ຫວຽດນາມ-ລາວ ຊຸກຍູ້ການພົວພັນສາມັກຄີແບບພິເສດ

10:00 | 05/07/2024

ຍສໝ - ທ່ານພົນເອກ ຟານວັນຢາງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາ, ຮັດແໜ້ນສາຍພົວພັນຫວຽດນາມ - ລາວ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ, ສຸມໃສ່ຂົງເຂດສໍາຄັນ, ຄື: ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ສະຫຼຸບການປະຕິບັດອະນຸສັນຍາຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໄລຍະ 2020-2024 ແລະລົງນາມໃນອະນຸສັນຍາສະບັບໃໝ່ໄລຍະ 2025-2029...

ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ
ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

ຕອນເຊົ້າວັນທີ 3 ກໍລະກົດ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ.

ຫວຽດນາມ-ລາວ ຊຸກຍູ້ການພົວພັນສາມັກຄີແບບພິເສດ
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ. ພາບ: ຮວ່າງຫວູ້.

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ໄດ້ຮັບການປັບປຸງ, ນັບມື້ນັບພັດທະນາໃນທຸກຂົງເຂດຢ່າງເລິກເຊິ່ງກວ້າງຂວາງ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບການຮັບຮູ້ຈາກການນຳຂັ້ນສູງຂອງສອງປະເທດວ່າ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ບົນພື້ນຖານອະນຸສັນຍາ ແລະແຜນການຮ່ວມມືໃນແຕ່ລະປີ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ສ່ວນທ່ານນາງ ຄຳເພົາ ເອີນທະວັນ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ໃນໄລຍະຜ່ານມາ. ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະຫວັງວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນລາວ ດຳລົງຕຳແໜ່ງປະທານອາຊຽນ 2024 ປະສົບຜົນສໍາເລັດ.

ຫວຽດນາມ-ລາວ ຊຸກຍູ້ການພົວພັນສາມັກຄີແບບພິເສດ
ທ່ານ ພົນເອກຟານວັນຢາງ ມອບເຄື່ອງທີ່ລະນຶກໃຫ້ແກ່ທ່ານເອກອັກຄະລັດຖະທູດ ຄຳເຜົາ ເອີນທະວັນ.

ທ່ານພົນເອກ ຟານວັນຢາງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາ, ຮັດແໜ້ນສາຍພົວພັນຫວຽດນາມ - ລາວ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ, ສຸມໃສ່ຂົງເຂດສໍາຄັນ, ຄື: ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ສະຫຼຸບການປະຕິບັດອະນຸສັນຍາຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ ຫວຽດນາມ - ລາວ ໄລຍະ 2020-2024 ແລະລົງນາມໃນອະນຸສັນຍາສະບັບໃໝ່ໄລຍະ 2025-2029... ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຊົມເຊີຍທີ່ ສປປ ລາວ ປະສົບຜົນສຳເລັດໃນການຈັດຕັ້ງກອງປະຊຸມໃນຂອບເຂດອາຊຽນ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລາວ ດໍາລົງຕໍາແໜ່ງປະທານອາຊຽນ 2024 ໃຫ້ປະສົບຜົນສໍາເລັດ.

ຫວຽດນາມ-ລາວ ຊຸກຍູ້ການພົວພັນສາມັກຄີແບບພິເສດ

ຫວຽດນາມ-ລາວ ຊຸກຍູ້ການພົວພັນສາມັກຄີແບບພິເສດ
ຍາມ​ໃດພັກ, ລັດກໍ່​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ ​ຕໍ່ ປ​ຊ​ຊ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຍາມ​ໃດພັກ, ລັດກໍ່​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ ​ຕໍ່ ປ​ຊ​ຊ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

ບັນດາຜູ້ມີຄວາມໄວ້ເນື້ອເຊື່ອໃຈ ບໍ່ພຽງແຕ່ແມ່ນຜູ້ດີເດັ່ນດ້ານຄຸນສົມບັດ, ຄຸນນະທາດເທົ່ານັ້ນ, ຫາກຍັງໄດ້ຕີລາຄາ, ສະເໜີການປະຕິບັດນະໂຍບາຍທີ່ແທດຈິງ, ມີປະສິດທິຜົນໃຫ້ແກ່ ປຊຊ ບັນດາເຜົ່າອີກດ້ວຍ.

ງານມະໂຫາລານມິດຕະພາບປະຊາຊົນຫວຽດນາມ-ລາວ ຊ່ວຍຄົນຮຸ່ນໜຸ່ມເຂົ້າໃຈ, ສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ ງານມະໂຫາລານມິດຕະພາບປະຊາຊົນຫວຽດນາມ-ລາວ ຊ່ວຍຄົນຮຸ່ນໜຸ່ມເຂົ້າໃຈ, ສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ

ຍສໝ - ນັ້ນແມ່ນຄໍາຢັ້ງຢືນຂອງ ສະຫາຍ ສັນຕິພາບ ພົມວິຫານ, ເຈົ້າແຂວງແຂວງສະຫວັນນະເຂດ ທີ່ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນສອງປະເທດຫວຽດນາມ-ລາວ ໃນຕອນບ່າຍວັນທີ 29 ກັນຍາ 2022.

ເຫດການ