ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

15:31 | 03/07/2024

ຍສໝ - ສະຫະພັນ​ແມ່ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ຫາ​ກໍ່​ມອບ​ເຮືອນແຫ່ງຄວາມ​ຮັກແພງ​​ໃຫ້ 2 ຄອບຄົວທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ 2 ​ບ້ານຂຶ້ນກັບ​ເມືອງ ຫຼວງນ້ຳ​ທາ, ​ແຂວງ ຫຼວງ​ນ້ຳ​ທາ (ລາວ).

ສາດ​ສະ​ດາ​ຈານ​ຍິງ​ເຊື້ອສາຍ​ຫວຽດ​ນາມ ​ຢູ່​ອັງ​ກິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນບັນດິດ ​ເອີ​ລົບ
ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ

ເຮືອນແຫ່ງຄວາມຮັກແພງ 2 ຫຼັງ ໄດ້ມອບໃຫ້ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານນານ້ອຍ ແລະ ບ້ານຫົວນາ ເຊິ່ງໄດ້ຮັບການສ້າງຕັ້ງຈາກແຫຼ່ງທຶນໜູນຊ່ວຍຂອງສະຫະພັນແມ່ຍິງແຂວງ ຝູເຖາະ ທີ່ມີມູນຄ່າ 120 ລ້ານດົ່ງ. ແຕ່ລະຫຼັງມີເນື້ອທີ່ 4ມx6ມ, ເປັນເຮືອນຊັ້ນດຽວ, ຝາດິນຈີ່, ຫຼັງຄາມຸງສັງກະສີ.

ແມ່​ຍິງ​ແຂວງ ຝູເຖາະ (ຫວຽດ​ນາມ) ໜູນ​ຊ່ວຍ​ເຮືອນແຫ່ງຄວາມ​ຮັກແພງ 2 ຫຼັງໃຫ້ແກ່ແມ່​ຍິງ​ທຸກ​ຍາກ​ຢ່​ແຂວງ ຫຼວງ​ນ້ຳ​ທາ (ລາວ)

ພິທີມອບ-ຮັບ​ເຮືອນແຫ່ງຄວາມ​ຮັກ​ແພງຂອງສະຫະພັນແມ່ຍິງແຂວງ ຝູເຖາະ ໃຫ້ແກ່ແມ່ຍິງຜູ້ທຸກຍາກຢູ່ແຂວງ ຫຼວງນ້ຳທາ. (ພາບ: lnr.org.la)

ກ່ອນ​ໜ້າ​ນີ້, ​ໃນ​ການ​ຢ້ຽມຢາມ​ແຂວງ​ ຫຼວງ​ນ້ຳ​ທາ​ ໃນ​ເດືອນເມສາ 2024, ຄະນະ​ປະຕິບັດ​ງານ​ສະຫະພັນ​ແມ່ຍິງ​ແຂວງ ຝູເຖາະ ກໍ່ມອບ​ເຮືອນ​ແຫ່ງຄວາມ​ຮັກແພງ 10 ຫຼັງ​ໃຫ້​ແກ່​ແມ່ຍິງ​ທຸກ​ຍາກ, ຂອງຂວັນ 100 ພູດ, ຄອມ​ພິວ​ເຕີ 1 ຊຸດ​ໃຫ້​ແກ່​ສູນ​ແມ່ຍິງ​ໜູນຊ່ວຍ​ແມ່ຍິງ; ຢ້ຽມຢາມ​ບັນດາ​ຄອບຄົວ​ສະມາຊິກ​ແມ່ຍິງ​ທຸກ​ຍາກ​ຢູ່​ແຂວງ ຫຼວງ​ນ້ຳ​ທາ ທີ່ໄດ້ສະຫະພັນ​ແມ່ຍິງ​ແຂວງ ຝູເຖາະ ໄດ້ໜູນ​ຊ່ວຍ​​ເຮືອນ​ແຫ່ງຄວາມ​ຮັກ​ແພງ.

ແຂວງ ຝູເຖາະ ແລະ ແຂວງ ຫຼວງນ້ຳທາ ແຮກສ່ຽວຢ່າງເປັນທາງການໃນວັນທີ 23 ພະຈິກ 1979. ນັບ​ແຕ່​ນັ້ນ​ມາ, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, 2 ຝ່າຍກໍ່ຍັງ​ໄດ້​ຮັກສາ ​ແລະ ພັດທະນາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ຫຼາຍ​ຂົງ​ເຂດ.

ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

ຍສໝ - ເກັ່ງດ້ານວິຊາສະເພາະ, ວິຊາຊີບ, ກຽມພ້ອມທີ່ຈະຮັບມືກັບຄວາມ ຫຍຸ້ງຍາກ, ລຳບາກ ແລະສິ່ງທີ່ຂາດຄວາມໝັ້ນຄົງຢູ່ເຂດປະຕິບັດໜ້າທີ່, ທະຫານຍິງຫວຽດນາມ ໄດ້ນຳມາເຊິ່ງນໍ້າໃຈເມດຕາປານີ, ຈິດໃຈສາກົນອັນສູງສົ່ງ ເພື່ອປະຕິບັດພາລະກິດຮັກສາສັນຕິພາບສາກົນ.

ອົງ​ການ Hue Help ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີສະ​ພາບປະສົບກັບຄວາມ​ຫຍຸ້ງ​ຍາກ​ພິເສດ​ຢູ່ ເທື່ອທຽນເຫວ້ ອົງ​ການ Hue Help ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີສະ​ພາບປະສົບກັບຄວາມ​ຫຍຸ້ງ​ຍາກ​ພິເສດ​ຢູ່ ເທື່ອທຽນເຫວ້

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ເທື່ອ​ທຽນ​ເຫວ້ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 1312/QD-UBND ລົງ​ວັນ​ທີ 21 ພຶດສະພາ 2024 ໂດຍ​ໄດ້​ຮັບ​ບ້ວງຊ່ວຍເຫຼືອມູນ​ຄ່າ 630 ລ້ານ​ດົ່ງ​ຈາກ​ໂຄງການ “ໜູນ​ຊ່ວຍ​ເດັກ​ນ້ອຍທີ່ມີ​ສະ​ສະພາບປະສົບກັບຄວາມຫຍຸ້ງ​ຍາກ​ພິເສດ ຢູ່ສູນ​ວຽກງານສັງຄົມ ແລະ ກອງ​ທຶນ​ປົກ​ປ້ອງ​ເດັກ ໄລ​ຍະ 2024-2026” ​ໂດຍ​ອົງ​ການ Hue Help (ອັງກິດ) ອຸປະຖຳ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.