ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

11:06 | 25/06/2024

ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະ​ໂອກາດ​ຮ່ວມ​ມື, ລະບຽບ​ການ​ກ່ຽວ​ກັບ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ເມ​ລິ​ກາ.

5 ໜ້າ​ທີ່​ຈຸດສຸມສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ປະຕິບັດ
ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ວັນ​ທີ 24 ມິຖຸນາ​, ສະຖານທູດ ​ຫວຽດນາມ ​ປະຈຳ Washington DC ​ໄດ້​ຈັດ​ຕັ້ງ​ການໂອ້ລົມເຈລະຈາກ່ຽວ​ກັບ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ ອາ​ເມ​ລິ​ກາ​ ກັບບັນດາ​ວິ​ສາ​ຫະກິດ ​ຫວຽດນາມ ເວທີປາໄສດຶງ​ດູດ​ການ​ລົງ​ທຶນເຂົ້າໃນ ອາ​ເມ​ລິ​ກາ (Select USA Investment Summit) ໃນ​ປີ 2024.

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ບັນດາຜູ້ແທນເຂົ້າຮ່ວມເຫດການ.

ທີ່​ການ​ໂອ້​ລົມເຈລະຈາ ມີການເຂົ້າ​ຮ່ວມຂອງ​ທ່ານ​ນາງ Pamela Phan, ຮອງຜູ້ຊ່ວຍວຽກລັດຖະມົນຕີການ​ຄ້າ​ ອາ​ເມ​ລິ​ກາ; ທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ; ແລະ ບັນດາຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ການ​ຄ້າ, ສະຖານທູດ ​ອາ​ເມ​ລິ​ກາ ປະຈຳ ​ຮ່າ​ໂນ້ຍ, ສະຖານ​ກົງສຸນ​ໃຫຍ່ ອາ​ເມ​ລິ​ກາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ບັນດາສະມາຄົມ, ວິສາຫະກິດອາເມລິກາ ແລະ ປະຊາຄົມວິສາຫະກິດທີ່ມີເຊື້ອຊາດ ຫວຽດນາມ ຢູ່ ອາເມລິກາ.

ກ່າວ​ຄຳປາໄສທີ່​ການ​ໂອ້​ລົມເຈລະຈາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ຢຸງ ໄດ້ຕີ​ລາຄາ​ວ່າ ຫວຽດນາມ ​ເຂົ້າ​ຮ່ວມເຫດການ Select USA ຄັ້ງທຳອິດ​ຢ່າງຄັບຄາໜາແໜ້ນ, ດ້ວຍ​ຈຳນວນ​ວິ​ສາ​ຫະກິດ​ບັນລຸ 70 ກວ່າ​ແຫ່ງ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສ່ອງແສງໃຫ້​ເຫັນ​ເຖິງ​ການພັດທະນາ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂອງ ຫວຽດນາມ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ເພື່ອ​ມຸ່ງ​ໄປ​ເຖິງທ້ອງ​ຕະຫຼາດ​ສາກົນ.

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ
Đại sứ Nguyễn Quốc Dũng phát biểu.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ຢຸງ ກ່າວຄຳປາໄສ.

ທ່ານ​ນາງ Pamela Phan, ຮອງຜູ້ຊ່ວຍວຽກລັດຖະມົນຕີການ​ຄ້າ​ ອາ​ເມ​ລິ​ກາ ໄດ້ຕີ​ລາຄາ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ສຳຄັນ​ອັນ​ດັບ 9 ຂອງ ​ອາ​ເມ​ລິ​ກາ ​ໃນ​ປີ 2023; ຢືນຢັນ​ວ່າ ລັດຖະບານ ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເມື່ອ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ເມ​ລິ​ກາ.

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ທ່ານ​ນາງ Pamela Phan, ຮອງຜູ້ຊ່ວຍວຽກລັດຖະມົນຕີການ​ຄ້າ​ ອາ​ເມ​ລິ​ກາ ກ່າວຄຳປາໄສ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ປະຈຳ​ ຫວຽດນາມ Marc Knapper ​ໃຫ້​ຮູ້​ວ່າ ເລື່ອງສອງປະເທດຍົກ​ລະດັບ​ເປັນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ກໍ່​ໄດ້​ສ້າງຄວາມສະດວກໃຫ້​ແກ່ບັນດາການ​ພົວພັນ​ດ້ານ​ເສດຖະກິດ-ການ​ຄ້າ; ຊຸກຍູ້​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄປ​ລົງທຶນ​ຢູ່ ອາ​ເມ​ລິ​ກາ ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ບັນດາ​ໂຄງການສົ່ງເສີມ​ການ​ລົງທຶນ​ຄື Select USA ​ແລະ ບັນດາ​ໂຄງການ​ອື່ນໆ.

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ອາ​ເມ​ລິ​ກາ ປະຈຳ​ ຫວຽດນາມ Marc Knapper ກ່າວຄຳປາໄສ.

ບັນດາວິສາຫະກິດ Vietcombank, Vinfast ໄດ້ແບ່ງປັນບັນດາປະສົບການ, ກາລະໂອກາດ, ສິ່ງທ້າທາຍເມື່ອລົງທຶນຢູ່ ອາເມລິກາ ກໍ່ຄືແຜນການຂອງບັນດາວິສາຫະກິດ ເພື່ອເປີດກວ້າງການຜະລິດ, ການດຳເນີນທຸລະກິດຕື່ມອີກ.

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ຜູ້​ຕາງ​ໜ້າບັນດາວິ​ສາ​ຫະ​ກິດ ກ່າວ​ປາ​ໄສ​ທີ່​ເຫດການ.

ທະນາຄານ Eximbank, Vietcombank, Ernst & Young ກໍ່ແນະນຳບັນດາຜະລິດຕະພັນ, ການບໍລິການ ແລະ ບັນດາໂຄງການໜູນຊ່ວຍທີ່ບັນດາທະນາຄານ, ວິສາຫະກິດສາມາດສະໜອງໃຫ້ແກ່ວິສາຫະກິດເມື່ອລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ.

ທີ່ການໂອ້ລົມເຈລະຈາ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະ​ໂອກາດ​ຮ່ວມ​ມື, ລະບຽບ​ການ​ກ່ຽວ​ກັບ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ເມ​ລິ​ກາ.

ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ” ເປີດຕົວປຶ້ມ “ຄະນະກຳ​ມະ​ການ ຫວຽດນາມ ສາມັກຄີ ແລະ ການ​ຮ່ວມ​ມື ​ອາ​ຊີ - ອາ​ຟ​ຣິ​ກາ - ອາເມລີກາລາ​ຕິນ: ບັນດາເສັ້ນທາງ, ບັນດາເພື່ອນມິດ”

ຍສໝ - ປຶ້ມ​ດັ່ງກ່າວ ໄດ້ພິມ​ອອກ​ເປັນ​ສອງ​ພາສາ​ ຫວຽດນາມ - ​ອັງກິດ, ມີ​ຄວາມ​ໜາ​ກວ່າ 300 ໜ້າ. ຜ່ານ​ປຶ້ມ​ດັ່ງກ່າວ, ບັນດາເພື່ອນມິດ, ບັນດາການ​ເດີນ​ທາງ ​ແລະ ການ​ປະກອບສ່ວນ​ຂອງ​ຄະນະ​ກຳມະການ​ ຫວຽດນາມ ສາມັກຄີ ​ແລະ ການ​ຮ່ວມ​ມື ອາຊີ - ອາ​ຟຣິກາ - ອາ​ເມ​ລິ​ກາ​ລາ​ຕິນ ສຳລັບເປົ້າໝາຍ​ສັນຕິພາບ, ...

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້ ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້

ຍສໝ - ວັນ​ທີ 17 ພຶດສະພາ​ນີ້, ສະຖານທູດ ​ຫວຽດນາມ​ ປະຈຳ ​ໂປໂລຍ ​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ກົງສຸນ​ເພື່ອ​ຮັບ, ແກ້ໄຂເອກະສານ​ຂອງປະຊາຊົນທີ່​ຖືກ​ເສຍຫາຍ​ໃນ​ໄຟ​ໄໝ້​ສູນ​ການ​ຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກ​ເອກະສານ​ໃໝ່ ຫລັງ​ຈາກໄດ້​ຍື່ນ​ເອກະສານ​ແລ້ວ​ປະມານ 1 ຊົ່ວ​ໂມງ.

ມີງດຶກ

ເຫດການ
302 Found

Found

The document has moved here.