​ເພີ່ມລະດັບຄວາມຮູ້​ພາສາ​ຫວຽດນາມ ໃຫ້ແກ່ນັກສຶກສາລາວ ຈາກບັນດາການເດີນທາງຕົວຈິງ

14:42 | 03/07/2024

ຍສໝ - ໄປຮຽນກຽມພາສາຫວຽດນາມ ຢູ່ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລ ດານັງ, ບັນດານັກສຶກສາຕ່າງປະເທດ ໄດ້ຮັບການຝຶກອົບຮົມພ້ອມກັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ເຂົ້າ​ຮ່ວມ​ການ​ໄປ​ໄປລົງຕົວຈິງຫຼາຍຄັ້ງ... ໂດຍຜ່ານນັ້ນ ຈຶ່ງ​ຊ່ວຍ​ໃຫ້ບັນດານັກສຶກສາຕ່າງປະເທດມີ​ຄວາມໝັ້ນໃຈຕົນເອງກ່ວາໃນ​ການ​ສື່ສານ ດ້ວຍພາສາຫວຽດນາມ.

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ
​ເພີ່ມ​ທະວີ​ການ​ປ້ອງ​ກັນ, ຕ້ານອາດຊະຍາກຳ​ຢາ​ເສບ​ຕິດ ​ຢູ່​ອະນຸພາກພື້ນແມ່​ນ້ຳຂອງ ເປີດກ້ວາງ.

​ໃນ​ສົກ​ຮຽນ 2023 – 2024, ມະຫາວິທະຍາ​ໄລ​ສ້າງຄູ-ມະຫາວິທະຍາໄລ ດານັງ ຈະ​ໄດ້​ຮັບ​ນັກ​ສຶກສາຕ່າງປະເທດ 108 ຄົນ ທີ່​ພວມ​ຮ່ຳຮຽນ​ໃນ​ໂຄງການ​ກະກຽມ​ພາສາ​ຫວຽດນາມ. ​ໃນ​ນັ້ນ, ມີ​ນັກ​ສຶກສາ​ລາວ 107 ຄົນ​ທີ່ໄດ້ຮັບເລືອກຕາມເປົ້ົ້າໝາຍ​ສັນຍາ​ທຶນການສຶກສາ​ລະຫວ່າງ​ລັດຖະບານ​ຂອງ​ສອງ​ປະ​ເທດ, ທຶນການ​ສຶກສາ​ຂອງນະຄອນ ​ດາ​ນັງ ​ແລະ ທຶນການສຶກສາຂອງແຂວງ​ ດັກ​ລັກ. ນັກ​ສຶກ​ສາ​ ​ມຽນ​ມາ ຄົນດຽວ ​ໄດ້​ລົງ​ທະ​ບຽນ​ຮຽນທຶນສ່ວນຕົວ.

ຕາມ​ຂໍ້​ມູນທີ່ການພົບປະ ​ແລະ ພິທີອັດ​ໂຄງການ​ຫຼັກສູດກະກຽມ​ພາສາ​ຫວຽດນາມ ສົກ​ຮຽນ 2023 – 2024 ໂດຍມະຫາວິທະຍາ​ໄລ​ສ້າງຄູ-ມະຫາວິທະຍາໄລ ດານັງ ຈັດ​ຕັ້ງ​ແລ້ວ, ເມື່ອ​ຮຽນ​ພາສາ​ຫວຽດນາມ ຢູ່​ໂຮງຮຽນ, ບັນດານັກ​ສຶກສາ​ຕ່າງປະ​ເທດ​ ຈະໄດ້ພ້ອມທັງຫຼໍ່ຫຼອມບັນດາທັກສະພາສາຄື: ຟັງ, ເວົ້າ, ອ່ານ, ຂຽນ. ນອກຈາກການຮຽນໃນຫ້ອງຮຽນ, ນັກສຶກສາ ຍັງສາມາດເຂົ້າຮ່ວມການເຄື່ອນໄຫວທີ່ໜ້າ​ຟົດຟື້ນຫຼາຍແຫ່ງເຊັ່ນ: ໄປ​ຢ້ຽມ​ຢາມຕົວຈິງ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ພາ​ສາ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ເຂົ້າ​ຮ່ວມ​ບັນດາການ​ແຂ່ງ​ຂັນ, ບັນດາການເຄື່ອນໄຫວ​ຕອບ​ສະ​ໜອງ​ບັນ​ດາ​ວັນ​ບຸນ​, ບຸນເຕັດ ຫວຽດນາມ; ​ໄດ້​ຮັບ​ຄຳ​ແນະນຳ ເພື່ອກຳນົດທິດ​ອາຊີບ​ຢູ່​ໂຮງຮຽນ​ສະມາຊິກ​ຂອງ​ມະຫາວິທະຍາ​ໄລ​ ດາ​ນັງ ທັງໝົດ... ຜ່ານນັ້ນ, ກໍ່ຊ່ວຍ​ໃຫ້​ນັກ​ສຶກສາ​ມີ​ຄວາມ​ໝັ້ນໃຈຕົນເອງກ່ວາໃນ​ການ​ສື່ສານ, ເຊື່ອມຕົວເຂົ້າກັບສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ຳຮຽນຂອງ​ນັກ​ສຶກສາ​ຢູ່​ໂຮງຮຽນ ​ແລະ ​ເຂົ້າ​ໃຈ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ຊາວ​ ຫວຽດນາມ​ ກ່ວາ​ອີກ. ໂຮງຮຽນ ຍັງໄດ້ຈັດຫ້ອງພັກທີ່ມີຄຸນນະພາບສູງໃຫ້ແກ່ນັກສຶກສາ; ສົ່ງຄູ​ອາ​ຈານ, ນັກ​ສຶກ​ສາ​ຫວຽດ​ນາມ ຮ່ວມເດີນທາງ, ໜູນຊ່ວຍນັກ​ສຶກ​ສາ​ຕ່າງປະເທດ ໂດຍຜ່ານ​ໂຄງ​ການ “ນັກ​ສຶກ​ສາ​ຫວຽດ​ນາມ ໜູນ​ຊ່ວຍ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ”...

​ເພີ່ມລະດັບຄວາມຮູ້​ພາສາ​ຫວຽດນາມ ໃຫ້ແກ່ນັກສຶກສາລາວ ຈາກບັນດາການເດີນທາງຕົວຈິງ

ທ່ານ ຮສຈ.ປອ ຫງວຽນ​ວັນ​ຫຽວ (ທີສອງຈາກຂວາ), ຮອງອະທິການບໍດີໂຮງຮຽນມະຫາວິທະຍາ​ໄລສ້າງຄູ-ມະຫາວິທະຍາໄລ ດານັງ ໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາຕ່າງປະເທດ. (ພາບ: ued.udn.vn)

ກ່າວຄຳປາໄສທີ່ການພົບປະ, ທ່ານ ຮສຈ.ປອ ຫງວຽນ​ວັນ​ຫຽວ, ຮອງອະທິການບໍດີໂຮງຮຽນມະຫາວິທະຍາ​ໄລສ້າງຄູ-ມະຫາວິທະຍາໄລ ດານັງ ຫວັງ​ວ່າ ບັນດາ​ນັກ​ສຶກສາ​ຕ່າງປະ​ເທດ​ ຈະ​ບັນລຸ​ໄດ້​ໝາກຜົນ​ສູງ​ສຸດ​ໃນ​ການ​ສອບ​ເສັງ​ ເພື່ອຕີລາຄາກຳລັງຄວາມ​ສາມາດ​ພາສາ​ຫວຽດນາມ ໃນໄລຍະທີ່​ຈະ​ມາ​ເຖິງ ​ເພື່ອ​ສືບ​ຕໍ່​ປະຕິບັດ​ຄວາມ​ຝັນທີ່ຈະເຂົ້າ​ຮຽນ​ສະເພາະຂະແໜງທີ່​ຕົນ​ເລືອກ​ໄວ້. ທ່ານ ຍັງປາດ​ຖະໜາ​ວ່າ​ ນັກສຶກສາຈະ​ຮັກສາ​ຄວາມ​ຮັກ​ແພງ​ທີ່ມີໃຫ້ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ​ແລະ ຄວາມ​ຮັກ​ແພງຕໍ່ພາສາ​ຫວຽດນາມ.

ຕາງໜ້ານັກສຶກສາຕ່າງປະເທດ, ນາງ ທັດສະນີ ພົມມະສີ, ນັກສຶກສາລາວ ໃຫ້ຮູ້ວ່າ ຂະບວນການຮຽນຢູ່ໂຮງຮຽນ ໄດ້ຊ່ວຍໃຫ້ຂ້າພະເຈົ້າໄດ້ຮັບຄວາມຮູ້,ປະສົບການ ແລະ ການລົງຕົວຈິງທີ່ໜ້າຈັບໃຈຫຼາຍຢ່າງ. ອັນ​ລ້ຳ​ຄ່າ​ທີ່​ສຸດກ່ວາ ແມ່ນຄວາມ​ຊົງ​ຈຳ​ກັບ​ຄູ​ອາ​ຈານ​, ເພື່ອນ​ມິດ​​ຫວຽດ​ນາມ ທີ່​ຂ້າ​ພະ​ເຈົ້າ​ຈະ​ບໍ່ມີວັນ​​​ລືມ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໂຄງການ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ທ່ານ​ ​ອຳນວຍການໂຮງຮຽນມະຫາວິທະຍາ​ໄລສ້າງຄູ-ມະຫາວິທະຍາໄລ ດານັງ ​ໃຫ້​ແກ່​ນັກ​ສຶກສາ​ຕ່າງປະເທດ 3 ຄົນ ​ເຊິ່ງມີການປະກອບສ່ວນ​ຫຼາຍ​ຢ່າງ​ໃນ​ວຽກງານຄຸ້ມ​ຄອງ, ບຳລຸງ​ສ້າງ​ນັກ​ສຶກສາຕ່າງປະເທດ​ຂອງ​ໂຮງຮຽນ.

ປະຈຸ​ບັນ, 100% ຂອງ​ນັກ​ສຶກສາ​ຕ່າງປະ​ເທດ​ໃນ​ໂຄງການ​ກະກຽມ​ພາສາຫວຽດນາມ ​ໃນ​ສົກ​ຮຽນ 2023 - 2024 ​ໄດ້​ສຳ​ເລັດ​ຫຼັກສູດການຮຽນ ​ແລະ ຈະ​ເຂົ້າ​ຮ່ວມ​ການ​ສອບ​ເສັງຕີລາຄາກຳລັງຄວາມ​ສາມາດ​​ພາສາ​ຫວຽດນາມ ​ໃຫ້​ຊາວ​ຕ່າງປະ​ເທດ​ ເຊິ່ງຈັດ​ຂຶ້ນ​ຢູ່​ມະຫາວິທະຍາ​ໄລສ້າງຄູ-ມະຫາວິທະຍາໄລ ດານັງ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານດຳເນີນ​ທຸລະ​ກິດ, ການ​ລົງທຶນ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລາວ

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮດວຽກຢູ່ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 4 ມິຖຸນາ, ຄະນະ​ຜູ້​ແທນ​ຂັ້ນ​ສູງອົງການ​ກວດກາ​ແຫ່ງລັດ​ ລາວ ໂດຍສະຫາຍ ຄຳ​ພັນ ພົມມະ​ທັດ, ກຳມະການ​ກົມການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ກວດກາ​ສູນ​ກາງ​ພັກປະຊາຊົນປະຕິວັດ​ລາວ, ຫົວໜ້າ​ຄະນະປ້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນສູນ​ກາງ, ຫົວໜ້າອົງການກວດກາ​ແຫ່ງລັດ​ ລາວ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທະນາຄານ​ການ​ຄ້າຫຸ້ນ​ສ່ວນກ​ານ​ລົງທຶນ ...

ເພີ່ມ​ທະວີ​ການ​ແບ່ງປັນ, ການ​ຮ່ວມ​ມືກ່ຽວກັບ​ວຽກງານພິມຈຳໜ່າຍລະຫວ່າງ ​ຫວຽດນາມ - ລາວ ເພີ່ມ​ທະວີ​ການ​ແບ່ງປັນ, ການ​ຮ່ວມ​ມືກ່ຽວກັບ​ວຽກງານພິມຈຳໜ່າຍລະຫວ່າງ ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 5 ມິຖຸນາ, ຢູ່​ນະຄອນ​ດາ​ນັງ, ຄະນະປະຕິບັດງານສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ​ລາວ ​ໄດ້​ມີການໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ບໍລິສັດ​ພິມໜັງສືພິມ​ປະຊາຊົນ​ ດາ​ນັງ ຈຳກັດຜູ້ດຽວ ແລະ ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ ສຶ ເຖິດ.

ມີງດຶກ

ເຫດການ
302 Found

Found

The document has moved here.