ໂຄງການເຕັມໄປດ້ວຍນໍ້າໃຈມິດຕະພາບຢູ່ດິນແດນເມືອງຫົວເມືອງ ສປປ ລາວ

14:17 | 04/07/2024

ຍສໝ - ທ່ານ ຟ້າມກວາງທ໊າຍ ຫົວໜ້າຄະນະຄຸ້ມຄອງໂຄງການເຂດແຂວງຮວ່າບິ່ງ ໃຫ້ຮູ້ວ່າ: ຜ່ານເວລາ 3 ປີທີ່ກໍ່ສ້າງມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນສະພາບພະຍາດໂຄວິດ-19 ກໍ່ຕາມ ແຕ່ດ້ວຍການໜູນຊ່ວຍ, ສົມທົບກັນຢ່າງແໜ້ນແຟ້ນຂອງຄະນະກໍາມະການຮ່ວມມືລະຫວ່າງສອງປະເທດ, ອໍານາດການປົກຄອງສອງແຂວງ, ໂຄງການໄດ້ສ້າງສໍາເລັດຖືກຕ້ອງຕາມຄວາມຄືບໜ້າ, ຄຸນນະພາບສາມາດຮັບປະກັນຕາມມາດຕະຖານນໍາໃຊ້.

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້
ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຕອນເຊົ້າວັນທີ 3 ມິຖຸນາ 2024, ພາຍຫຼັງເກືອບ 2 ຊົ່ວໂມງທີ່ເດີນທາງໄປແຕ່ເທດສະບານເມືອງຊໍາເໜືອ, ການນໍາຂັ້ນສູງແຂວງຮວ່າບິ່ງ ໄດ້ໄປຮອດເມືອງ ຫົວເມືອງ, ແຂວງຫົວພັນ, ລາວ ໄດ້ເຂົ້າຮ່ວມເຫດການ: ເປີດສະຫຼອງ ແລະພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍເມືອງຫົວເມືອງ. ນີ້ແມ່ນໂຄງການນໍາໃຊ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ມອບໃຫ້ລັດຖະບານລາວ, ໂດຍຄະນະກໍາມະການປະຊາຊົນແຂວງຮວ່າບິ່ງ ແລະຄະນະກໍາມະການອໍານາດການປົກຄອງແຂວງຫົວພັນ ປະຕິບັດ. ລັດຖະບານຫວຽດນາມ ໄດ້ມອບໝາຍໃຫ້ແຂວງຮວ່າບິ່ງ ເປັນເຈົ້າຂອງໂຄງການ.

ດວງຕາທີ່ສົດໃສຊື່ນບານ ແລະຮອຍຍິ້ມອັນສົດໃສຂອງບັນດາຄູສອນ ແລະນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍເມືອງຫົວເມືອງໃນພິທີໄດ້ເຮັດໃຫ້ບັນດາຜູ້ແທນເຂົ້າຮ່ວມ ແລະແຂກຜູ້ມີກຽດມີຄວາມປິຕິຊົມຊື່ນ.

ໂຄງການເຕັມໄປດ້ວຍນໍ້າໃຈມິດຕະພາບຢູ່ດິນແດນເມືອງຫົວເມືອງ ສປປ ລາວ
ຄວາມເບີກບານມ່ວນຊື່ນຂອງຄູອາຈານ ແລະນັກຮຽນໃນວັນເປີດສະຫຼອງໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍເມືອງຫົວເມືອງ ເປັນຂີດໝາຍແຫ່ງນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືຂອງຮວ່າບິ່ງ - ຫົວພັນ. ພາບ: baohoabinh.com.vn

ອ້າຍຄູ ພວງຄໍາ ສີສົມຝົງ ຫົວໜ້າອຳນວຍການໂຮງຮຽນແບ່ງປັນວ່າ: ຫົວເມືອງແມ່ນເມືອງທີ່ທຸກຍາກ, ພື້ນຖານເສດຖະກິດ, ສັງຄົມຍັງທຸກຍາກ, ການໄປມາທຸລະກັນດານ, ແຫຼ່ງລາຍຮັບຂອງປະຊາຊົນຕົ້ນຕໍແມ່ນມາຈາກການຜະລິດກະສິກໍາ, ປ່າໄມ້. ຍ້ອນໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫຼືອຢ່າງທັນການຂອງລັດຖະບານຫວຽດນາມ, ເງື່ອນໄຂດໍາລົງຊີວິດຂອງປະຊາຊົນຈຶ່ງໄດ້ຮັບການປັບປຸງດີຂຶ້ນ. ພິເສດ, ໄດ້ຮັບ ແລະຊົມໃຊ້ຜົນປະໂຫຍດຈາກໂຄງການກໍ່ສ້າງໂຮງຮຽນ, ບັນດາຄູອາຈານ, ລູກສິດ ແລະລູກຫຼານລຸ້ນຕ່າງໆທີ່ພວມດໍາລົງຊິວີດຢູ່ບໍລິເວນເມືອງຫົວເມືອງມີຄວາມສະເທືອນໃຈຫຼາຍ ແລະຮູ້ບຸນຄຸນຕໍ່ລັດຖະບານຫວຽດນາມ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງຮວ່າບິ່ງ.

ໂຄງການກໍ່ສ້າງມີເງິນລົງທຶນທັງໝົດ 156,2 ຕື້ດົ່ງ, ໃນນັ້ນ ມີ 126,6 ຕື້ດົ່ງຈາກທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ, ສ່ວນຍັງເຫຼືອແມ່ນທຶນສົມທົບຂອງລັດຖະບານລາວ, ນອກຈາກນັ້ນ ຍັງມີລາຍການກໍ່ສ້າງຊ່ວຍຕື່ມ, ບັນດາລາຍການນໍາໃຊ້ທຶນທີ່ຍັງເຫຼືອ.

ທ່ານ ຟ້າມກວາງທ໊າຍ ຫົວໜ້າຄະນະຄຸ້ມຄອງໂຄງການເຂດແຂວງຮວ່າບິ່ງ ໃຫ້ຮູ້ວ່າ: ຜ່ານເວລາ 3 ປີທີ່ກໍ່ສ້າງມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນສະພາບພະຍາດໂຄວິດ-19 ກໍ່ຕາມ ແຕ່ດ້ວຍການໜູນຊ່ວຍ, ສົມທົບກັນຢ່າງແໜ້ນແຟ້ນຂອງຄະນະກໍາມະການຮ່ວມມືລະຫວ່າງສອງປະເທດ, ອໍານາດການປົກຄອງສອງແຂວງ, ໂຄງການໄດ້ສ້າງສໍາເລັດຖືກຕ້ອງຕາມຄວາມຄືບໜ້າ, ຄຸນນະພາບສາມາດຮັບປະກັນຕາມມາດຕະຖານນໍາໃຊ້. ບັນດາຫົວໜ່ວຍປະຕິບັດໂຄງການຂອງຝ່າຍຫວຽດນາມ ດ້ວຍຄວາມຮັບຜິດຊອບ, ຕັ້ງໜ້າຜັນຂະຫຍາຍປະຕິບັດໂຄງການ, ພິຈາລະນາໂຄງການລົງທຶນໃຫ້ແກ່ປະຊາຊົນລາວ ກໍ່ຄືໂຄງການລົງທຶນໃຫ້ແກ່ປະຊາຊົນຫວຽດນາມ ດ້ວຍຫຼັກການ “ນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງຊາດ”.

ເຂົ້າຮ່ວມພິທີເປີດສະຫຼອງ, ພິທີມອບ-ຮັບ ແລະຢ້ຽມຢາມບໍລິເວນ, ບັນດາຜູ້ແທນທີ່ມາຈາກບັນດາກະຊວງ, ຂະແໜງການ, ຄະນະກຳມະການຮ່ວມມືຂອງສອງປະເທດ ແລະຄະນະຜູ້ແທນຂັ້ນສູງແຂວງຮວ່າບິ່ງ ລ້ວນແຕ່ມີຄວາມພາກພູມໃຈ ແລະເບີກບານມ່ວນຊື່ນ. ທ່ານ ຫງວຽນຟິລອງ ກໍາມະການສູນກາງພັກສໍາຮອງ, ເລຂາພັກແຂວງໄດ້ສະແດງຄວາມຮູ້ສຶກຢ່າງໃກ້ຊິດ ແລະໄດ້ສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງບັນດາຄູສອນ ແລະນ້ອງນັກຮຽນໂຮງຮຽນມັດທະຍົມຕອນປາຍເມືອງຫົວເມືອງ. ທ່ານປາດຖະໜາວ່າ ດ້ວຍເງື່ອນໄຂພື້ນຖານທາງດ້ານວັດຖຸອຸປະກອນການຮຽນ - ການສອນໄດ້ຮັບການລົງທຶນ, ອຸປະກອນທັນສະໄໝ, ຄູສອນ ແລະນ້ອງນັກຮຽນຂອງໂຮງຮຽນຈະຕ້ອງເສີມຂະຫຍາຍ, ຍູ້ແຮງຂະບວນການແຂ່ງຂັນ “ສອນດີ, ຮຽນດີ”. ຜ່ານນັ້ນ, ຄຸນນະພາບການສຶກສາຂັ້ນມັດທະຍົມລວມສູນ, ໂດຍສະເພາະແມ່ນຂັ້ນມັດທະຍົມຕອນຕົ້ນເຖິງມັດທະຍົມຕອນປາຍ ຢູ່ບໍລິເວນເມືອງຈະນັບມື້ນັບຍົກສູງຂຶ້ນ. ໂຮງຮຽນກໍ່ແມ່ນສະຖານທີ່ບໍາລຸງສ້າງແຫຼ່ງພະນັກງານຢູ່ກັບທີ່, ເປີດທິດທາງໃໝ່ທີ່ເປັນແງ່ຫວັງໃຫ້ແກ່ການພັດທະນາການສຶກສາ ແລະຍົກສູງຄວາມຮູ້ໃຫ້ແກ່ເມືອງຫົວເມືອງ.

ຕາມທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກແຜນການ ແລະການລົງທຶນແລ້ວ, ໃນການຜັນຂະຫຍາຍໂຄງການໄດ້ສະເໜີແນະໃຫ້ເອົາການສອນພາສາຫວຽດ ເຂົ້າໃນຫຼັກສູດການຮຽນ-ການສອນຂອງໂຮງຮຽນມັດທະຍົມຕອນປາຍເມືອງຫົວເມືອງ ເພື່ອຫັນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງລັດຖະບານສອງປະເທດສໍາລັບວຽກງານການສຶກສາ, ບໍາລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ເປັນລະອຽດ ແລະປະກອບສ່ວນເພີ່ມປະສິດທິຜົນໃຫ້ແກ່ໂຄງການ. ເລື່ອງເອົາພາສາຫວຽດເຂົ້າໃນຫຼັກສູດການຮຽນ-ການສອນຢູ່ໃນໂຮງຮຽນມັດທະຍົມຕອນປາຍຈະຊ່ວຍໃຫ້ບັນດານ້ອງນັກຮຽນລາວ ມີພື້ນຖານພາສາຕ່າງປະເທດໃນການຮຽນຢູ່ໂຮງຮຽນວິທະຍາໄລ, ມະຫາວິທະຍາໄລຂອງຫວຽດນາມ ພາຍຫຼັງຮຽນຈົບ.

ປະຈຸບັນ, ແຂວງຮວ່າບິ່ງ ໄດ້ລົງນາມໃນຂໍ້ຕົກລົງກັບສອງແຂວງພາກເໜືອລາວ ແມ່ນຫຼວງພະບາງ ແລະຫົວພັນ. ຄຽງຂ້າງໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍເມືອງຫົວເມືອງ, ແຂວງຮວ່າບິ່ງ ປະຕິບັດໂຄງການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຖ່າຍທອດວິທະຍາສາດ-ເຕັກໂນໂລຢີ ດ້ວຍເນື້ອໃນລະອຽດແມ່ນບໍາລຸງສ້າງນັກຮຽນລາວ ໄປຮຽນຢູ່ຕ່າງປະເທດລະດັບວິທະຍາໄລ, ຊັ້ນກາງໃຫ້ແຂວງພົວພັນ. ຢູ່ສອງໂຮງຮຽນວິທະຍາໄລເສດຖະກິດ-ເຕັກນິກຮວ່າບິ່ງ ແລະວິທະຍາໄລເຕັກນິກເຕັກໂນໂລຢີຮວ່າບິ່ງ (ນະຄອນຮວ່າບິ່ງ) ມີນັກຮຽນລາວ ມາຮຽນຫຼາຍຄົນ.

ນັກຮຽນລາວ ຈຳນວນໜຶ່ງພາຍຫຼັງຮຽນຈົບໄດ້ກັບເມືອປະເທດ, ໄດ້ສັບຊ້ອນໃຫ້ເຮັດວຽກທີ່ເໝາະສົມ, ຮັບໃຊ້ກິດຈະການສ້າງສາ ແລະພັດທະນາຂອງປະເທດໄດ້ດີ. ສອງແຂວງຮວ່າບິ່ງ - ຫົວພັນ ກໍ່ໄດ້ສົ່ງເສີມການຮ່ວມມືໃນວຽກງານບໍາລຸງ, ກໍ່ສ້າງພະນັກງານ; ພົບປະແລກປ່ຽນວັດທະນະທໍາ, ແລກປ່ຽນຂໍ້ມູນຂ່າວສານ ແລະມີຫຼາຍການເຄື່ອນໄຫວຊ່ວຍເຫຼືອທີ່ແທດຈິງລະຫວ່າງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນສອງແຂວງ. ຕໍ່ຈາກນີ້, ການພົວພັນສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ການພົວພັນສາມັກຄີ, ການຮ່ວມມືມິດຕະພາບຮວ່າບິ່ງ - ຫົວພັນ ຈະໄດ້ເພີ່ມທະວີ ແລະນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ.

ບູນມີ

302 Found

Found

The document has moved here.