ຍສໝ - ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ໄທ, ໂດຍທ່ານ ຫງວຽນວັນແທ່ງ - ປະທານສະມາຄົມນຳໜ້າ ຫາກໍ່ມີການໄປປະຕິບັດງານຢູ່ ໄທ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ສະວິດຄາດວ່າຈະສົ່ງຜູ້ຊ່ຽວຊານດ້ານນ້ຳສະອາດ, ສຸຂະອະນາໄມ, ເຮືອນຢູ່ທີ່ປອດໄພປະມານ 8 ຄົນ... ພ້ອມດ້ວຍເຄື່ອງບັນເທົາທຸກ 25.000 ກວ່າກິໂລ ເພື່ອຊ່ວຍເຫຼືອຫວຽດນາມ ພາຍຫຼັງພາຍຸເລກທີ 3.
ຍສໝ - ວັນທີ 19 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ພາກເໜືອ ຫວຽດນາມ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍຸເລກທີ 3 (ຢາກີ) ແລະ ໄພນໍ້າຖ້ວມ.
ຍສໝ - ການຢ້ຽມຢາມຕ່າງປະເທດແຕ່ວັນທີ 21 ກັນຍາ ແມ່ນການເຄື່ອນໄຫວຫຼາຍຝ່າຍ ແລະເຮັດວຽກຢູ່ອາເມລິກາ ຄັ້ງທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຖານະຕໍາແໜ່ງໃໝ່.
ຍສໝ - ການພົວພັນ ຫວຽດນາມ - ສະຫະປະຊາຊາດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ບັນດາຄວາມມານະພະຍາຍາມຫຼາຍຢ່າງຈາກສອງຝ່າຍ, ໃນນັ້ນມີການຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ເພື່ອໜູນຊ່ວຍພາລະກິດພັດທະນາຂອງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປັບປຸງບົດບາດຂອງ ສປຊ.
ຍສໝ - ວັນທີ 18 ກັນຍາ, ຢູ່ສູນວັດທະນະທໍາ ສືດົງ, ຄະນະກໍາມະການປະຊາຊົນແຂວງ ຫາຍເຢືອງ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນສອງແຂວງ ຫາຍເຢືອງ ແລະ ແຂວງ ວຽງຈັນ (ສປປ ລາວ) ເພື່ອເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງແຂວງເລິກເຊິ່ງກ່ວາອີກ.
ຍສໝ - ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນສະທ້ອນຈາກພະຍຸລູກທີ 3 (YAGI).
ຍສໝ - ວັນທີ 16 ກັນຍາ, ຢູ່ແຂວງ ເງ້ອານ, ກອງບັນຊາການທະຫານຊາຍແດນແຂວງ ເງ້ອານ ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານທະຫານຊາຍແດນ 40 ຄົນຂຶ້ນກັບກອງບັນຊາການການທະຫານແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ພະຍາຍາມສຸດຄວາມສາມາດເພື່ອວຽກງານ ແລະສຸດຫົວໃຈເພື່ອຄອບຄົວ, ແຕ່ແມ່ຍິງຈໍານວນຫຼາຍທີ່ບໍ່ໄດ້ຕັ້ງໃຈລືມຮັກຕົນເອງ. ການດູແລສຸຂະພາບ, ຮູ້ຮັກຕົນເອງຈະຊ່ວຍໃຫ້ເຂົາເຈົ້າສົມດູນຊີວິດຂອງເຂົາເຈົ້າ ແລະມີຄວາມສຸກທີ່ຄົບໄດ້.
ຍສໝ - ຫຼັງຈາກຮອບ livestream ວັນທີ 19 ກໍລະກົດ ທີ່ຜ່ານມາ, ລາຍການ "ເປີດປຸບໄດ້ປັບ 2024" ຂອງເຄື່ອງດື່ມຊູກຳລັງ Number 1 ໄດ້ຄົ້ນພົບເຈົ້າຂອງຜູ້ໂຊກດີໄດ້ຮັບຂອງລາງວັນທີ 1 ມູນຄ່າ 500 ລ້ານດົ່ງ ພ້ອມດ້ວຍຫຼາຍລາງວັນທີ 2 ມູນຄ່າ 30 ລ້ານດົ່່ງ ແລະບັດເຕີມເງິນໂທລະສັບຫລາຍຮ້ອຍໃບ.
ຍສໝ - ເພື່ອຮັບປະກັນຄວາມປອດໄພຂອງຕົນເອງ ແລະຜູ້ໂດຍສານ, ຜູ້ຂັບຂີ່ຕ້ອງ ຮັກສາພະລັງ ແລະມີຄວາມຕື່ນຕົວທີ່ສຸດ. ໃນຖະຫນົນຫົນທາງທີ່ ເຕັມໄປດ້ວຍຄວາມທ້າທາຍ, ສີ່ງນີ້ບໍ່ແມ່ນເລື່ອງງ່າຍ. ພວກເຂົາເຈົ້າຕ້ອງການວິທີແກ້ໄຂການເຕີມພະລັງແບບໄວເພື່ອບັງຄັບພວງມະໄລໄດ້ທຸກທີ່, ທຸກເວລາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕອບສຳພາດຕໍ່ນັກຂ່າກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການປະກອບສ່ວນຂອງຫວຽດນາມ ເຂົ້າໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ.
ຍສໝ - ຢູ່ທີ່ບັນດາປະເທດທີ່ພັດທະນາແລ້ວ, ກິດຈະກໍາການກຸສົນໃນການບັນເທົາທຸກຈາກໄພພິບັດທໍາມະຊາດ ໄດ້ຖືກຄຸ້ມຄອງຕາມກົດຫມາຍ ແລະຂໍ້ກຳນົດກົດລະບຽບສະເພາະເພື່ອຮັບປະກັນຄວາມເປີດເຜີຍທາງດ້ານການເງິນ ແລະ ຄວາມໂປ່ງໃສ.
ຍສໝ - ໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ເກີດຈາກພະຍຸ Yagi ໄດ້ທຳລາຍປະເທດຫວຽດນາມ, ມຽນມາ, ລາວ ແລະ ໄທ, ສົ່ງຜົນກະທົບຕໍ່ເດັກນ້ອຍເກືອບ 6 ລ້ານຄົນ. ເດັກນ້ອຍມີຄວາມຫຍຸ້ງຍາກໃນການເຂົ້າເຖິງນ້ຳສະອາດ, ການສຶກສາ, ການດູແລສຸຂະພາບ, ອາຫານ ແລະ ທີ່ພັກອາໄສ.
ຍສໝ - ກົມຄຸ້ມຄອງລະບົບຄັນຄູ ແລະ ປ້ອງກັນຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ກ່າວວ່າ: ປະຈຸບັນນີ້ໄດ້ຕິດຕໍ່ ແລະ ໄດ້ຮັບຄຳໝັ້ນສັນຍາການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຊ່ວຍເຫຼືອສຸກເສີນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3.
ຍສໝ - ໂດຍຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໃນວັນທີ 18 ກັນຍາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງລາຍການບໍລິຈາກເພື່ອໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນເສຍຫາຍຈາກພາຍຸເລກທີ 3 (Yagi), ດ້ວຍການເຂົ້າຮ່ວມຂອງພະນັກງານທັງໝົດຂອງອົງການຜູ້ປະຈຳ ແລະ ບັນດາອົງການສະມາຊິກຢູ່ສູນກາງ ຢ່າງຕັ້ງໜ້າ.
ຍສໝ - ວັນທີ 13 ກັນຍາ 2024, ຄະນະກຳມະການປະຊາຊົນແຂວງ ເຫງະອານ ໄດ້ອອກຂໍ້ຕົກລົງສະບັບເລກທີ 2406/QD-UBND ລົງວັນທີ 13 ກັນຍາ 2024 ເພື່ອຮັບນັກຮຽນຕ່າງປະເທດຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຳນວນ 31 ຄົນ ເພື່ອເຂົ້າຮຽນຫຼັກສູດສາມັນສຶກສາ ສົກຮຽນ 2024-2025.
ຍສໝ - ໃນສະພາບການພາກເໜືອປະສົບກັບຄວາມເສຍຫາຍຢ່າງຫຼວງຫຼາຍຈາກພະຍຸລູກທີ 3, ບັນດາລາຍການວັນບຸນໄຫວ້ພະຈັນ 2024 ປີນີ້ຢູ່ຫຼາຍແຂວງ, ນະຄອນ ໄດ້ດຳເນີນແບບງ່າຍດາຍກວ່າ ແຕ່ມີຄວາມໝາຍຫຼາຍຢ່າງ. ບັນດາການເຄື່ອນໄຫວທີ່ຟົດຟື້ນຄືທຸກໆປີ ໄດ້ປ່ຽນເປັນບັນດາລາຍການແບ່ງປັນ ແລະ ຊ່ວຍເຫຼືອເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນເດັກນ້ອຍຢູ່ໃນເຂດຮັບຜົນກະທົບຈາກພາຍຸ ແລະ ນໍ້າຖ້ວມ.
ຍສໝ - ຄະນະກໍາມະການກວດກາພັກແຂວງ ດ້ຽນບຽນ ແລະ 3 ແຂວງພາກເໜືອຂອງລາວ ໄດ້ເຫັນດີເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນໃນການກວດກາ, ຕິດຕາມກວດກາ ແລະການປະຕິບັດລະບຽບວິໄນຂອງອົງການກວດກາພັກ-ລັດ ເພື່ອຍົກສູງບົດບາດ ແລະຄວາມຮັບຜິດຊອບໃນການຊີ້ນຳ ນຳພາປະຕິບັດໜ້າທີ່ການເມືອງຂອງຄະນະກໍາມະການກວດກາແຂວງ, ຂອງພະນັກງານ-ລັດຖະກອນຂອງແຕ່ລະຝ່າຍຢ່າງບໍ່ຢຸດຢັ້ງ.
ຍສໝ - ວັນທີ 17 ກັນຍາ 2024, ເນື່ອງໃນໂອກາດບຸນໄຫວ້ພະຈັນ, ກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະ ສະມາຄົມນັກທຸລະກິດຫວຽດນາມ ປະຈຳພາກເໜືອຂອງລາວ ໄດ້ໄປຢ້ຽມຢາມບັນດາຄູອາຈານ ແລະ ມອບຂອງຂວັນໃຫ້ບັນດານ້ອງນັກຮຽນ ໂຮງຮຽນສຶກສາຄົນພິການແຂວງຫຼວງພະບາງ.