ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ

15:13 | 03/07/2024

ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ

ເຮັດການ​ພົວ​ພັນ​ຄູ່​ຮ່ວມແຮກສ່ຽວລະ​ຫວ່າງ​ ແຂວງ ເລີ່ມ​ດົງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ໃຫ້ເລິກເຊິ່ງຂຶ້ນຕື່ມ ເຮັດການ​ພົວ​ພັນ​ຄູ່​ຮ່ວມແຮກສ່ຽວລະ​ຫວ່າງ​ ແຂວງ ເລີ່ມ​ດົງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ໃຫ້ເລິກເຊິ່ງຂຶ້ນຕື່ມ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ ແລະລາວ ເຊິ່ງປະທານ ໂຮ່ຈີມິນ​ໄດ້​ຍ້ອງ​ຍໍ ​ຜ່ານບົດກະວີອະມະຕະ​ທີ່ວ່າ: “ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່ ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍ ຂວາງກັນກໍ່ດຸ່ງໄປ ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກໄວ້ໃນໃຈ ຮົງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້”. ​ໃນ​ຊຸມ​ວັນ​ຕົ້ນ​ເດືອນ​ມິຖຸນາ, ພວກ​ຂ້າພະ​ເຈົ້າ​ໂຊກ​ດີ​ທີ່​ໄດ້​ເຂົ້າ​ຮ່ວມ​ຄະນະປະຕິບັດງານແຂວງ ຮວ່າ​ບິ່ງ ​ໄປ​ຢ້ຽມຢາມ​ແຂວງ​ຫົວ​ພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອຮັບຮູ້ ແລະເຈົ້າໃຈກວ່າກ່ຽວກັບການພົວພັນແບບພິເສດ, ບໍລິສຸດຜຸດຜ່ອງນັ້ນ.

ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ

ລາຍການສິລະປະວັດທະນະທຳພິເສດ, ສ່ອງແສງນໍ້າໃຈສາມັກຄີ, ມິດຕະພາບ, ວັດທະນະທໍາ ຫວຽດນາມ- ລາວ, ເພື່ອ​ຄຳ​ນັບ​ຮັບຕ້ອນຄະນະຜູ້ແທນຂັ້ນສູງແຂວງ ຮວ່າບິ່ງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ, ສປປ ລາວ. ພາບ: hoabinh

ໃນໄລຍະຜ່ານມາ, ແຂວງຮວ່າບິ່ງ​ໄດ້​ຈັດ​​ຄະນະ​ຜູ້​ແທນ​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢຸ່​ແຂວງ​ຫົວພັນ ຫຼາຍຄະນະ. ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ຜູ້​ແທນ​ແຂວງ​ຫົວພັນ​ ໄດ້​ມາຢ້ຽມຢາມ ​ແລະອວຍພອນ​ປີ​ໃໝ່​ແກ່​ຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ຮວ່າ​ບິ່ງ ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ປີ​ໃໝ່​ປີ​ມະໂລງ - 2024. ທ່ານ ຫງວຽນ​ຟີ​ລອງ, ກຳມະການສໍາຮອງຄະນະບໍລິຫານງານ​ສູນ​ກາງ​ພັກ, ເລ​ຂາ​​ພັກ​ແຂວງ ຢັ້ງຢືນ​ວ່າ: ການຢ້ຽມຢາມສ​ປ​ປ ລາວ ຢ່າງເປັນທາງການ ຂອງຄະ​ນະ​ຜູ້​ແທນ​ແຂວງ ຮ​ວ່າ​ບິ່ງ ໄດ້ ​ແມ່ນ​ການ​ເຄື່ອນ​ໄຫວ​ພົວພະັນຕ່າງ​ປະ​ເທດ​ທີ່​ສຳ​ຄັນ, ເປັນຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ແຂວງຮວ່າບິ່ງ-ຫົວພັນ.

​ເລີ່ມເດີນທາງ ​ຈາກ​ໃຈກາງ​ນະຄອນ​ຮວ່າ​ບິ່ງແຕ່ເວລາ 5:00 ​ໂມງ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຮວ່າ​ບິ່ງ ມີ​ບັນດາ​ການ​ນຳ​ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກໍາມະການປະຊາຊົນ​ແຂວງ, ຫ້ອງການຄະນະ​ພັກ​ແຂວງ ​ແລະ ບັນດາ​ພະ​ແນ​ກ,ຂະແໜງການໄດ້ມີໜ້າຢູ່ດ່ານສາກົນ ລ໋ອງ​ເຊິບ (ເຊີນ​ລາ). ​ເມື່ອໄປ​ຜ່ານ​ຫຼັກ​ໝາຍ​ຊາຍ​ແດນ 255 ເຂົ້າ​ປະ​ເທດ​ລາວ ຜູ້ຕາງໜ້າ​ແຂວງ​ຫົວພັນ​ ໄດ້​ຕ້ອນຮັບ​ຄະນະ​ຢູ່​ເຂດ​ດ່ານ​ຊາຍ​ແດນ​ປ່າ​ຮ່າງ, ​ຊົມ​ເຊີຍການ​ຢ້ຽມຢາມ​ຂອງ​ບັນ​ດາ​ສະ​ຫາຍ​ການ​ນຳ​ແຂວງ​ດ້ວຍ​ຊໍ່​ດອກ​ໄມ້​ທີ່​ສົດ​ໃສ ​ແລະ ຄວາມ​ສະໜິດສະໜົມ.

ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ

ການນຳແຂວງຫົວພັນ ແລະສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ, ສປປ ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງ ຮວ່າບິ່ງ ທີ່ມາຢ້ຽມຢາມ ແລະ ເຮັດວຽກ. ພາບ: hoabinh

ນັບ​ແຕ່​ເຂົ້າດິນແດນລາວ ​ຄະ​ນະ​ສືບ​ຕໍ່​ເດີນ​ທາງ​ໄປ​ຍັງໃຈກາງແຂວງຫົວພັນດ້ວຍ​ລົດ​ໂອ​ໂຕ, ​ໃນເວລາກືອບ 3 ຊົ່ວໂມງ. ເປີີດສາກ​ການ​ຢ້ຽມຢາມ​ແຂວງ ຫົວພັນ ຢ່າງ​ເປັນ​ທາງ​ການ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ຮວ່າ​ບິ່ງ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ​ແລະ​ມີ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ກັບ​ຄະນະກໍາມະການ ອໍານາດ ການປົກຄອງ​ແຂວງເພື່ອນມິດ. ຢູ່ທີ່​ນີ້, ທ່ານ​ເລຂາ ພັກ​ແຂວງ ຫງວຽນ​ຟີ​ລອງ ຢືນຢັນ​ວ່າ: ຫວຽດນາມ ​ແລະ ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຍາມ​ໃດ​ກໍ່​ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່ກົມກຽວ, ໃກ້ຊິດສະໜິດສະໜົມ​ກັນ​ໃນ​ຫຼາຍ​ໄລຍະ​ປະຫວັດສາດ. ພິ​ເສດ, ສາຍ​ພົວພັນ​ທີ່ເປັນມູນເຊື້ອ ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ເຊິ່ງ ​ປະທານ ​ໂຮ່ຈີ​ມິນ ​ແລະ ສະ​ເດັດເຈົ້າ​ ສຸພານຸວົງ, ປະທານ​ ໄກສອນ ພົມວິຫານ ສ້າງພື້ນຖານ ​ແລະ ການນໍາ ສອງພັກ, ສອງລັດ ແລະປະຊາຊົນຮຸ້ນຕ່າງໆ ຂອງ​ສອງ​ປະ​ເທດ​ໄດ້ເພີ່ມພູນຄູນສ້າງ...

ດ້ວຍ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ, ສອງ​ແຂວງ​ຮວ່າ​ບິ່ງ ​ແລະຫົວພັນ ພວມ​ເພີ່ມ​ທະວີ​, ເປີດກວ້າງການພົວພັນຮ່ວມມືຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ຕາມລວງເລິກ ​ແລະບັນລຸໄດ້​ປະສິດທິ​ຜົນ. ເຖິງວ່າຍັງບໍ່ທັນເປັນ ແຂວງທີ່ເຂັ້ມແຂງ ທາງດ້ານເສດຖະກິດ, ແຕ່ດ້ວຍສາຍພົວພັນແບບພິເສດ ແລະສາຍໃຈອັນສະໜິດສະໜົມຂອງອ້າຍນ້ອງ, ສະຫາຍ, ຮວ່າບິ່ງ ຈະສະ ຫງວນບຸລິມະສິດ ແລະ​ການໜູນຊ່ວຍ ຢ່າງສຸດຂີດ, ພິເສດແມ່ນໃນ ສັນຍາຮ່ວມມື ໃນຂົງເຂດການສຶກສາ ແລະບຳລຸງສ້າງ. ປະຈຸ​ບັນ, ຢູ່ຮວ່າບິ່ງ ມີຮ່ອງຮອຍ​​ພິ​ເສດ​ສອງ​ແຫ່ງ​ທີ່​ເປັນ​ຂີດ​ໝາຍ​ແຫ່ງ​ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ລາວ. ໃນນັ້ນ, ວິທະຍຸກະຈາຍສຽງປະເທດລາວ ໄດ້ຮັບການຮັບຮອງ​ວ່າເປັນປູ​ຊະ​ນີ​ຍະ​ສະ​ຖານ ປະຫວັດສາດລະ​ດັບແຂວງ ແຕ່ປີ 2016. ສໍາລັບ​ປູ​ຊະ​ນີ​ຍະ​ສະ​ຖານປະຫວັດສາດ ການປະຕິວັດລາວ - ສະຖານທີ່ຝຶກອົບຮົມດ້ານການເມືອງ ແລະເປັນ ສະຖານທີ່ ດໍາເນີນກອງປະຊຸມໃຫຍ່ກະ​ກຽມ ຄັ້ງທີ II ຂອງພັກ ປະຊາຊົນລາວ ທີ່​ກອງ​ບັນຊາການທະຫານແຂວງ, ​ແຂວງ​ຈະ​ສຸມ​ໃສ່​ຊີ້​ນຳບັນດາອົງການກ່ຽວ​ຂ້ອງ ​ກໍ່ສ້າງ​ໂຄງການຟື້ນ​ຟູ, ​ບູລະນະ ​ແລະສ້ອມ​ແປງ​ຫໍມູນເຊື້ອ​, ສະໂມສອນ ພ້ອມກັບບັນດາກິດຈະກໍາຕ່າງໆໃຫ້​ສຳ​ເລັດໃນທ້າຍປີນີ້. ເລື່ອງອະນຸລັກ ຮັກສາ ແລະເສີມຂະຫຍາຍບັນດາ ມໍລະດົກວັດທະນະທຳທີ່ມີມູນຄ່າພິເສດ ຢູ່ແຂວງຮວ່າບິ່ງ ແມ່ນພະຍານ ຫຼັກຖານແຫ່ງສາຍພົວພັນອັນສະໜິດ ສະໜົມລະຫວ່າງປະຊາຊົນ 2 ປະເທດ.

​ໃນ​ບັນຍາກາດທີ່ສະໜິດສະໜົມ, ການ​ນຳ​ຂອງ​ສອງ​ທ້ອງ​ຖິ່ນ​ໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ. ສະຫາຍ ຄຳ​ແພງ ​ໄຊ​ສົມ​ແພງ ເຈົ້າແຂວງໆ ຫົວພັນ ​ໄດ້​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ຄະນະ​ພັກ, ອໍານາດການປົກຄອງ, ປະຊາຊົນ​ແຂວງ​ຮວ່າ​ບິ່ງ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການຮ່ວມມື ​ອັນ​ລ້ຳ​ຄ່າ, ການ​ໜູນ​ຊ່ວຍ, ການສະໜັບສະໜູນ​ຢ່າງ​ທັນ​ການ​ຈາກ​ແຂວງ ຮວ່າ​ບິ່ງ ​ໃນ​ພາລະກິດ ພັດທະນາເສດຖະກິດ-ສັງຄົມ.

ກໍ່ໃນດິນແດນທີ່ສ້້າງແຫຼ່ງບັນດານໃຈເພື່ອນ​ໃຫ້ທະຫານອາສາສະໝັກ, ນັກ ດົນຕີ ເຈິ່ນຕ໊ຽນ ແຕ່ງບົດເພງ “ສາວຊໍາເໜືອທີ່​ສວຍ​ງາມ”ນັ້ນ,​ ຄະນະກໍາມະການ, ອໍານາດ ການປົກຄອງ ​ແຂວງ​ຫົວ​ພັນ ໄດ້ຈັດງານລ້ຽງຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ແຂວງ ຮວ່າ​ບິ່ງຢ່າງສົມກຽດ, ​ອົບ​ອຸ່ນ ສະໜິດສະໜົມ. ​ລາຍການ​ສະ​ແດງສິລະປະ​ທີ່ມີ​ສີ​ສັນວັດທະນະທຳ ຫວຽດນາມ ​ແລະ ລາວ; ພິທີບາສີສຸຂວັນ ດ້ວຍຄວາມປາດຖະໜາຢາກນໍາມາເຊິ່ງສິ່ງດີງາມທີ່ສຸດໃຫ້ແກ່ຜູ້ຮັບ; ​ວາດຟ້ອນ ລຳວົງ ທີ່​ທີ່​ອ່ອນ​ຊ້ອຍ, ທີ່ເຊື່ອມຕໍ່ນໍ້າໃຈ​ສະ​ຫາຍອ້າຍນ້ອງ, ຊຸກຍູ້ ການ​ພົວ​ພັນຮ່ວມມື ຮອບດ້ານລະຫວ່າງຮວ່າບິງ-ຫົວພັນ, ເພີ່ມພູນຄູນສ້າງສາຍພົວພັນ ແບບພິເສດ ຫວຽດນາມ-ລາວ ​ໃຫ້“ຂຽວສົດງົດງາມ ໝັ້ນຄົງທະໜົງແກນຈົ່ນຊົ່ວກະລະນານ”.

ບູນມີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.