລະ​ ໂຄມ​ໄຟ​ເພື່ອອະທິຖານ​ ແລະ ປະຕິບັດນັ່ງຕັ້ງສະມາທິ​ເພື່ອ​ໃຫ້​ຮູ້ສຶກ​ທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ​ກ່ອນ​ເຂົ້າຫ້ອງ​ສອບ​ເສັງ.

ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.
ນັກສຶກສາ ອາເມລິກາ ຮຽນຮູ້ປະຫວັດສາດ, ນະວັດຕະກຳ ແລະ ຂະບວນການພັດທະນາຂອງຫວຽດນາມ
ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ

ນັກສຶກສາ ລາວ ຝຶກການຫາຍໃຈ ເພື່ອຊ່ວຍໃຫ້ເຂົາເຈົ້າຮູ້ສຶກ​ທຸ່ນທ່ຽງ ແລະ ໝັ້ນໃຈຕົນເອງກ່ອນເຂົ້າຫ້ອງສອບເສັງ

ພຣະອາຈານ ທິກຟາບຫຽວ, ເຈົ້າອາວາດວັດ ຕາມບາວ ແລະ ພະ ທັດສະພອນ ໄຊຍະລາດ ໄດ້ໃຫ້ກຳລັງໃຈ ແລະ ມັດແຂນ ເພື່ອອວຍພອນໃຫ້ນ້ອງໆນັກສຶກສາທີ່ຕັ້ງໃຈຮໍ່າຮຽນ ແລະ ເສັງໄດ້ຄະແນນດີ.

ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ

ພະສົງມັດແຂນເພື່ອອວຍພອນນັກສຶກສາ ລາວ

ນ້ອງໆນັກສຶກສາຍັງໄດ້ຮັບການແນະນຳໃຫ້ຝຶກວິທີການຕັ້ງສະມາທິ ແລະ ການຫາຍໃຈດ້ວຍສະຕິ ເພື່ອຊ່ວຍໃຫ້ເຂົາເຈົ້າ​ທຸ່ນທ່ຽງ ແລະ ໝັ້ນໃຈຕົນເອງກ່ອນເຂົ້າຫ້ອງສອບເສັງ.

​ເປັນ​ທີ່​ຮູ້​ກັນ​ວ່າ ປະຈຸ​ບັນ ນະຄອນ ດາ​ນັງ ມີ​ນັກ​ສຶກສາ​ ລາວ 400 ກວ່າ​ຄົນ​ພວມ​ກະກຽມ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ທ້າຍສົກຮຽນ ​ປີ 2024. ​ໃນ​ໂອກາດ​ນີ້, ​ເຂົາ​ເຈົ້າ​ລ້ວນ​ແຕ່​ໄປ​ວັດ ​ຕາມບາວ ​ເພື່ອ​ອະທິຖານ, ກໍ່ຄື​ເປັນ​ການ​ເຊື່ອມ​ຕໍ່ເຂົ້າ​ກັບ​ປະຊາ​ຄົມ​ນັກ​ສຶກສາ ​ລາວ ​ແລະ ຫວຽດນາມ.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ຍສໝ - ງານມະຫະກຳກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ຄັ້ງ​ທີ 13 ຈະໄດ້ດຳເນີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 9 ມິຖຸນາ 2024 ຢູ່​ນະຄອນ​ ດາ​ນັງ. ງານມະຫະກຳຄັ້ງ​ນີ້​ມີ​ນັກ​ກິລາ ​ແລະ ຄູ​ເຝິກ 1.300 ກວ່າ​ຄົນຂອງຄະນະກິລາ​ທີ່​ມາ​ຈາກ 10 ປະ​ເທດ​ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ...

ກົງສຸນໃຫຍ່ ລາວ ປະຈໍານະຄອນ ດານັງ ອວຍພອນງານບຸນໃຫຍ່ວັນວິສາຂະບູຊາ ກົງສຸນໃຫຍ່ ລາວ ປະຈໍານະຄອນ ດານັງ ອວຍພອນງານບຸນໃຫຍ່ວັນວິສາຂະບູຊາ

ຍສໝ - ຄະນະກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ນະຄອນ ດານັງ ນຳໂດຍ ກົງສຸນໃຫຍ່ ທ່ານ ສຸພັນ ຫາດາວເຮືອງ ໄດ້ເຂົ້າອວຍພອນ ແລະ ບູຊາໃນບຸນວິສາຂະບູຊາ Vesak 2568 – 2024 ທີ່ວັດ ຕາມບາວ, ...

ມິງດຶກ

ເຫດການ
302 Found

Found

The document has moved here.