ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

06:47 | 26/06/2024

ຍສໝ - ວັນ​ທີ 24 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເລືອງ​ຕ່າມກວາງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງ​ໃນ​ໂອ​ກາດ​ເລີ່ມອາຍຸການປະຕິບັດງານຢູ່ ​ຫວຽດ​ນາມ.

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”
ຮ່າ​ຕິ້ງ ຍາມ​ໃດ​ກໍ່​ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ

ທີ່​ການຕ້ອນຮັບ, ທ່ານ​ລັດຖະມົນຕີ ​ເລືອງ​ຕ່າມກວາງ ເນັ້ນ​ໜັກ​ວ່າ ການຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ 2 ປະ​ເທດ ຫວຽດນາມ - ລາວ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ, ປັບປຸງ, ພັດທະນາ​ທັງ​ລວງກ້ວາງ ​ແລະ ລວງ​ເລິກ, ພິ​ເສດ​ແມ່ນໃນວຽກງານສົມທົບກັນ ເພື່ອແລກປ່ຽນສະພາບ​ການ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມປອດໄພ​ແຫ່ງ​ຊາດ ​ແລະ ການ​ຮັກສາ​ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພທາງ​ສັງຄົງຂອງ​ແຕ່ລະ​ປະ​ເທດ. ບັນດາ​ກຳລັງເຈົ້າທີ່ຂອງ 2 ຝ່າຍ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຮັບປະກັນ​ຄວາມ​ປອດ​ໄພເດັດຂາດຕໍ່​ບັນດາ​ເຫດການ​ການ​ເມືອງ, ບັນດາການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ
Toàn cảnh buổi tiếp.

ພາບທີ່ການພົບປະ

ໃນຊຸມປີມໍ່ໆມານີ້, ກະຊວງຕຳຫຼວດ ຫວຽດນາມ ໄດ້ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງສຳນັກງານຕຳຫຼວດ 244 ແຫ່ງຢູ່ບັນດາໝູ່ບ້ານຂອງລາວ ທີ່ມີຊາຍແດນຕິດກັບ ຫວຽດນາມ ແລະ ບັນດາໝູ່ບ້ານທີ່ເປັນບໍລິເວນຈຸດສຸມ, ​ຄວາມ​ປອດ​ໄພຍັງສັບສົນ; ໜູນຊ່ວຍກໍ່ສ້າງກິດຈະການສະຖາບັນການເມືອງຕຳຫຼວດລາວ; ໄດ້​ຮັບ, ບຳລຸງ​ສ້າງ, ບຳລຸງພະນັກງານ​ຫຼາຍ​ຄົນ​ຂອງ​ກະຊວງ​ຕຳຫຼວດ​ລາວ ​ໄປ​ຍັງ ​ຫວຽດນາມ ​ເພື່ອ​ສຶກສາ, ຄົ້ນຄວ້າ.

ປະຈຸ​ບັນ, ກະຊວງ​ຕຳຫຼວດ​ຫວຽດນາມ ພວມຜັນຂະຫຍາຍການໜູນ​ຊ່ວຍ​ກະຊວງ​ຕຳຫຼວດ​ລາວ ກໍ່ສ້າງ​ລະບົບ​ຂໍ້​ມູນ​ພົນລະເມືອງ ແລະ ບັດປະຈຳຕົວ, ສ້າງ​ສູນບຳບັດຜູ້ຕິດຢາເສບຕິດຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ທ່ານ​ລັດຖະມົນຕີ ເລືອງ​ຕ່າມກວາງ ກ່າວຄຳປາໄສທີ່ການພົບປະ.

ຢືນຢັນ​ວ່າ ກະຊວງ​ຕຳຫຼວດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ໃນ​ການປັບປຸງ​ ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ, ລະຫວ່າງ​ກະຊວງ​ຕຳຫຼວດສອງປະ​ເທດ ຫວຽດນາມ - ລາວ ​ເວົ້າສະເພາະ, ທ່ານ​ລັດຖະມົນຕີ ເລືອງ​ຕ່າມກວາງ ​ໃຫ້​ຮູ້​ວ່າ ກະຊວງ​ຕຳຫຼວດ ຫວຽດນາມ ຈະສືບ​ຕໍ່​ໜູນ​ຊ່ວຍ​ກະຊວງ​ຕຳຫຼວດ​ລາວ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ລາວ​ ໃນ​ຖານະ​ເປັນ​ປະທານ​ ອາ​ຊຽນ 2024.

ທ່ານ​ລັດຖະມົນຕີ ເລືອງ​ຕ່າມກວາງ ​ໄດ້ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ກ່າວຄຳປາໄສທີ່ການພົບປະ.

ໂດຍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ເຖິງທ່ານລັດຖະມົນຕີ ເລືອງຕ່າມກວາງ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ໃນຖານະຕຳແໜ່ງຂອງຕົນ ຈະເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງກຳລັງຕຳຫຼວດສອງປະເທດ ເວົ້າສະເພາະ, ປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດ ເວົ້າລວມ, ລະຫວ່າງກະຊວງຕຳຫຼວດ ສອງປະເທດ ຫວຽດນາມ-ລາວ ເວົ້າສະເພາະ ເລິກເຊິ່ງກ່ວາອີກ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​

ຍສໝ - ວັນ​ທີ 12 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ ແລະ ​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດງານ​ແຂວງ ລາວ​ກາຍ ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ຈິ້ງຊວນເຈື່ອງ ເປັນຫົວໜ້າຄະນະ. ​ເຂົ້າ​ຮ່ວມພ້ອມກັນກັບຄະນະ ມີການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ລາວ​ກາຍ ແລະ ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະແໜງການ​ຂອງ​ແຂວງ.

ຮັດ​ແໜ້ນສາຍພົວ​ພັນ ແລະ ການ​ຮ່ວມ​ມື​ ລາວ - ມົງ​ໂກ​ລີ ຮັດ​ແໜ້ນສາຍພົວ​ພັນ ແລະ ການ​ຮ່ວມ​ມື​ ລາວ - ມົງ​ໂກ​ລີ

ຍສໝ - ​ໂດຍຕອບ​ຮັບ​ຄຳ​ເຊີນ​ຂອງ​ທ່ານ Khurelsukh Ukhna, ປະທານາທິບໍດີ ມົງ​ໂກລີ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະທານ​ປະ​ເທດ​ລາວ ແລະ ຄະນະຜູ້ແທນ ໄດ້ມີການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່ ມົງ​ໂກ​ລີ​ ນັບແຕ່ວັນ​ທີ 11 – 12 ມິຖຸນາ​ນີ້ ​ເພື່ອ​ຮັດ​ແໜ້ນ​ ແລະ ພັດທະນາສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການຮ່ວມມືອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.