ກາລະໂອກາດເພື່ອເຮັດໃຫ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ Croatia ໄດ້ເລິກເຊິ່ງກວ່າອີກ

16:41 | 04/07/2024

ຍສໝ - ປີ 2024 ​ແມ່ນ​ປີສະເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ ຫວຽດນາມ ​ແລະ Croatia ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (ວັນທີ 1 ກໍລະກົດ ປີ 1994 – ວັນທີ 1 ກໍລະກົດ ປີ 2024).

ການຢ້ຽມຢາມ ຫວຽດນາມ ຂອງ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ແຫ່ງລາຊະອານາຈັກເດນມາກ ໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ດີຍິງຂຶ້ນອີກ
ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ ຫງວຽນ​ທິບິກ​ຖາວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ​ແລະ ​ Croatia ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ປະຈຳ ​ເອີ​ລົບ ​ໃຕ້ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ເຫດການ , ກໍ່ຄືບັນດາໝາກຜົນ​ທີ່ບັນລຸໄດ້ ແລະ ແງ່ຫວັງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ເວລາຈະມາເຖິງ. ຕໍ່ໄປນີ້ແມ່ນເນື້ອໃນຂອງການສົນທະນາ.

ກາລະໂອກາດເພື່ອເຮັດໃຫ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ Croatia ໄດ້ລົງເລິກກວ່າອີກ
ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ທິບິກ​ຖາວ.

ຮຽນທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - Croatia ສືບ​ຕໍ່​ພັດ​ທະ​ນາ​ຢ່າງເຂັ້ມ​ແຂງ​, ເຂົ້າສູ່ລວງເລິກ ແລະ ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ. ຂໍຮຽນທ່ານ​​ນາງ ທົບ​ທວນຄືນ​ບາງ​ຜົນງານ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ຮ່ວມ​ມື​ໃນ​ໄລຍະ 30 ປີຜ່ານມາ ​ແລະ ບັນດາ​ທ່າແຮງ​ທີ່​ຕ້ອງ​ໄດ້​ຮັບ​ການເສີມຂະຫຍາຍ.

ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ທີ່​ດີ​ກັບ​ບັນດາ​ເພື່ອນ​ມິດ​ທີ່ເປັນມູນເຊື້ອ​ຢູ່​ເຂດ Balkan, ​ໃນ​ນັ້ນ​ Croatia ​ແມ່ນ​ບຸລິມະສິດ.

​ໃນຕະຫຼອດ​ໄລຍະ 3 ທົດ​ສະ​ວັດ​ຜ່ານ​ມາ, ການ​ພົວພັນ ​ຫວຽດນາມ - ​ Croatia ໄດ້ພັດທະນາ​ຢ່າງ​ຕັ້ງໜ້າ, ​ໄດ້​ເປີດກວ້າງ​ໃນ​ຫຼາຍ​ຂົງ​ເຂດ, ​ເປັນ​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ດ້ານ​ການ​ເມືອງ - ການ​ທູດ, ​ເສດຖະກິດ, ການ​ຄ້າ ​ແລະ ພວມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຫຼາຍ​ຢ່າງ. ​ໃນ​ດ້ານ​ການ​ເມືອງ ​- ການ​ທູດ, 2 ຝ່າຍ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ທ່ານ​ Stjepan Mesic ປະທານ​າທິບໍດີ Croatia ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ປີ 2008, ຫວ່າງກ່ອນ​ນີ້ ​ແມ່ນ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາງຮອງ​ປະທານ​ປະ​ເທດ ຫວຽດນາມ ຫວໍທິແອ໋ງຊ່ວນ ຢູ່ Croatia (​ເດືອນ ຕຸລາ ປີ 2022).

ການ​ພົວພັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ຢູ່​ນອກ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໄດ້​ດຳ​ເນີນ​ໄປຢ່າງ​ເປັນ​ປະຈຳ. ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​ມິງຈິງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Croatia ຢູ່​ນອກ​ກອງ​ປະ​ຊຸມຂັ້ນສູງ​ສະເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ ອາ​ຊຽນ - EU ຄົບ​ຮອບ 45 ປີ ຢູ່ Brussels (​ເດືອນທັນ​ວາ ປີ 2022); ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Gordan Grlic Radman ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາບັນຫາ ​ເອີ​ລົບ Croatian ຢູ່​ນອກ​ກອງ​ປະຊຸມ OECD ຢູ່ ຝລັ່ງ (​ເດືອນພຶດສະພາ ປີ 2024), 2 ຝ່າຍ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຢູ່ Zagreb (​ເດືອນມີ​ນາ ປີ 2024).

ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບບັນດາ​ບັນຫາ​ໃນພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຄື ສປຊ, ສົມທົບ​ກັນ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - EU ຢ່າງ​ແຮງ. ຫວຽດນາມ ແລະ Croatia ໄດ້ລົງນາມໃນສັນຍາອັນສຳຄັນຫຼາຍສະບັບ ສ້າງກອບນິຕິກຳໃຫ້ແກ່ການຮ່ວມມື ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດການທູດ, ເສດຖະກິດ ແລະ ການຄ້າ.

ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ຕີ​ລາຄາ​ແນວໃດຕໍ່ກັບຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທັງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ ກໍ່​ຄື​ການ​ສົມທົບ​ກັນ​ໃນ​ເວທີ​ສາກົນ ​ແລະ ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ຂໍຮຽນທ່ານນາງ?

ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຂອບຂະໜາດ​ໃຫຍ່​ຫຼວງ, ​ບົນພື້ນຖານ​ການ​ເສີມ​ຂະຫຍາຍທ່າ​ແຮງທີ່ມີລັກສະນະຊ່ວຍຊູກັນ ​ແລະ ທ່າໄດ້​ປຽບແກ່ງແຍ້ງຂອງ​ແຕ່ລະ​ປະ​ເທດ, ຜ່ານ​ຊ່ອງ​ທາງ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ. ດ້ວຍທັດສະນີຍະພາບທີ່​ມີ​ຊື່​ສຽງ​ໃນ​ໂລກ​ຫຼາຍ​ແຫ່ງ ​ແລະ ມີຝັ່ງທະເລຍາວ, 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ​ເສດຖະກິດ​ທາງ​ທະ​ເລ, ການ​ຂົນ​ສົ່ງ ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ... ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ປະຕູ​ໃຫ້​ສິນຄ້າ​ຂອງ Croatia ເຂົ້າເຖິງທ້ອງຕະຫຼາດ ຫວຽດນາມ ແລະ ອາຊຽນ. ໃນບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບເຂດ ​ອາ​ຊຽນ - EU, ASEM ກໍ່​ຄື​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ, ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການໜູນ​ຊ່ວຍ​​ດ້ານ​ມະນຸດສະທຳ...

ຂໍຮຽນ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຂໍໃຫ້ທ່ານນາງແບ່ງປັນ​ກ່ຽວກັບແຜນການ​ຂອງ​ສະຖານທູດທີ່ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ Croatia ເພື່ອຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ທ່ານນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ເລທິທູຮັ່ງ ​ໄດ້​ໄປ​ຢ້ຽມຢາມ Croatia ​ເພື່ອ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ກັບ​ທ່ານ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແລະ ​ບັນດາບັາຫາ ເອີ​ລົບ Frano Matusic (​ເດືອນ ມີນາ ປີ 2024). ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​ໄດ້​ແລກປ່ຽນ​ຈົດໝາຍ​ອວຍພອນ​ກັບ​ທ່ານ​ລັດຖະມົນ​ກະຊວງ​ການ​ຕ່າງປະ​ເທດ ແລະ ບັນດາບັນຫາ ​ເອີ​ລົບ ຂອງ Croatia Gordan Grlić Radman ​ເນື່ອງໃນໂອກາດສະເຫຼີມສະຫຼອງນີ້.

ພິ​ເສດ, ວັນ​ທີ 7 ກໍລະກົດ ປີ 2024, ສະຖານທູດ​ ຫວຽດນາມ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ, ບັນດາສະມາຄົມ​​ ຫວຽດນາມ 70 ກວ່າ​ຄົນ​ໄປ​ຍັງ Croatia ​ເພື່ອ​ສົມທົບ​ກັບ​ອຳນາດການປົກຄອງປະຈຳຖິ່ນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ບັນດາບັນຫາ ເອີ​ລົບ ຂອງ Croatia ຈັດ​ຕັ້ງ “ວັນ​ວັດທະນະທຳ ຫວຽດນາມ “ຢູ່ Croatia ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Croatia. ຄາດ​ວ່າ​ເຫດການ​ນີ້​ຈະ​ດຶງ​ດູດ​ຊາວ​ທ້ອງ​ຖິ່ນ ​ແລະ ​ຄະນະຜູ້ແທນທາງການ​ທູດ​ຢູ່ Croatia ​ນັບ​ພັນ​ຄົນ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ວັດທະນະທຳ​ ຫວຽດນາມ ຜ່ານ​ບັນດາ​ລາຍການ​ພິ​ເສດ​ຄື: ການສະແດງດົນຕີ ​ແລະ ຟ້ອນ, ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ​ລາຍການ​ສາຍຮູບ​ເງົາ​ກ່ຽວ​ກັບ​ ຫວຽດນາມ, ​ແນະນຳ​ອາຫານ​ການ​ກິນ​ຂອງ​ ຫວຽດນາມ, ແຕ້ມໂຕໜັງສືຈີນ, ແນະນຳ​ບັນດາ​ເຄື່ອງ​ຫັດຖະກຳ, ສິລະ​ປະ​ວິຈິດ​ສິນ, ຜະລິດ​ຕະພັນ​ກະ​ເສດ​ຂອງ ​ຫວຽດນາມ, ອອກ​ແບບ​ບັນດາ​ເຂດ​ລະຫຼິ້ນ, ​ແນະນຳ​ໃຫ້​ລູກ​ຫຼານ​ຊາວ Croatia ທາ​ສີ ​ແລະ ວາດ​ພາບ​ທິວ​ທັດ​ທຳ​ມະ​ຊາດ, ບ້ານ​ເກີດ​ຂອງ​ ຫວຽດນາມ... ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຫດ​ການ​ນີ້​ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ, ເຜີຍ​ແຜ່​ພາບ​ພົດທີ່ເປັນມິດ​ຂອງຊາວ ຫວຽດ​ນາມ ​ໃນ​ໃຈ​ຊາວ Croatian.

ຕາມ​ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ສອງ​ປະ​ເທດ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍສືບ​ຕໍ່​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ?

ຫວຽດນາມ ແລະ Croatia ຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນໃນທຸກຊ່ອງທາງຂອງລັດ ແລະ ສະພາແຫ່ງຊາດ, ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນພື້ນຖານຊຸກຍູ້ການຮ່ວມມື.

ສອງປະເທດຕ້ອງກຳນົດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເປັນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ເປີດກວ້າງການລົງນາມບັນດາຂໍ້ຕົກລົງໃນບັນດາຂົງເຂດອື່ນໆຄື: ວັດທະນະທຳ, ກິລາ, ການສຶກສາ, ການທ່ອງທ່ຽວ, ແຮງງານ…; ຊຸກຍູ້​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ; ສຸມ​ໃສ່​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ​ ເອີ​ລົບ (EVFTA) ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄົບ​ຖ້ວນ ​ແລະ ໄລຍະທີ່​ຈະ​ມາ​ເຖິງແມ່ນ ສັນຍາ​ອາລັກຂາການ​ລົງທຶນ​ລະຫວ່າງ EU ​ແລະ ຫວຽດນາມ (EVIPA) . ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຍັງ​ຕ້ອງ​ສຸມ​ໃສ່​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະ ສ້າງ​ບັນດາ​ໂຄງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ອີກ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ຂອງ​ກັນ.

ຂໍຮຽນທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດກະ​ລຸ​ນາໃຫ້ຮູ້​ກ່ຽວ​ກັບ​ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ ​ຫວຽດ​ນາມ ແລະ Croatia ໃນ​ປີ 2024 ກໍ່ຄືໃນຊຸມ​ປີ​ຕໍ່​ໄປ?

ບົນ​ພື້ນຖານ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ປີ​ນີ້​ກໍ​ຄື​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ແລະ Croatia ຈະ​ສຸມ​ໃສ່​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ສ້າງຕັ້ງ​ບັນດາກົນ​ໄກ​ການຮ່ວມ​ມື​ໃໝ່; ເປີດກວ້າງ​ການ​ຮ່ວມ​ມື​ຂອງ​ລັດຖະສະພາ.

ນອກຈາກນັ້ນ, ສອງປະເທດກໍ່ສືບຕໍ່ຂຸດຄົ້ນ ແລະ ເປີດກວ້າງການພົວພັນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງຊ່ວຍຊູກັນຕື່ມອີກຄື: ການປຸງແຕ່ງສະບຽງອາຫານ, ການຂົນສົ່ງ, ການຫັນປ່ຽນພະລັງງານສະອາດ, ເຕັກໂນໂລຢີສູງ, ເສດຖະກິດດີຈີຕອນ, ການຢາ… ໃນໄລຍະຈະມາເຖິງ, ຫວຽດນາມ ຄາດຄະເນວ່າ ຈະແຕ່ງຕັ້ງກົງສຸນກິດຕິມະສັກຢູ່ Zagreb ເພື່ອຊຸກຍູ້ການພົວພັນສອງຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ໜູນຊ່ວຍພົນລະເມືອງ ຫວຽດນາມ ຢູ່ Croatia.

ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!

ຫວຽດນາມ-ອິນເດຍ ມີກໍາລັງບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາການພົວພັນສອງຝ່າຍ ຫວຽດນາມ-ອິນເດຍ ມີກໍາລັງບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາການພົວພັນສອງຝ່າຍ

ຍສໝ - ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີວິໄສທັດ ແລະ ວິທີການເຂົ້າເຖິງ ກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາໃນພາກພື້ນ.

ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ

ຍສໝ - ການ​ຢ້ຽມຢາມ ​ແລະ ​ເຄື່ອນ​ໄຫວ​ຢູ່ ບູນກາຣີ, ປອກຕູການ ​ແລະ ເກຼັກ ຂອງ​ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ​ໄດ້​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ການ​ປະກອບສ່ວນ​ຂອງ ຫວຽດນາມ ຢູ່​ບັນດາ​ເວທີ​ປາ​ໄສ​ການ​ທູດ​ຫຼາຍ​ຝ່າຍ.

ມິງດຶກ

ເຫດການ
302 Found

Found

The document has moved here.