ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

15:13 | 03/07/2024

ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ
ສະເໜີໃຫ້ອາເມລິກາ ຮັບຮູ້ສະພາບເສດຖະກິດການຕະຫຼາດຂອງຫວຽດນາມໂດຍໄວ ສະເໜີໃຫ້ອາເມລິກາ ຮັບຮູ້ສະພາບເສດຖະກິດການຕະຫຼາດຂອງຫວຽດນາມໂດຍໄວ

ຫວ່າງແລ້ວນີ້, ທ່ານ ຟານແອງເຊີນ ປະທານສະຫະພັນບັນດາ ອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງຊາດ” ໃຫ້ທ່ານນາງ Ann Mawe ເອກອັກຄະລັດຖະທູດ ຊູແອັດ ປະຈໍາ ຫວຽດນາມ.

ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

ທ່ານ ຟານແອງເຊີນ ປະທານ VUFO ປະດັບຫຼຽນກາລະນຶກໃຫ້ທ່ານນາງ Ann Mawe ເອກອັກຄະລັດຖະທູດຊູແອັດ ປະຈຳ ຫວຽດນາມ. ພາບ: ດິງຮວ່າ

ກ່າວຄຳເຫັນທີ່ເຫດການ, ທ່ານປະທານ VUFO ຢືນຢັນວ່າ ທ່ານນາງ Ann Mawe ເອກອັກຄະລັດຖະທູດຊູແອັດ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຂງແຮງ.

ຂອບໃຈອົງການ VUFO ທີ່ໄດ້ໃຫ້ການສະໜັບສະໜູນ ແລະໃຫ້ການຮ່ວມມືຢ່າງມີປະສິດທິຜົນ, ທ່ານນາງເອກອັກຄະລັດຖະທູດ ສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະຊູແອັດ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ. ທ່ານນາງເອກອັກຄະລັດຖະທູດ ຢືນຢັນວ່າ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານນາງ ກໍ່ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດ.

ບູນມີ

302 Found

Found

The document has moved here.