ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ

15:35 | 03/07/2024

ຍສໝ - ວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງ ໄຕໂຮ່ ແລະ ກອງທຶນສົນການດີນທາງສີຂຽວ ໄດ້ຈັດຕັ້ງລາຍການ “ດອກບົວເຊື່ອມຕໍ່ຄວາມຮັກແພງ” ເພື່ອຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 42 ຄອບຄົວນະໂຍບາຍຢູ່ນະຄອນ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນ​ທະຫານ​ເສຍ​ອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ ປີ 1947 – ວັນທີ 27 ກໍລະກົດ ປີ 2024).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ
ນັກ​ເຮືອ​ນິວ​ຊີ​ແລນ​ສະແດງງານ​​ວາ​ອາ​ຕາ​ ແລະ ​ຮາ​ກາ​ເພື່ອ​ສະແດງຄວາມຮູ້ບຸນຄຸນກັບຫວຽດ​ນາມ

ກ່າວ​ຄຳ​ປາໄສ​ທີ່​ລາຍການ, ທ່ານ​ນາງ ​ເຈີ່ນ​ທິ​ເຟືອງ, ຮອງ​ປະ​ທານຜູ້ປະຈຳການ​ສະ​ຫະ​ພັນບັນດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບນະຄອນ ຮ່າ​ໂນ້ຍ ໃຫ້ຮູ້ວ່າ: ການ​ເບິ່ງ​ແຍງ​ດູ​ແລ​ບັນ​ດາທະຫານເຈັບປ່ວຍ, ເອົາໃຈໃສ່, ຢ້ຽມ​ຢາມ​ບັນ​ດາ​ຄອບ​ຄົວ​ຂອງນັກຮົບ​ຜູ້​ເສຍ​ສະຫຼະ​ຊີ​ວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີໃນການ​ປະ​ຕິ​ວັດ ແມ່ນຄວາມ​ເປັນ​ກຽດ ແລະ ຄວາມຮັບຜິດຊອບ, ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຂອງຄົນລຸ້ນປັດຈຸບັນທີ່ມີຕໍ່ສໍາລັບການເສຍສະຫຼະທີ່ລ້ຳຄ່າຂອງບັນພະບຸລຸດໃຫ້ແກ່ພື້ນຖານເອກະລາດ ແລະ ເສລີພາບຂອງປະເທດຊາດ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ

ທ່ານ​ນາງ ເຈີ່ນ​ທິ​ເຟືອງ (ເສື້ອ​ເຫຼືອງ), ຮອງ​ປະ​ທານຜູ້ປະຈຳການ​ສະ​ຫະ​ພັນບັນດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບນະຄອນ ຮ່າ​ໂນ້ຍ ໄດ້​ມອບ​ຂອງ​ຂວັນ​ໃຫ້ 42 ຄອບ​ຄົວ​ນະ​ໂຍ​ບາຍ​ຢູ່​ນະ​ຄອນ ຮ່າ​ໂນ້ຍ.

ທ່ານ ຮວ່າງ​ດຶກ​ລົກ (ອາຍຸ 74 ປີ, ​ເມືອງ ​ໄຕ​ໂຮ່, ຮ່າ​ໂນ້ຍ), ທະຫານ​ບາດ​ເຈັບ​ທີ່ເຄີຍ​ຕໍ່ສູ້​ຢູ່​ສະໜາມ​ຮົບ ​ໄຕ​ນິງ ​ແຕ່​ປີ 1968, ​ໃຫ້​ຮູ້​ວ່າ: ​ໃນ​​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ແຕ່ລະປີ, ຍາມ​ໃດ​ກໍ່​ໄດ້ຮັບຄວາມເອົາໃຈໃສ່, ​ການຢ້ຽມ​ຢາມ ​ແລະ ໃຫ້ກຳລັງໃຈຈາກອຳນາດການປົກຄອງ​ຈາກ​ສູນ​ກາງ​ເຖິງ​ທ້ອງ​ຖິ່ນ.

ທ່ານ ຮວ່າງ​​ດຶກ​ລົກ ກ່າວ​ວ່າ “ຂອງ​ຂວັນ​ບໍ່​ພຽງ​ແຕ່​ເປັນ​ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ວັດ​ຖຸ​ເທົ່າ​ນັ້ນ, ຫາກຍັງ​ເປັນ​ການ​ໃຫ້​ກຳ​ລັງ​ໃຈ​ທາງ​ດ້ານຈິດໃຈອັນ​ຍິ່ງ​ໃຫຍ່, ຕັກເຕືອນ​ພວກຂ້າພະເຈົ້າ​ວ່າ ການ​ເສຍ​ສະ​ຫຼະ​ຂອງ​ຕົນໄດ້ຮັບການຮັບຮູ້ ແລະ ຮູ້​ບຸນ​ຄຸນ​ຢ່າງສະເໝີ. ນີ້​ກໍ​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່ດຳລົງ​ຊີວິດ ​ແລະ ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ”.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ

ທ່ານ ຮວ່າງ​ດຶກ​ລົກ (ອາຍຸ 74 ປີ, ​ເມືອງ ​ໄຕ​ໂຮ່, ຮ່າ​ໂນ້ຍ) ​ແມ່ນ​ທະຫານ​ບາດ​ເຈັບ​ທີ່ເຄີຍ​ຕໍ່ສູ້​ຢູ່​ສະໜາມ​ຮົບ ​ໄຕ​ນິງ ​ແຕ່​ປີ 1968.

ຕອນ​ເຊົ້າ​ວັນ​ທີ 2 ກໍລະກົດ, ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ນະຄອນ​ ຮ່າ​ໂນ້ຍ ​ໄດ້​ມາ​ຖະຫວາຍ​ທູບ​ທຽນ​ຢູ່​ສຸສານ​ນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ​​ຮ່າ​ໂນ້ຍ, ​ເພື່ອ​ໄຫວ້ອາໄລ ​ແລະ ​ສະແດງຄວາມຮູ້ບຸນຄຸນ​ເຖິງ​ບັນດາ​ນັກຮົບ​ວິລະ​ຊົນ​ຜູ້​ກ້າຫານ​ທີ່​ໄດ້ຕໍ່ສູ້, ​ເສຍສະຫຼະ​ຊີວິດຢ່າງພິລະອາດຫານ​ເພື່ອ​ຄວາມເອກະລາດ, ເສລີພາບຂອງຊາດ ​ແລະ ​ເພື່ອຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ

ຜູ້ຕາງໜ້າ​ສະຫະພັນບັນດາ​ອົງການຈັດຕັ້ງ​ມິດຕະພາບ​ນະຄອນ​ ຮ່າ​ໂນ້ຍ ​ໄດ້​ຖະຫວາຍ​ທູບ​ທຽນ​ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດນະຄອນ ຮ່າ​ໂນ້ຍ.

ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ ສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ປະຊາຊົນ ທີ່ມີຕໍ່ການເສຍສະຫຼະຊີວິດເພື່ອຊາດຂອງບັນດານັກຮົບໃນການຕໍ່ສູ້ເພື່ອປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2021 – 2022 ແລະ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.