ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ

15:24 | 03/07/2024

ຍສໝ - ວັນທີ 1 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມອບຫຼຽນກາລະນຶກ “ເພື່ອພາລະກິດການສຶກສາ” ໃຫ້ແກ່ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສະຫະປະຊາຊາດ (UNICEF) ປະຈໍາ ຫວຽດນາມ. ລາງວັນ​ດັ່ງກ່າວ​ແມ່ນ​ເພື່ອຮັບ​ຮູ້ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ທ່ານສຳລັບການ​ສຶກສາ, ​ເດັກນ້ອຍ ເວົ້າສະເພາະ ​ແລະ ປະເທດ ຫວຽດນາມ ​ເວົ້າ​ລວມ ​ໃນ​ໄລຍະ​ທີ່ຜ່ານມາ​.

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ
ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ​ຫຼຽນ​ກາລະນຶກ, ທ່ານ​ລັດຖະມົນຕີ ຫງວຽນ​ກິມ​ເຊີນ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທີ່​ທ່ານ​ນາງ Rana Flowers ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ຕາງໜ້າ​ອົງການ UNICEF ຫວຽດນາມ ​ໄດ້​ເປັນຫຼັກຖານພະຍານໃນ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ລະບົບ​ການ​ສຶກສາ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ. ​ໃນ​ໄລຍະ​ນີ້, ຫວຽດນາມ ​ໄດ້​ຮັບ​ບັນດາການ​ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ຫຼາຍ​ຢ່າງ​ຈາກ UNICEF ຫວຽດນາມ, ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ທ່ານ​ ນາງ Rana Flowers, ​ກໍ່ຄື​ການ​ໜູນ​ຊ່ວຍ​ຮັບປະກັນ​ການ​ສຶກສາ​ໃຫ້​ແກ່​ເດັກ​ນ້ອຍ ​ບໍ່​ຂາດວັກຂາດຕອນ.

ນັ້ນກໍ່​ແມ່ນການ​ໜູນ​ຊ່ວຍການ​ກໍ່ສ້າງ​ບັນດາມາດຕະຖານ​ຄວາມ​ປອດ​ໄພ​ຂອງ​ໂຮງຮຽນ, ຕິດຕາມ ​ແລະ ໜູນ​ຊ່ວຍ​ໂຮງຮຽນ; ໜູນ​ຊ່ວຍການເຊື່ອມຕໍ່ຊັບພະຍາກອນ, ການຝຶກອົບຮົມການສອນອອນລາຍສໍາລັບຄູອາຈານ, ສ້າງຄວາມຫຼາກຫຼາຍຂອງແຫຼ່ງຂໍ້ມູນດິຈິຕອນ ແລະ ໂປຼແກຼມດິຈິຕອນ ແລະ ຂໍ້ລິເລີ່ມອື່ນໆທີ່ໄດ້ໜູນ​ຊ່ວຍການສຶກສາຢ່າງຕັ້ງໜ້າ.

ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ

ທ່ານ​ລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນ​ກິມ​ເຊີນ ປະດັບ​ຫຼຽນ​ກາລະນຶກ “​ເພື່ອ​ພາລະກິດການ​ສຶກສາ” ​ໃຫ້​ ທ່ານ ນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ.

ນອກຈາກນັ້ນ, ທ່ານນາງ Rana Flowers ກໍ່ຍັງໄດ້ສະໜັບສະໜູນກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃນການຮ່ວມມືດ້ານການສຶກສາກັບພາກພື້ນ ແລະ ສາກົນ ເຊັ່ນ: ໜູນຊ່ວຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ດຳລົງຕຳແໜ່ງປະທານການສຶກສາ ອາຊຽນ ຢ່າງສຳເລັດຜົນ; ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ແຫ່ງ​ຊາດ​ ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວກັບການ​ຫັນປ່ຽນ​ດ້ານ​ການ​ສຶກສາ​ທົ່ວ​ໂລກ (TES Summit) ແລະ ໜູນຊ່ວຍກະຊວງ​ສຶກສາ​ ​ແລະ ບຳລຸງ​ສ້າງ​ ໃນການສ້າງຄຳ​ໝັ້ນສັນຍາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນປ່ຽນ​ດ້ານ​ການ​ສຶກສາ​ ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້.

ບັນດາຄວາມມານະພະຍາຍາມຂອງທ່ານນາງ Rana Flowers ຍັງໄດ້ສະແດງໃຫ້ເຫັນໃນການສົ່ງເສີມຄຸນນະພາບ, ທັກສະການຫັນປ່ຽນ ແລະ ຄວາມສະເໝີພາບໃນການສຶກສາສຳລັບເດັກທີ່ດ້ອຍໂອກາດ, ໂດຍສະເພາະແມ່ນເດັກພິການ ແລະ ເດັກນ້ອຍຊົນເຜົ່າສ່ວນໜ້ອຍ; ຍົກສູງສຸຂະພາບທາງດ້ານຈິດໃຈ, ເຊື່ອມໂຍງຍິງຊາຍ, ຄວາມແຕກຕ່າງໃຫ້ແກ່ນັກຮຽນ ແລະ ຄູອາຈານ; ຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ເດັກນ້ອຍ; ສົ່ງ​ເສີມ​ພື້ນຖານການ​ສຶກ​ສາ​ດິ​ຈິ​ຕອນ ​ແລະ​ ການ​ເງິນ​ການ​ສຶກ​ສາ ...

ທ່ານ​ລັດຖະມົນຕີ ຫງວຽນ​ກິມ​ເຊີນ ໄດ້ອວຍພອນໃຫ້ທ່ານ​ນາງ Rana Flowers ປະສົບ​ຜົນສຳ​ເລັດ​ໃນ​ໄລຍະ​ໃໝ່, ສືບ​ຕໍ່​ເອົາໃຈໃສ່ ​ແລະ ໜູນ​ຊ່ວຍ​ການ​ສຶກສາ, ​ເດັກນ້ອຍ ຫວຽດນາມ ​ແລະ ການ​ສຶກສາ, ​ເດັກນ້ອຍ​ໃນ​ທົ່ວ​ໂລກ.

ໂດຍມີຄວາມຮູ້ສຶກຕື້ນຕັນໃຈທີ່​ໄດ້​ຮັບ​ຫຼຽນ​ກາລະນຶກ “​ເພື່ອ​ພາລະກິດ​ການ​ສຶກສາ”, ທ່ານ​ນາງ Rana Flowers ​ໄດ້ສະແດງຄວາມຂອບ​ໃຈ​ຕໍ່ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ທີ່​ໄດ້​ໃຫ້ການໜູນຊ່ວຍ ​ແລະ ຮ່ວມເດີນທາງ​ກັບ​ທ່ານ ​ແລະ ອົງການ UNICEF ​ໃນ​ຕະຫຼອດເວລາທີ່​ຜ່ານ​ມາ. ທ່ານ​ໃຫ້ຮູ້​ວ່າ ນີ້​ແມ່ນ​ຄວາມເປັນກຽດ​ຂອງທ່ານ ​ແລະ ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນລະຫວ່າງ UNICEF ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ.

ໂດຍຫວນຄືນໄລຍະເວລາເຮັດວຽກຢູ່ ຫວຽດນາມ ແລະ ບັນດາຜົນງານທີ່ບັນລຸໄດ້ໃນການນຳການສຶກສາຢ່າງສະເໝີພາບມາໃຫ້ແກ່ເດັກນ້ອຍ ຫວຽດນາມ ໄດ້ເຂົ້າເຖິງ, ທ່ານນາງ Rana Flowers ສະແດງຄວາມເຊື່ອໝັ້ນວ່າ ຈະມີການເຄື່ອນໄຫວຮ່ວມມືລະຫວ່າງ UNICEF ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ, ໂດຍຜ່ານນັ້ນ ​ຈຶ່ງສາມາດ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ​ໄດ້ຫຼາຍກວ່າ​ເກົ່າ.

“ການສຶກສາແມ່ນຢູ່ໃນຫົວໃຈ ແລະ ແຕ່ລະບາດກ້າວເດີນຂອງພວກເຮົາສະເໝີ”, ທ່ານນາງ Rana Flowers ໃຫ້ຮູ້ວ່າ ຈະນຳເອົາປະສົບການ ແລະ ໝາກຜົນແຫ່ງການຮ່ວມມືຢູ່ ຫວຽດນາມ ໄປນຳໃຊ້ສູ່ປະເທດທີ່ຕົນຈະປະຕິບັດໜ້າທີ່ຕໍ່ຈາກ ຫວຽດນາມ ດ້ວຍຄວາມຫວັງ ​ຈະໄດ້ເຫັນ​ຜົນສຳ​ເລັດ​ດ້ານ​ການ​ສຶກສາ ​ແລະ​ ຂອງເດັກນ້ອຍ​ຫຼາຍ​ກວ່າ​ເກົ່າ.

ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ສະຫະພັນ​ແມ່ຍິງ ​ຫວຽດນາມ ປະຈຳ ສາທາລະນະລັດສະຫະພັນ ເຢຍລະ​ມັນ ​ໄດ້​ຈັດ​ວັນບຸນຊຸດເສື້ອຍາວໃຫ້ແກ່​ເອື້ອຍນ້ອງແມ່ຍິງ ດ້ວຍ​ຫົວ​ຂໍ້​ວ່າ “ອ່ອນໂຍນສີສັນລະດູ​ບານໃໝ່ 2024”.

ປີໃໝ່ 2024: ມິດຕະພາບອັນອົບອຸ່ນ ລະຫວ່າງ ສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ຝະລັ່ງ ປີໃໝ່ 2024: ມິດຕະພາບອັນອົບອຸ່ນ ລະຫວ່າງ ສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ຝະລັ່ງ

ຍສໝ - ວັນທີ 7 ກຸມພາ, ຄະນະຜູ້ແທນສະຖານທູດລາວ ປະຈໍາ ຝະລັ່ງ ໂດຍທ່ານ ເອກອັກຄະລັດຖະທູດ ຟ້າມບີ່ງມິງ ຊີ້ແຈ້ງວ່າ ໄດ້ມາເຖິງສະຖານທູດ ຫວຽດນາມ ປະຈໍາ ຝະລັ່ງ ເພື່ອອວຍພອນປີໃໝ່ 2024 ດ້ວຍບັນຍາກາດອັນອົບອຸ່ນ ແລະ ສະໜິດສະໜົມ.

ມິງດຶກ

ເຫດການ
302 Found

Found

The document has moved here.