ຍູ້ແຮງການ​ຮ່ວມ​ມື​ມິດຕະພາບ​ ຫວຽດນາມ - ໄທ ຜ່ານ​ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ

15:25 | 21/09/2024

ຍສໝ - ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ໄທ, ໂດຍ​ທ່ານ ຫງວຽນ​ວັນ​ແທ່ງ - ປະ​ທານ​ສະ​ມາ​ຄົມນຳ​ໜ້າ ຫາກໍ່ມີການໄປ​ປະຕິບັດງານຢູ່ ໄທ ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ.

ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ
ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE

​ໃນ​ຂອບ​ເຂດ​ການ​ໄປປະຕິບັດງານ, ຄະນະ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມລວມປະຈຳ​ປີ​ຄັ້ງ​ທີ 13 ລະຫວ່າງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ​ແລະ ສະມາຄົມ​ມິດຕະພາບ​ ໄທ - ຫວຽດນາມ. ທ່ານພົນໂທ ຮສ.ປອ ຫງວຽນ​ວັນ​ແທ່ງ, ອະດີດ​ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ນຳ​ໜ້າ​ຄະນະ.

ຍູ້ແຮງການ​ຮ່ວມ​ມື​ມິດຕະພາບ​ ຫວຽດນາມ - ໄທ ຜ່ານ​ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ

ຄະນະປະຕິບັດງານສະມາຄົມ​ມິດຕະພາບ ​ຫວຽດນາມ - ​ໄທ ​ໄດ້​ໄປ​ຢ້ຽມຢາມ, ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ປະຈຳ ​ໄທ.

ທີ່ການ​ຢື້ຢາມ​ ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ປະຈຳ ​ໄທ, ທ່ານ ຫງວຽນ​ວັນ​ແທ່ງ ​ໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈ​ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫວຽດ​ຮຸ່ງ ແລະ ບັນດາພະນັກສະຖານທູດ ທີ່ມີການຊ່ວຍເຫຼືອຢ່າງຕໍ່ເນືອງໃຫ້ບັນດາການ​ເຄື່ອນ​ໄຫວການທູດ​ຂອງ 2 ສະມາຄົມ. ທ່ານ​ກໍ່ໄດ້​ເນັ້ນ​ໜັກ​ເຖິງ​ຫຼາຍ​ຈຸດ​ສຸມ​ການ​ຮ່ວມ​ມື​ທີ່​ຈະ​ໄດ້​ຮັບ​ການຜັນຂະຫຍາຍໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫວຽດ​ຮຸ່ງ ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 13, ພ້ອມກັນນັ້ນ ກໍ່​ໄດ້​ຮັບ​ຮູ້​ການ​ກະກຽມ​ຢ່າງ​ລະອຽດລະອໍຂອງ​ສະມາຄົມ​ມິດຕະພາບ ​ໄທ - ຫວຽດນາມ ພາຍໃຕ້ການ​ນຳພາ​ຂອງ​ທ່ານ Sanan Angubolkul.

ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ​ໄດ້​ໄປ​ຢ້ຽມຢາມ​ໂຮງຮຽນ Mechai Bamboo School ຢູ່ແຂວງ ບູຣີ​ຣຳ, ເຊິ່ງມີ​ນັກຮຽນ​ຫວຽດນາມ 5 ຄົນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ກຳລັງຮຽນຢູ່. ນັກຮຽນໄດ້ຖືກຄັດເລືອກຕາມໂຄງການທຶນການສຶກສາ ໂດຍສະມາຄົມມິດຕະພາບຂອງສອງປະເທດ ແລະ ກຸ່ມບໍລິສັດ Charoen Pokphand (CP Group) ອຸປະຖຳຈົນຮອດເວລາຮຽນຈົບມັດທະຍົມຕອນປາຍ.

ໂຮງຮຽນໄດ້ສ້າງຕັ້ງຂຶ້ນໃນປີ 2008 ແລະ ເຄື່ອນໄຫວໂດຍອີງໃສ່ທິດສະດີການສຶກສາທີ່ປະສົມປະສານການຮຽນຮູ້ກັບຄວາມຮັບຜິດຊອບທາງສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ. ນັກຮຽນຂອງໂຮງຮຽນແມ່ນມາຈາກຫຼາຍທ້ອງຖິ່ນຂອງ ໄທ, ກຳປູເຈຍ ແລະ ຫວຽດນາມ, ໄດ້ຮັບການອຸປະຖຳຄ່າທີ່ພັກ, ຄ່າຮຽນຈາກກຸ່ມບໍລິສັດ Charoen Pokphand (CP Group) ຂອງ ໄທ. ໂຮງ​ຮຽນ ໄດ້ຕີ​ລາ​ຄາບັນດາ​ນັກ​ສຶກ​ສາ​ຫວຽດ​ນາມ ເຊື່ອມໂຍງຢ່າງ​ວ່ອງ​ໄວ ແລະ ສະ​ແດງ​ໃຫ້​ເຫັນຢ່າງຈະແຈ້ງ​ເຖິງຄວາມ​ມາ​ນະ​ພະ​ຍາ​ຍາມບືນຕົວໃນ​ສະ​ພາບ​ແວດ​ລ້ອມ​​ການ​ຮຽນ​ຮູ້​ນີ້.

ການ​ນຳ​ກຸ່ມບໍລິສັດ CP Group ​ໃຫ້​ຮູ້​ວ່າ ​ອາດ​ສາມາດ​ສືບ​ຕໍ່​ສະໜອງ​ທຶນ​ການສຶກສາ​ມະຫາວິທະຍາ​ໄລ​ໃຫ້​ແກ່​ນັກ​ສຶກສາ​ຫວຽດນາມ ຢູ່​ສະ​ຖາ​ບັນຄຸ້ມຄອງ Panyapiwat, ເປີດ​ໂອກາດ​ການ​ຮຽນ​ຮູ້ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ບັນດາ​ໄວໜຸ່ມ​ຫວຽດນາມ ທີ່ມີຄວາມສາມາດ.

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຍສໝ -​ ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Shawn Steil, ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ, ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ສິງຫາ ຢູ່ ຮ່າ​ໂນ້ຍ.

ນະຄອນ​ໂຮ່ຈິ​ມິນ ​ແລະກາ​ເມົາ ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ​ ​​ໄລຍະ 2024 – 2028

ນະຄອນ​ໂຮ່ຈິ​ມິນ ​ແລະກາ​ເມົາ ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ​ ​​ໄລຍະ 2024 – 2028

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກາ​ເມົາ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ ຂໍ້ກຳນົດການ​ປະສານ​ສົມທົບ​ກັນ​ເຄື່ອນໄຫວວຽກ​ງານ​ການ​ທູດ​​ປະຊາຊົນ​ ໄລຍະ 2024 – 2028.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.