ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ

15:19 | 03/07/2024

ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2024

ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024 ສະ​ມາ​ຄົມ​ມິດ​ຕະ​ພາບ 10 ແຫ່ງ​ເຂົ້າ​ຮ່ວມງານມະໂຫລານານທຳນອງມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ ປີ 2024
ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ຕອນບ່າຍວັນທີ 1 ກໍລະກົດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2024. ທ່ານພົນຈັດຕະວາ ໂຄງວັນມິງ, ຫົວໜ້າຫ້ອງວ່າການ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປັນປະທານ.

ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້, ບັນດານັກສໍາມະນາກອນ - ພະນັກງານກອງທັບປະຊາຊົນລາວ ໄດ້ຮ່ຳຮຽນ, ຄົ້ນຄວ້າ 12 ຫົວເລື່ອງສະເພາະກ່ຽວກັບວຽກງານຫ້ອງການ; 9 ຫົວຂໍ້ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ໂຄສະນາເຜີຍແຜ່ພິເສດ; 3 ຫົວເລື່ອງສະເພາະກ່ຽວກັບວຽກງານນະໂຍບາຍ ແລະເຕັກນິກການພິມ... ໄປທັດສະນະສຶກສາ, ແລກປ່ຽນບົດຮຽນຢູ່ບາງກົມກອງຂອງກອງທັບປະຊາຊົນຫວຽດນາມ.

ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ
ທ່ານພົນຈັດຕະວາ ໂຄງວັນມິງ, ຫົວໜ້າຫ້ອງວ່າການກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ຫວຽດຮ່າ

ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ໂຄງວັນມິງ ຮຽກຮ້ອງໃຫ້ບັນດາຄູອາຈານຄວນເລືອກເອົາວິທີການສຶກສາແບບກະທັດລັດ, ເຂົ້າໃຈງ່າຍ, ຈື່ຈຳງ່າຍ; ສຸມໃສ່ເຮັດແຈ້ງບັນດາເນື້ອໃນພື້ນຖານ, ພິເສດແມ່ນຮູບການ, ວິທີການ, ຂັ້ນຕອນການຈັດຕັ້ງດຳເນີນວຽກງານຫ້ອງການ, ວຽກງານຂົນຂວາຍປະຊາຊົນ, ວຽກງານນະໂຍບາຍ ແລະເຕັກນິກການພິມ ໃນກອງທັບປະຊາຊົນຫວຽດນາມ ເພື່ອສາມາດນໍາໃຊ້ເຂົ້າໃນການເຄື່ອນໄຫວຕົວຈິງຂອງແຕ່ລະອົງການ, ກົມກອງຢ່າງມີປະສິດທິຜົນ.

ສຳລັບນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມ ຄວນຍົກສູງຈິດໃຈຄວາມຮັບຜິດຊອບ, ຜ່ານຜ່າຄວາມຫຍຸ້ງຍາກໃນການຮໍ່າຮຽນ, ເພີ່ມທະວີການເຈລະຈາ, ແລກປ່ຽນເພື່ອກໍາແໜ້ນບັນດາເນື້ອໃນ, ບັນຫາເອົາໃຈໃສ່ ເຊິ່ງສ້າງຄວາມເປີດອົກເປີດໃຈລະຫວ່າງຄູສອນ ແລະນັກສໍາມະນາກອນ; ປະຕິບັດລະບຽບການຂອງຫ້ອງຮຽນຢ່າງເຂັ້ມງວດ, ເປັນຕົ້ນແມ່ນການໄປມາ ຮັບປະກັນຄວາມປອດໄພຢ່າງເດັດຂາດ; ຄະນະຈັດຕັ້ງຊຸດຝຶກອົບຮົມ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງຕ້ອງປະຕິບັດຕາມແຜນການ ແລະໂຄງການຝຶກອົບຮົມ ທີ່ຫົວໜ້າກົມໃຫຍ່ການເມືອງ ໄດ້ເຊັນອະນຸມັດ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ຊຸດຝຶກອົບຮົມປະສົບຜົນສໍາເລັດ ແລະຮັບປະກັນຄວາມປອດໄພຢ່າງເດັດຂາດ.

ບູນມີ

ເຫດການ
302 Found

Found

The document has moved here.