ວຽກ​ງານ​ການ​ຕ່າງ​ປະ​ເທດ​ ໃນ​ເຄິ່ງຕົ້ນປີ​​​ປີ 2024: ຂີດໝາຍຮ່ວມເດີນທາງພ້ອມກັບປະເທດຊາດ

14:13 | 04/07/2024

ຍສໝ - ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ໂລກມີການຜັນແປ, ວຽກງານການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ໃນ 6 ​ເດືອນ​ຕົ້ນ​ປີ 2024 ສືບ​ຕໍ່​ສ້າງ​ສະພາບ​ການ​ການ​ຕ່າງປະ​ເທດ​ທີ່ປະສົບ​ຜົນສຳ​ເລັດ​ຢ່າງ​ໜ້າປະທັບໃຈ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​​ນໍາປະ​ເທດ​ຫວຽດນາມ ​ໃຫ້​ມີ​ທ່າ​ແຮງ, ທີ່​ຕັ້ງ ​ແລະ ມີຄວາມໄວ້ວາງໃຈຈາກສາກົນ​ຄື​ປະຈຸ​ບັນນີ້.

​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ ​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ
ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ

​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ໂລກທີ່ມີການຜັນແປ, ວຽກງານການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ໃນ 6 ​ເດືອນ​ຕົ້ນ​ປີ 2024 ສືບ​ຕໍ່​ສ້າງ​ສະພາບ​ການ​ການ​ຕ່າງປະ​ເທດ​ທີ່ປະສົບ​ຜົນສຳ​ເລັດ​ຢ່າງ​ໜ້າປະທັບໃຈ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​​ນໍາປະ​ເທດຫວຽດນາມ ໃຫ້​ມີ​ທ່າ​ແຮງ, ທີ່​ຕັ້ງ ​ແລະ ມີຄວາມໄວ້ວາງໃຈຈາກສາກົນ​ຄື​ປະຈຸ​ບັນນີ້.

 Thủ tướng Phạm Minh Chính và Thủ tướng Australia Anthony Albanese trao đổi tuyên bố về việc nâng cấp quan hệ hai nước lên Đối tác chiến lược toàn diện, tại thủ đô Canberra ngày 7/3. (Ảnh:Tuấn Anh)  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ ອານໂທນີ ອາບານເນັດ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການຍົກລະດັບການພົວພັນ ລະຫວ່າງ 2 ປະເທດຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢູ່ ນະຄອນ ຄັນເບີລາ, ວັນທີ 7 ມີນາ,. (ພາບ: ຕວນແອງ)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ ອານໂທນີ ອາບານເນັດ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການຍົກລະດັບການພົວພັນ ລະຫວ່າງ 2 ປະເທດຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢູ່ ນະຄອນ ຄັນເບີລາ, ວັນທີ 7 ມີນາ. (ພາບ: ຕວນແອງ)

ຫວຽດນາມ ​ມີປີໜື່ງ​ທີ່ເຕັມໄປດ້ວຍຄວາມຟົດຟື້ນ​ໃນ​ປີ 2023, ດ້ວຍ​ບັນດາ​ຜົນງານ​ທີ່​ດີ​ເດັ່ນ​ຢູ່ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ພົວພັນຕ່າງປະ​ເທດ ​ແລະ ການ​ທູດ. ທີ່​ກອງ​ປະຊຸມ​ການ​ທູດ​ ຄັ້ງ​ທີ 32 ​ໃນ​ວັນ​ທີ 19 ທັນວາ 2023, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ນັບ​ແຕ່​ຫຼັງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13, ພິ​ເສດ​ແມ່ນ​ຮອດ​ປີ 2023, ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ “ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ ມີຄວາມຫມາຍທາງ​ປະຫວັດສາດ, ເຊິ່ງໄດ້ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ທີ່​ໜ້າ​ປະ​ທັບ​ໃຈຕໍ່ບັນດາໝາກຜົນ ແລະ ຜົນສຳເລັດລວມຂອງປະເທດຊາດ”. ພື້ນຖານ, ທ່າແຮງ, ທີ່ຕັ້ງ, ຄວາມໄວ້ວາງໃຈຂອງສາກົນ ແລະ ຜົນສຳເລັດແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ວຽກງານພົວພັນຕ່າງປະເທດ ແລະ ການທູດ ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ ໃນປີ 2024 ແລະ ຊຸມປີຕໍ່ໜ້າ.

ປີ 2024 ​ແມ່ນ​ປີ​ທີ່​ສຳຄັນ, ​ມີຄວາມໝາຍ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໃຫ້​ສຳ​ເລັດ​ຜົນ ​ແລະ ກະກຽມ​ທຸກ​ດ້ານ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ. ມີ​ໂອກາດ ​ແລະ ຄວາມ​ສະດວກ​ອັນ​ໃຫຍ່​ຫລວງ, ​ແຕ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ, ສີ່ງທ້າ​ທາຍ ​ແລະ ຄວາມ​ກົດ​ດັນ​ຫລາຍ​ຢ່າງ. ໂລກກໍາລັງປະເຊີນກັບຈຸດຫັນປ່ຽນ, ກ້າວໄປສູ່ສະພາບການໃຫມ່, ມີການພັດທະນາທີ່ສັບສົນ, ບໍ່ຄາດຄິດ ແລະ ບໍ່ເຄີຍມີມາກ່ອນ. ການປະທະກັນຢູ່ຢູເຄຣນ, ເຂດກາຊາ ແລະ ບັນດາຈຸດເຄັ່ງຮ້ອນທີ່ອາດເກີດຂຶ້ນໃນຫຼາຍພາກພື້ນ ປຽບເໝືອນ “ຂຸມດຳ” ອາດຈະດູດຊັບຊັບພະຍາກອນ ແລະ ຄວາມມານະພະຍາຍາມຂອງສາກົນທັງໝົດ, ແກ່ດຶງເອົາບັນດາປະເທດເຂົ້າສູ່ວົງການຍາດແຍ່ງແຂ່ງຂັນ, ການປະເຊີນໜ້າທີ່ເຄັ່ງຮ້ອນ; ໂລກກາຍເປັນຄວາມບໍ່ແນ່ນອນ ແລະ ແບ່ງແຍກ; ເພື້ນຖານເສດຖະກິດຖຶກແບ່ງແຍກ, ການ​ເມືອງມີການຜັນແປ.

ຄວາມຮຽກຮ້ອງການການທີ່ຍົກຂື້ນ​ກ່ຽວ​ກັບ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ແມ່ນ​ຫັນ​ເປັນ​ການ​ຍູ້​ແຮງ, ຊຸກຍູ້​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ປີ 2023, ຍົກຂຶ້ນສູ່​ລະດັບ​ສູງ​ໃໝ່. ​ໃນ​ສະພາບ​ການ​ນັ້ນ, ​ໃນ 6 ​ເດືອນ​ຕົ້ນ​ປີ 2024, ການພົວພັນ​ຕ່າງປະ​ເທດ, ການ​ທູດ​ໄດ້​ຈັດ​ຕັ້ງ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ຖອດ​ຖອນ​ບົດຮຽນ ​ແລະ ທິດ​ທາງ​ໃນ​ກອງ​ປະຊຸມ​ການ​ທູດ ​ຄັ້ງ​ທີ 32, ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ ​ແລະ ພົ້ນ​ເດັ່ນ​ໃນ​ທຸກ​ຂົງ​ເຂດ.

ທີ​ໜຶ່ງ, ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ນໍາໜ້າຂອງວຽກງານ​ການ​ທູດ​ເສດຖະກິດ, ສ້າງ​ກາລະ​ໂອກາດ​ໃໝ່​ເພື່ອ​ພັດທະນາ​ປະ​ເທດຊາດ. ຕອນບ່າຍວັນທີ 2 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເປັນປະທານກອງປະຊຸມກັບບັນດາຫົວໜ້າອົງການຜູ້ຕາງໜ້າຂອງຫວຽດນາມ ຢູ່ຕ່າງປະເທດ ກ່ຽວກັບການຍູ້ແຮງວຽກງານການທູດເພື່ອຮັບໃຊ້ການພັດທະນາປະເທດຊາດໃນປີ 2024. ການຊີ້ນຳ ແລະ ບົດສະຫຼຸບຂອງນາຍົກລັດຖະມົນຕີ, ບົດລາຍງານຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ແລະ ການປະຕິບັດຕົວຈິງດ້ານ​ການ​ທູດ​​ເສດຖະກິດ​ພົ້ນເດັ່ນໃນ​ໝາກຜົນ​ທີ່​ບັນລຸ​ໄດ້.

ກະຊວງ​ການ​ຕ່າງປະ​ເທດ ພ້ອມກັບບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ ຜັນ​ຂະຫຍາຍ​ຢ່າງຮອບດ້ານ, ຄົບຊຸດ, ເຂົ້າສູ່ລວງເລິກ, ທັງ​ເສີມຂະຫຍາຍ, ທັງເຮັດ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ຂົງ​ເຂດ​, ກຳລັງຜັກດັນການ​ເຕີບ​ໂຕ​ແບບດັ້ງເດີມຄື​ ການ​ລົງທຶນ, ການ​ສົ່ງ​ອອກ, ການ​ບໍລິ​ໂພ​ກ. ພ້ອມ​ກັນ​ນັ້ນ, ກໍ່ເອົາທ່າ​ອ່ຽງ​ການ​ພັດ​ທະ​ນາ, ຊຸກຍູ້ການ​ຊອກ​ຫາ​ທ່າແຮງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໃໝ່​ເຊັ່ນ: ເສດ​ຖະ​ກິດ​ດິ​ຈິ​ຕອນ, ເສດ​ຖະ​ກິດ​ສີຂຽວ, ເສດ​ຖະ​ກິດ​ໜູນວຽນ, ເສດ​ຖະ​ກິດພູມປັນຍາ; ​ເປີດ​ກວ້າງ​ທິດ​ທາງ​ໃໝ່, ຂຸດ​ຄົ້ນ​ບັນດາ​ຂະ​ແໜງ​ການ​ໃໝ່ (​ເຕັກ​ໂນ​ໂລ​ຊີ​ສູງ, ນະ​ວັດ​ຕະ​ກຳ, ປັນຍາ​ປະດິດ, ໄຮ​ໂດ​ເຈນ...), ຕະຫຼາດ​ທີ່​ມີ​ທ່າ​ແຮງ​ໃໝ່, ພັດທະນາ​ຂະແໜງການທີ່ຖຶກຕ້ອງຕາມກົດໝາຍ. ໝາກຜົນ​ໄດ້​ບັນລຸ​ໃນ​ເບື້ອງ​ຕົ້ນ, ​ແຕ່​ສັນຍາ​ວ່າ​ຈະ​ສ້າງ​ກາລະ​ໂອກາດ​ໃໝ່​ເພື່ອ​ພັດທະນາ​ປະ​ເທດຊາດ.

ຈຸດ​ພົ້ນ​ເດັ່ນ​ຂອງ​ປີ 2023 ທີ່​ສືບ​ຕໍ່​ເສີມຂະຫຍາຍ​ໃນ 6 ​ເດືອນ​ຕົ້ນ​ປີ 2024 ​ແມ່ນ​ເນື້ອ​ໃນ​ທາງດ້ານ​ເສດຖະກິດ​ມີ​ບົດບາດເປັນ​ໃຈກາງ​ໃນ​ການເຄື່ອນໄຫວ​ພົວພັນ​ຕ່າງປະ​ເທດ ​ແລະ ​ການ​ທູດ​ຂັ້ນ​ສູງ. ວຽກງານຍົກລະດັບ ແລະ ຍົກສູງການພົວພັນທາງການທູດ, ພິເສດແມ່ນກັບບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການເປີດກວ້າງ ແລະ ນຳການຮ່ວມມືພັດທະນາເສດຖະກິດເຂົ້າສູ່ລວງເລິກ ຕິດພັນກັບບັນດາຄຳໝັ້ນສັນຍາ, ໂຄງການ, ຜະລິດຕະພັນ, ດຶງດູດແຫຼ່ງການເງິນ ແລະ ການລົງທຶນ; ດ້ວຍ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ຢ່າງ, ສອດຄ່ອງ​ກັບ​ທ່າ​ອ່ຽງ​ໃໝ່​ເຊັ່ນ: ​ເສດຖະກິດ​ດີ​ຈີ​ຕອນ, ​ເສດຖະກິດ​ສີຂຽວ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ​ ODA ລຸ້ນ​ໃໝ່...

ວຽກງານການ​ທູດ​ເສດຖະກິດໄດ້​ເປັນເຈົ້າການ ​ແລະ ​ເປັນ​ຂົວ​ຕໍ່​​ຊ່ວຍ, ຊຸກຍູ້, ​ໂຄສະນາ, ລົບ​ລ້າງ “​ຈຸດຂອດ”, ສິ່ງ​ກີດຂວາງ​ດ້ານ​ການ​ຄ້າ, ຟື້ນ​ຟູ ​ແລະ ​ເປີດ​ກວ້າງ​ຕະຫຼາດ, ຊອກງຫາ​ທິດ​ທາງ​ໃໝ່, ກໍ່ສ້າງ, ພັດທະນາ ​ແລະ ປົກ​ປັກ​ຮັກສາ​ບັນດາ​ເຄື່ອງໝາຍ​ການ​ຄ້າ... ໃຫ້ບັນດາຂະແໜງການ, ຂອບເຂດທ້ອງຖີ່ນທຸລະກິດ; ແກ້ໄຂໃນລະບົບຕ່ອງໂສ້ການສະຫນອງ ແລະ ລະບົບຕ່ອງໂສ້ການຜະລິດທົ່ວໂລກ. ພ້ອມ​ນັ້ນ, ການ​ທູດ​ດ້ານ​ເສດຖະກິດ​ກໍ່ໄດ້​ປະກອບສ່ວນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ເຂົ້າ​ໃນ​​ການ​ພົວພັນ​ດ້ານ​ເສດຖະກິດ​ກັບ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ; ຮັກສາ​ສະພາບການ​ການພົວພັນ​ຕ່າງປະ​ເທດ​ທີ່​ສະດວກ​ເພື່ອ​ພັດທະນາ​ປະ​ເທດ​ຊາດ.

 Bộ trưởng Bùi Thanh Sơn phát biểu tại Phiên họp cấp cao Khóa họp 55 Hội đồng Nhân quyền Liên hợp quốc, ngày 26/2 tại Geneva, Thụy Sỹ. (Ảnh: Nhất Phong)  ທ່ານ​ລັດຖະມົນຕີ ບຸຍແທ່ງເຊິ່ນ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ລະດັບ​ສູງ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 55 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 26 ກຸມພາ ຢູ່​ນະຄອນ ຈີເນີວ່າ ປະ​ເທດ​ສະ​ວິດ. (ພາບ: ເຢີດຟ່ອງ)

ທ່ານ​ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂັ້ນສູງ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 55 ຂອງ​ສະພາ​ສິດທິ​ມະນຸດ​ ສະຫະ​ປະຊາ​ຊາດ​ ໃນ​ວັນ​ທີ 26 ກຸມພາ ຢູ່​ນະຄອນ ເຈີແນວ ປະ​ເທດ​ສະ​ວິດ. (ພາບ: ເຢີດຟ່ອງ)

ທີສອງ, ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເລິກ​ເຊິ່ງ ທັງ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ. ການ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ເຄື່ອນ​ໄຫວ​ທາງ​ການ​ທູດ, ພິ​ເສດ​ແມ່ນ​ຢູ່​ລະດັບ​ສູງ, ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ຢູ່​ບັນດາ​ເວທີ​ປາ​ໄສ ​ແລະ ກົນ​ໄກ​ຫຼາຍ​ຝ່າຍ​ສຳຄັນ​ຄື: ສະຫະ​ປະຊາ​ຊາດ, ອາ​ຊຽນ, ​ແລະ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) Davos 2024 ) ປີ 2024... ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ບັນດາ​ອົງການ​ສາກົນ ​ແລະ ພາກ​ພື້ນ​ຄື: ກອງ​ປະຊຸມ​ໃຫຍ່​ສະຫະ​ປະຊາ​ຊາດ, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ, UNESCO, ອາ​ຊຽນ...; ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ປະກອບສ່ວນ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ຄື: ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກູ້​ຊີບ, ກູ້​ໄພ, ຮັກສາ​ສັນຕິພາບ​ຢູ່​ອາ​ຟຼິກາ...

ຫວຽດນາມ ​ໄດ້​ສໍາ​ເລັດ​ການໄປ​ຢ້ຽມຢາມ​ຕ່າງປະ​ເທດ​​ ​ຂອງ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​ແລະ ​ໄດ້​ຕ້ອນຮັບ​ປະມຸກ​ລັດ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ຫຼາຍ​ປະ​ເທດ​ມາ​ຢ້ຽມຢາມ​ຫວຽດນາມ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ທູດ, ການປ້ອງ​ກັນຊາດ-ປ້ອງກັນ​ຄວາມ​ສະຫງົບ...; ສືບ​ຕໍ່​ລົງ​ເລິກ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ໃຫ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ໝັ້ນຄົງ ​ແລະ ຍືນ​ຍົງ.

ບັນຫາການຄັດແຍ້ງ​ກັນ​ທີ່​ເພີ່ມ​ຂຶ້ນ​ໄດ້​ເຮັດ​ໃຫ້​ໂລກມີການ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ, ເຮັດ​ໃຫ້​ຫວຽດ​ນາມ ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ສັບ​ສົນ ແລະ ລະອຽດ​ອ່ອນ. ສະພາບ​ການ, ທີ່ຕັ້ງໃໝ່​ຂອງ​ປະ​ເທດຊາດ ແລະ ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ຂະຫຍັນຂັນເຄື່ອນ ແລະ ສະຫຼາດ​ສ່ອງ​ໃສ, ຊ່ວຍ​ໃຫ້ ຫວຽດນາມ ຂຸດ​ຄົ້ນ​ບັນດາ​ຄວາມ​ສາມັກຄີ, ​ແກ້​ໄຂ​ຄວາມ​ແຕກ​ຕ່າງ ​ແລະ ບັນຫາ​ທີ່​ເກີດ​ຂຶ້ນ, ພິ​ເສດ​ແມ່ນ​ກັບ​ບັນດາ​ປະ​ເທດ​ໃຫຍ່, ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

ວຽກງານການ​ເພີ່ມ​ທະວີ, ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ຫຼາຍ​ຝ່າຍ ​ແລະ ສອງ​ຝ່າຍ ໄດ້ສ້າງ​ສະພາບ​ການ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຢ່າງ​ເປີດ​ກ້ວາງ, ຮອບດ້ານ ​ແລະ ໝັ້ນຄົງ, ຢືນຢັນ​ຖານະ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ປະ​ເທດຊາດ​ໃນ​ເວທີ​ສາກົນ. ໝາກຜົນ​ສຳຄັນ​ທີ່​ສຸດ​ແມ່ນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ, ມິດຕະພາບ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ.

ທີ​ສາມ, ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ທາງ​ການ​ທູດ​ວັດທະນະທຳ, ນຳ​ຫວຽດນາມ​ອອກ​ສູ່​ໂລກ, ດຶງ​ດູດໂລກມາຍັງຫວຽດນາມ​. ມູນເຊື້ອ ​ແລະ ສີສັນ​ວັດທະນະທຳ​ຂອງ​ຊາດ “ພື້ນຖານ​ດ້ານ​ຈິດ​ໃຈ” ສືບ​ຕໍ່​ແຜ່​ຂະຫຍາຍ​ໃນ​ການ​ພົວພັນ​ສາກົນ, ​ແມ່ນ​ກຳລັງ​ແຮງ, ​ເປັນ​ວິທີ​ທີ່​ມີ​ປະສິດທິ​ຜົນ​ ເພື່ອ​ຈາກ​ໃຈ​ເຖິງ​​ໃຈ, ​ພິຊິດໃຈຄູ່​ຮ່ວມ​ມື, ກຳນົດ​​ທີ່ຕັ້ງແບບ​ຍືນ​ຍົງ​ຂອງ​ຫວຽດນາມ ​ໃນ​ໃຈ​ເພື່ອນ​ມິດ. ໃນ 6 ເດືອນຕົ້ນປີ 2024, ຫຼາຍເຫດການວັດທະນະທຳສາກົນໄດ້ຈັດຂຶ້ນຢູ່ ຫວຽດນາມ ແລະ ບັນດາເຫດການວັດທະນະທຳ ຫວຽດນາມ ໄດ້ຈັດຂຶ້ນຢູ່ຕ່າງປະເທດ; ມໍລະດົກທາງດ້ານແນວຄິດ, ຄຸນສົມບັດ​, ສິນ​ທຳ ​ແລະ ການ​ເປັນແບບຢ່າງ​ຂອງປະທານ ​ໂຮ່ຈີ​ມິນ ສືບ​ຕໍ່​ໄດ້​ຮັບ​ເຊີດຊູ​ໃນ​ໂລກ; ພາສາຫວຽດໄດ້ສອນຢູ່ບາງມະຫາວິທະຍາໄລ ແລະ ໄດ້ກາຍເປັນພາສາທາງການຂອງບາງທ້ອງຖິ່ນຢູ່ຕ່າງປະເທດ.

ວັດທະນະທຳ ຫວຽດນາມ ທັງ​ຮັກສາ​ເອກະລັກ​ຂອງ​ຕົນ ​ແລະ ​ເສີມ​ຂະຫຍາຍ​ດ້ວຍ​ການ​ເລືອກ​ເຟັ້ນ​ເອົາ​ບັນດາ​ເນື້ອ​ໃນ​ວັດທະນະທຳ​ຈາກ​ພາຍ​ນອກ, “​ເຊື່ອມ​ໂຍງ ​ແຕ່​ບໍ່ສະຫຼາຍ”. ຜ່ານ​ການ​ພົວພັນ​ທາງ​ການ​ທູດ​ດ້ານ​ວັດທະນະທຳ, ​ເຜີຍ​ແຜ່​ບັນດາ​ຮູບ​ພາບ ​ແລະ ສານ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ດ້ວຍ​ມູນເຊື້ອມະນຸດສະທຳ, ມີ​ນ້ຳ​ໃຈ​ສາມັກຄີ, ຮັກ​ຫອມ​ສັນຕິພາບ, ອຸດົມ​ສົມ​ບູນ​ດ້ວຍ​ສີສັນເອກະລັກ​ສະ​ເພາະ, ​ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນ​ນຳຫວຽດນາມ ອອກສູ່ໂລກ ​ແລະ ດຶງ​ດູດ​ຊາວ​ໂລກ​ມາຍັງ​ຫວຽດນາມ.

​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​ໃນ​ວັນ​ທີ 25 ເມສາ, ທ່ານ​ນາງ Simonaa-Mirela Miculescu ປະທານ​ກອງ​ປະຊຸມ​ໃຫຍ່ UNESCO ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໜ້າ​ເຊື່ອ​ຖື ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ UNESCO; ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ການ​ປະຕິບັດ​ບັນດາ​ການ​ຜັນຂະຫຍາຍເຄື່ອນ​ໄຫວ​ຂອງ UNESCO, ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ເຊື່ອໝັ້ນຈາກ​ເພື່ອນ​ມິດສາ​ກົນ.

Vụ Ngoại giao Văn hóa và UNESCO được vinh danh tại Chương trình Vinh quang Việt Nam.  ກົມ​ການ​ທູດ​ວັດທະນະທຳ ​ແລະ UNESCO ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໃນ​ລາຍການ​ກຽດຕິຍົດ​ຫວຽດນາມ.
ກົມ​ການ​ທູດ​ວັດທະນະທຳ ​ແລະ UNESCO ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໃນ​ລາຍການ​ກຽດຕິຍົດ​ຫວຽດນາມ.

ວັນ​ທີ 11 ມິຖຸນາ​, ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດ້ວຍ​ຄະ​ແນນ​ສຽງ​ທີ່ສູງ, ​ເປັນ​ຮອງ​ປະທານ​ກອງ​ປະຊຸມ​ໃຫຍ່​ຂອງ​ສົນທິສັນຍາ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ເປັນວັດຖຸ ​ປີ 2003. ດັ່ງ​ນັ້ນ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ 6 ກົນ​ໄກ​ສຳຄັນ​ຂອງ UNESCO; ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ຂະ​ບວນການ​ຄຸ້ມ​ຄອງ​ການ​ກໍ່ສ້າງ, ຜ່ານ​ບັນດາການຕົກລົງ​ສຳຄັນ​ຂອງ UNESCO.

ບັນດາ​ໝາກຜົນ​ທີ່​ໄດ້​ຮັບ​ນັ້ນ​ແມ່ນ​ຫຼັກ​ຖານຢັ້ງຢືນໃຫ້ເຫັນ​ກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ການ​ທູດ​ວັດທະນະທຳ​ຫວຽດນາມ; ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ແນວທາງ​ການ​ເຄື່ອນ​ໄຫວ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເວົ້າ​ລວມ, ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ເວົ້າ​ສະ​ເພາະ.

ທີ​ສີ່, ຊຸກຍູ້​ການ​ເຮັດ​ວຽກ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ເຊື່ອມ​ໂຍງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ ​ແລະ ດຶງ​ດູດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ພັດທະນາ​ປະ​ເທດຊາດ. ປີ 2024 ​ແມ່ນ​ປີ​ຄົບຮອບ 20 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ມະຕິ​ເລກທີ 36-NQ/TW ລົງ​ວັນ​ທີ 26/3/2004 ຂອງ​ກົມ​ການ​ເມືອງ (​ສະໄໝທີ IX) ກ່ຽວ​ກັບ​ວຽກ​ງານຕໍ່ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ “ກອງ​ປະຊຸມ​ ຢຽນ​ຮົ່ງ” ສຳລັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຄັ້ງ​ທີ 4 ໄດ້ຈັດຂື້ນ​ໃນ​ເດືອນ​ສິງຫາ, ​ເພື່ອ​ແນ​ໃສ່ “ຮ່ວມ​ແຮງຮ່ວມໃຈ​ປະຕິບັດ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ພັດທະນາປະ​ເທດ​ຊາດໃຫ້ປະກົດຜົນເປັນຈິງ”.

ສຳລັບ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່ອາດຂາດ​ໄດ້​ຂອງຊາດຫວຽດນາມ. ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ມີ​ບົດບາດ “ສອງ​ໃນໜື່ງ”, ທັງ​ເປັນ​ກຳລັງ​ພາຍ​ໃນ (ດ້ານ​ວັດຖຸ, ຄວາມ​ຮູ້, ຈິດ​ໃຈ​ສາມັກຄີ, ມຸ່ງ​ໄປ​ເຖິງ​ຖິ່ນ​ຖານບ້ານເກີດ) ​ແລະ ທັງ​ແມ່ນ​ແຫຼ່ງກຳລັງ​ພາຍ​ນອກ​ທີ່​ສຳຄັນ ​ແລະ ​ເປັນ​ຂົວ​ຕໍ່​ຢ່າງ​ມີ​ປະສິດທິ​ຜົນ.

ການຈັດ​ຕັ້ງ​ບັນດາ​ເຫດການ​ດັ່ງກ່າວ ​ແລະ ບັນດາ​ການ​ເຄື່ອນ​ໄຫວຢ່າງ​ເປັນ​ປະຈຳໄດ້ຢືນຢັນ​ວ່າ ພັກ ​ແລະ ລັດ​ຂອງ​ພວກ​ເຮົາ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂອງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ. ສະນັ້ນ, ການດຶງ​ດູດ​ແຫຼ່ງກຳລັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດແຫ່ງການ​ສ້າງສາ, ພັດທະນາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ຮັກສາ ​ແລະ ເສີມຂະຫຍາຍມູນເຊື້ອອັນ​ສະໜິດສະໜົມ​ຂອງ​ຊາວຫວຽດນາມ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ.

Kiều bào cùng Đoàn công tác của Ủy ban Trung ương Mặt trận Tổ quốc Việt Nam thăm huyện đảo Trường Sa, Nhà giàn DK1  ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຄະນະ​ເຮັດ​ວຽກ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ເມືອງເກາະ​ເຈື່ອງ​ຊາ, ​ DK1.

ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ເມືອງເກາະ​ ເຈື່ອງ​ຊາ, ​ເຮືອນຮ້ານ DK1.

ໃນ 6 ເດືອນຕົ້ນປີ 2024, ວຽກງານການພົວພັນຕ່າງປະເທດ ແລະ ການທູດ ໄດ້ຜັນຂະຫຍາຍຢ່າງຮອບດ້ານ ແລະ ມີປະສິດທິຜົນ, ເສີມຂະຫຍາຍ, ຊຸກຍູ້ບັນດາຜົນງານ ແລະ ໝາກຜົນໃນຊຸມປີຜ່ານມາ, ພິເສດແມ່ນໃນປີ 2023 ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່. ໝາກຜົນທີ່ໄດ້ຮັບນັ້ນແມ່ນເນື່ອງຈາກຫລາຍປັດໄຈ.

ກ່ອນອື່ນໝົດແມ່ນນະໂຍບາຍການຕ່າງປະເທດທີ່ຖືກຕ້ອງ; ການ​ຊີ້​ນຳ​ນຳພາ​ຢ່າງ​ເຂັ້ມ​ງວດ ​ແລະ ​ເປັນ​ປະຈຳ​ຂອງ​ການ​ນຳ​ພັກ ​ແລະ ລັດ. ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ການພົວພັນຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ; ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ, ກຳລັງວິຊາການ, ແກ່ນສານ, ກວມລວມ ແລະ ກວ້າງຂວາງ, ເປັນໜຶ່ງໃນຍຸດທະສາດລວມ ​ແລະ ແຜນການ​ເປັນ​ເອກະ​ພາບ.

ຄະນະ​ການ​ທູດ​ໄດ້​ນຳມາເຊິ່ງຄວາມເຂັ້ມຊຸ້ນໄປດ້ວຍສີສັນ​ “ໄມ້​ໄຜ່​ຫວຽດ​ນາມ”, “ຮາກ​ທີ່ໝັ້ນຄົງ, ລຳ​ທີ່ແຂງແກ່ນ, ກິ່ງ​ງ່າອ່ອນໂນ້ມ, ຄຸນ​ລັກ​ສະ​ນະພິເສດ ແລະ ກຳລັງຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ”, ຝັງເລິກໄປ​​ດ້ວຍ​ອຸດົມ​ຄະ​ຕິ ແລະ ແບບ​ແຜນ, ສິ​ລະ​ປະ​ການ​ທູດ​ໂຮ່​ຈິ​ມິນ , ​ແມ່ນ​ພື້ນຖານ​ເພື່ອ​ເສີມຂະຫຍາຍ​ກຳລັງ​ແຮງທີ່ທົນທານ, ​ໝັ້ນຄົງ​ຕໍ່ພາຍຸລົມແດງ, ໄດ້ແຜ່​ລາມ​ບັນດາ​ຄຸນຄ່າ, ຮູບພາບຂອງຫວຽດນາມ ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນມິດ, ນັບ​ມື້​ນັບ​​ມີ​ຄວາມ​ສົນ​ໃຈ ແລະ ຕີລາຄາສູງຈາກເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື.

ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ເປັນແກ່ນສານ​ໃນ​ການຈັດ​ຕັ້ງ ​ແລະ ປະຕິບັດ; ປະຕິບັດ​ວຽກ​ງານ​ດ້ານ​ຂໍ້​ມູນ​ຂ່າວສານ, ​ໂຄສະນາ​ເຜີຍ​ແຜ່ໄດ້ເປັນຢ່າງດີ, ​ກຳເອົາສະພາບ​ການ, ຄົ້ນຄວ້າ, ຄາດ​ຄະ​ເນ ​ແລະ ​ໃຫ້​ຄຳ​ເຫັນ​ຊີ້​ນຳ​ໃຫ້​ພັກ ​ແລະ ລັດ ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ, ວິທີ​ການແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບກ່ຽວກັບຍຸດ​ທະ​ສາດ.

ວຽກ​ງານ​ການ​ພົວພັນຕ່າງ​ປະ​ເທດ ​ແລະ​ ການ​ທູດ​ໄດ້​ຜ່ານ​ຫຼາຍໄລຍະ​ ແລະ​ ເວ​ລາ​ທີ່​ແຕກ​ຕ່າງ​ກັນ, ບໍ່​ສາ​ມາດ​ແບ່ງແຍກ​ອອກຈາກກັນ​ໄດ້​ໃນ​ການ​ເຄື່ອນໄຫວ​​ເປັນ​ເອ​ກະ​ພາບ, ຮ່ວມເດີນທາງ​​ໄປ​ພ້ອມ​ກັບ​ປະ​ເທດຊາດ. ແຕ່ລະຈຸດສໍາຄັນ ແລະ ເຫດການແມ່ນການເຊື່ອມຕໍ່ປະຫວັດສາດກັບຄວາມພະຍາຍາມໃນປະຈຸບັນ ແລະການພົວພັນກັບອະນາຄົດ. 6 ​ເດືອນ​ແມ່ນ​ການ​ປະ​ຕິ​ບັດ​ການ "ຕັດສິ້ນສ່ວນ​" ​ເພື່ອ​ສູ້ຊົນ​ໃນ​ການ​ປະ​ຕິ​ບັດ​, ການ​ທົບ​ທວນ​ຄືນ ​ແລະ ​ຖອດ​ຖອນ​ບົດ​ຮຽນ​ສໍາ​ລັບ​ການ​ເດີນ​ທາງໃນໄລຍະ​ຕໍ່​ໄປ​.

ບົດຮຽນ​ສຳຄັນ​ທີ່​ສຸດ, ຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟາມມິງຈິ້ງ ທີ່​ກອງ​ປະຊຸມ​ການ​ທູດ​ເສດຖະກິດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ຊາດ​ ໃນ​ວັນ​ທີ 2 ເມສາ: “ປ່ຽນແປງໃໝ່ໃນ​ແນວ​ຄິດ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຍຸດ​ທະ​ສາດ, ​ເປັນ​ເອກະ​ພາບ​ໃນ​ຈິດ​ໃຈ ​ແລະ ການ​ກະທຳ; ​ໂອກາດ​ຕ້ອງ​ກໍາໄດ້, ສິ່ງ​ກີດຂວາງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ, ບັນດາ​ວິທີ​ແກ້​ໄຂ​ຕ້ອງ​ເປັນ​ພື້ນຖານ, ການ​ປະຕິບັດ​ຕ້ອງບຸກທະລຸ, ການຜັນຂະຫຍາຍຕ້ອງຕັດສິນໃຈ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ…”.

ໃນໄລຍະ 6 ເດືອນຜ່ານມາ, ວຽກງານການພົວພັນຕ່າງປະເທດ ແລະ ການທູດ ໄດ້ມານະພະຍາຍາມບັນລຸໄດ້ຫຼາຍໝາກຜົນສຳຄັນ, ສ້າງກຳລັງໜູນ ແລະ ສ້າງພື້ນຖານເພື່ອມານະພະຍາຍາມສູ້ຊົນໃຫ້ສຳເລັດບັນດາເປົ້າໝາຍ ແລະ ໜ້າທີ່ວຽກງານຕະຫຼອດປີ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ວຽກ​ງານ​ການພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ຕ້ອງ​ຊຸກຍູ້​ການເສີມຂະຫຍາຍບັນດາ​ໝາກຜົນ, ຜົນງານ; ບໍ່ເພິ່ງພໍໃຈ, ຢຸດເຊົາ, ພະຍາຍາມແກ້ໄຂບັນຫາທີ່ຍັງຄົງຄ້າງ, ຈຳກັດ, ເຊື່ອມຊື່ມຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດຕາມການຊີ້ນຳຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ທີ່​ວ່າ: “ສືບ​ຕໍ່​ປ່ຽນແປງໃໝ່ ​ແລະ ພັດທະນາ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ຫວຽດນາມ ​ໃຫ້​ທັນ​ສະ​ໄໝ, ຮອບດ້ານ, ​ເຂັ້ມ​ແຂງ ​ແລະ ເຂັ້ມຂຸ້ນໄປດ້ວຍສີສັນ “​ໄມ້​ໄຜ່​ຫວຽດນາມ” ​ໃຫ້ເໝາະສົມຫຼາຍກວ່າເກົ່າ ກັບບົດບາດນໍາໜ້າໃນພາລະກິດສ້າງສາ ແລະ ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​; ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ມີໄຊ”.

ຫວຽດນາມ ຍົກ​ສູງ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຫຼາຍ​ຝ່າຍ
ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ

ຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.