ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດກອງປະຊຸມຄັ້ງທີ XXIX ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມກັບຄືນເມືອບ້ານເກີດເມືອງນອນ, ລະດູແລ້ງ ປີ 2024 – 2025.
Ngày 26/6, tại Đại lễ đường Nhân dân, thủ đô Bắc Kinh, Trung Quốc, trong khuôn khổ chuyến công tác tham dự Hội nghị thường niên các nhà tiên phong lần thứ 15 của Diễn đàn Kinh tế thế giới Đại Liên và làm việc tại Trung Quốc, Thủ tướng Chính phủ Phạm Minh Chính đã hội kiến Tổng Bí thư Ban Chấp hành Trung ương Đảng Cộng sản Trung Quốc, Chủ tịch nước Cộng hòa nhân dân Trung Hoa Tập Cận Bình.
ຍສໝ - ວັນທີ 26 ມິຖຸນາ, ນະຄອນຫຼວງ ປັກກິ່ງ, ຈີນ, ໃນຂອບເຂດການຢ້ຽມຢາມປະຕິບັດງານ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີຂອງບັນດາຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກຕ້າຫຼຽນ ແລະ ເຮັດວຽກຢູ່ຈີນ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດສາທາລະນະລັດປະຊາຊົນຈິນ ສີຈິ້ນຜິງ.
ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງໄຊສົມບູນ, ພາກເໜືອຂອງລາວ ໄດ້ດຳເນີນພິທີເປີດສະຫຼອງ ແລະມອບ-ຮັບໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງ ຢູ່ເມືອງ ອະນຸວົງ ແລະ ເມືອງທ່າໂທມ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ພ້ອມດ້ວຍຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈໍາປີຄັ້ງທີ 39 ຢູ່ ບັງກອກ (ໄທ).
ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ
ຍສໝ - ລາວ ແລະ ຫວຽດນາມ ຈະເປີດບໍລິການຊຳລະຂ້າມຊາຍແດນດ້ວຍລະຫັດ QR Code ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຄາດວ່າ ຈະຜັນຂະຫຍາຍໃນໄຕມາດທີ 3 ທີ່ຈະມາເຖິງ.
ຍສໝ - ວັນທີ 27 ມິຖຸນາ, ຢູ່ ສະວິດ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະ ຫວຽດນາມ ປະຈໍາ Geneva ມາຍຟານຢຸ໊ງ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາຄັ້ງທີ 53 ຂອງຄະນະບໍລິຫານງານສູນການກະທຳລູກລະເບີດໝາກມິນມະນຸດສະທໍາຂອງ Geneva (ສູນກາງສາກົນ ນະຄອນເຈນິວາ ສຳລັບການເກັບກູ້ລະເບີດເພື່ອມະນຸດສະທຳ - GICHD) ແລະ ໄດ້ຮັບເລືອກຕັ້ງກາຍເປັນສະມາຊິກຂອງສະພາ.
ຍສໝ - ຕອນບ່າຍວັນທີ 25 ມິຖຸນາ ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.
ຍສໝ - ວັນທີ 24 ມິຖຸນາ, ຢູ່ມະຫາວິທະຍາໄລ ເກີ່ນເທີ ໃຕ້ ໄດ້ຈັດພິທີເປີດຕົວພະແນກແພດສາດສາກົນ DNC ຂອງມະຫາວິທະຍາໄລ ເກີ່ນເທີ ໃຕ້. ນີ້ກໍ່ແມ່ນມະຫາວິທະຍາໄລແຫ່ງທີ 2 ນອກຈາກມະຫາວິທະຍາໄລແພດສາດ ແລະ ການຢາ ເກີນເທີ ທີ່ບຳລຸງສ້າງການແພດສາກົນຢູ່ນະຄອນ ເກີນເທີ.
ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.
ຍສໝ - ໃນຂະນະທີ່ການເຄື່ອນໄຫວສົ່ງເສີມການຄ້າຢູ່ນະຄອນຫຼວງວຽງຈັນຂອງລາວ, ຄະນະຜູ້ແທນແຂວງ ບິ່ງທ້ວນ ນຳໂດຍທ່ານ ຟານວັນດັງ - ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ໄປຢ້ຽມຢາມບັນດາສູນການຄ້າ ແລະ ຕະຫຼາດຂາຍສົ່ງໃນນະຄອນຫຼວງວຽງຈັນ.
ຍສໝ - ວັນທີ 24 ມິຖຸນາ 2024, ຢູ່ຮ່າໂນ້ຍ, ທ່ານພົນໂທ ເລືອງຕ່າມກວາງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການພົບປະກັບ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງໃນໂອກາດເລີ່ມອາຍຸການປະຕິບັດງານຢູ່ ຫວຽດນາມ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ກວາງນາມ ຫາກໍອອກມະຕິສະບັບເລກທີ 1517/QD-UBND ລົງໃນວັນທີ 24 ມິຖຸນາ 2024 ອະນຸມັດບ້ວງເງິນໜູນຊ່ວຍກວ່າ 4,3 ຕື້ດົ່ງ ຈາກໂຄງການໜູນຊ່ວຍການເບິ່ງແຍງ, ການສຶກສາເດັກຂັ້ນອະນຸບານຢູ່ບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.
ຍສໝ - ການຫຼຸດລົງຂອງເງິນກີບ (ລາວ) ໃນໄລຍະຍາວເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງປະຊາຊົນໃນປະເທດນີ້. ດັ່ງນັ້ນ, ລັດຖະບານລາວ ຈຶ່ງໄດ້ຕົກລົງ ທີ່ຈະປະຕິບັດມາດຕະການເພື່ອແກ້ໄຂບັນຫາລາຄາ.
ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະໂອກາດຮ່ວມມື, ລະບຽບການກ່ຽວກັບການລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ.
ຍສໝ - ຄະນະປະຈຳສະພາແຫ່ງຊາດລາວ ໄດ້ເລີ່ມກະກຽມບັນດາດ້ານປະຕິບັດງານຢ່າງຮອບດ້ານ ໃຫ້ການປັບປຸງບາງເນື້ອໃນຂອງລັດຖະທຳມະນູນປີ 2015, ເຊິ່ງຄາດວ່າຈະເຮັດສຳເລັດໃນກາງປີ 2025 ແລະ ສາມາດຍື່ນສະເໜີຕໍ່ສະພາແຫ່ງຊາດລາວ ຊຸດທີ 9 ທີ່ພິຈາລະນາໃນການປະຊຸມປະຈຳ ຄັ້ງທີ 9 ທີ່ຈະມາເຖິງ.
ຍສໝ - ເພື່ອຕອບສະໜອງກັບຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຢ່າງວ່ອງໄວ, ອຳນາດການປົກຄອງຢູ່ 12 ທ້ອງຖິ່ນຂອງຍີ່ປຸ່ນ ໄດ້ນຳໃຊ້ ຫຼື ມີວາງແຜນນຳໃຊ້ ແລະ ອຳນາດການປົກຄອງ 30 ກວ່າແຫ່ງພວມພິຈາລະນານຳໃຊ້ລະບອບລະບອບເກັບພາສີພັກເຊົາ.
ຍສໝ - ຕອນເຊົ້າວັນທີ 24 ມິຖຸນານີ້, ຢູ່ຫໍສະພາປະຊາຊົນນະຄອນຫຼວງປັກກິ່ງ, ປະເທດຈີນ, ສະຫາຍ ຈູເກື່ອງ, ກຳມະການສູນກາງພັກ, ຮອງປະທານຄະນະກຳມະການປຶກສາການເມືອງແຫ່ງຊາດປະເທດຈີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ເຂົ້າຮ່ວມເວທີປາໄສຫວຽດນາມ - ຈີນຄັ້ງທີ 12.
ຍສໝ - ແຕ່ວັນທີ 25 – 29 ມິຖຸນາ, ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄປຢ້ຽມຢາມພະນັກງານ ແລະ ນັກຮົບກອງທັບເຮືອເຂດ 5.
ຍສໝ - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຢ່າງສຳເລັດຜົນ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ແລະ ໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້. ຂໍແນະນໍາເນື້ອໃນຂອງການສໍາພາດ.