ວັນບຸນໄຫວ້ພະຈັນ 2024: ລະດູດວງເດືອນແຫ່ງຄວາມເມດຕາໃນທຸກເຂດພາກຂອງປະເທດ

21:39 | 19/09/2024

ຍສໝ - ​ໃນ​ສະພາບ​ການ​ພາກ​ເໜືອ​ປະສົບ​ກັບ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ຈາກ​ພະຍຸ​ລູກທີ 3, ບັນດາລາຍການວັນບຸນໄຫວ້ພະຈັນ 2024 ​ປີ​ນີ້​ຢູ່​ຫຼາຍ​ແຂວງ, ນະຄອນ ໄດ້ດຳເນີນແບບງ່າຍດາຍ​ກວ່າ ​ແຕ່​ມີ​ຄວາມ​ໝາຍຫຼາຍຢ່າງ. ບັນດາການເຄື່ອນໄຫວທີ່ຟົດຟື້ນຄືທຸກໆປີ ໄດ້ປ່ຽນເປັນບັນດາລາຍການແບ່ງປັນ ແລະ ຊ່ວຍເຫຼືອເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນເດັກນ້ອຍຢູ່ໃນເຂດຮັບຜົນກະທົບຈາກພາຍຸ ແລະ ນໍ້າຖ້ວມ.

ວັນບຸນໄຫວ້ພະຈັນທີ່ອົບອຸ່ນໃຫ້ແກ່ເດັກນ້ອຍຢູ່ລາວ
ຍິບຍັບສີສັນວັນບຸນໄຫວ້ພະຈັນໃນທົ່ວທັງສາມພາກຂອງປະເທດຫວຽດນາມໃນປີ 2023

ຢູ່ ​ຮ່າ​ໂນ້ຍ, ວັນ​ທີ 16 ກັນຍາ, ນັກຮຽນ​ໂຮງຮຽນ​ປະຖົມ ວັນອຽນ (​ເມືອງ ຮ່າ​ດົງ) ໄດ້​ມີຕອນຮຽນ​ທີ່​ມີ​ຄວາມ​ໝາຍ​ດ້ວຍ​ຫົວ​ຂໍ້ “ວັນບຸນໄຫວ້ພະຈັນ ແຜ່ກະຈາຍຄວາມຮັກແພງ”. ແທນ​ທີ່​ຈະ​ຈັດ​ຕັ້ງບັນດາການເຄື່ອນໄຫວມ່ວນ​ຊື່ນຕາມ​ປົກ​ກະ​ຕິ, ທາງ​ໂຮງ​ຮຽນ​ໄດ້​ຮຽກ​ຮ້ອງ​ໃຫ້​ຄູ​ອາ​ຈານ, ພໍ່​ແມ່ຜູ້ປົກຄອງ​ຂອງນັກ​ຮຽນ ແລະ ນັກຮຽນບໍລິຈາກ​ປື້ມ, ອຸ​ປະ​ກອນ​ໂຮງ​ຮຽນ ແລະ ເງິນ​ສົດ​ເພື່ອ​ຊ່ວຍ​ເຫຼືອ​ນັກ​ຮຽນ​ຢູ່​ເຂດ​ໄພ​ນ້ຳ​ຖ້ວມ. ທ່ານ​ນາງ ເຟືອງທິທີນ, ຜູ້ອຳນວຍການ​ໂຮງຮຽນ ​ໃຫ້​ຮູ້​ວ່າ: “ນ້ຳ​ໃຈຮັກແພງຊ່ວຍເຫຼືອກັນ “ຮ່າ​ໂນ້ຍ ເພື່ອທົ່ວ​ປະ​ເທດ” ​ໄດ້​ແຜ່ກະຈາຍຢ່າງເຂັ້ມແຂງ, ເມື່ອ​ທຸກ​ຄົນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ​ທີ່​ປະສົບ​ກັບ​ຄວາມ​ເຈັບ​ປວດ, ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງຍ້ອນ​ໄພ​ທຳ​ມະ​ຊາດ”.

ວັນບຸນໄຫວ້ພະຈັນ 2024: ລະດູດວງເດືອນແຫ່ງຄວາມເມດຕາໃນທຸກເຂດພາກຂອງປະເທດ

ນັກຮຽນ​ຂອງ​ໂຮງຮຽນ​ປະຖົມ ວັນອຽນ, ​ເມືອງ ຮ່າ​ດົງ, ຮ່າ​ໂນ້ຍ ໜູນ​ຊ່ວຍ​ປະຊາຊົນ​ຢູ່​ເຂດ​ປະສົບ​ພາຍຸ ​ແລະ ​ໄພ​ນ້ຳ​ຖ້ວມ. (ພາບ: ຕວຍແຈນະຄອນຫຼວງ)

ຢູ່ ວິິ້ງຟຸກ, ລາຍການວັນບຸນໄຫວ້ພະຈັນ “ແບ່ງປັນ​ຄວາມ​ຮັກແພງ” ໂດຍ​ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງ ສົມທົບ​ກັບຄະນະຊາວໜຸ່ມແຂວງ ແລະ ຄະນະກຳມະການປະຊາຊົນ​ເມືອງ ບິ່ງ​ຊວຽນ​ ໄດ້ຈັດຕັ້ງໃນວັນ​ທີ 16 ກັນຍາ, ດ້ວຍການເຂົ້າຮ່ວມຂອງ​ເດັກນ້ອຍຫຼາຍ​ກ​່​ວາ 1.000 ຄົນ. ຂອງຂວັນ 7.000 ກວ່າພຸດ ​ໄດ້​ມອບໃຫ້​ເດັກນ້ອຍ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ທົ່ວ​ແຂວງ. ພິ​ເສດ, ​ລາຍການ​ຍັງ​ໄດ້ສົ່ງສານທີ່ມີຄວາມໝາຍ ເມື່ອ​ສຸມໃສ່ໜູນ​ຊ່ວຍ​ເດັກນ້ອຍ​ຢູ່​ເຂດ​ປະສົບ​ໄພ​ພາຍຸ, ​ໄພ​ນ້ຳ​ຖ້ວມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ ແລະ ​ການແບ່ງປັນ​.

ຢູ່ ເງ້ອານ, ລາຍການວັນບຸນໄຫວ້ພະຈັນ ໂດຍຫ້ອງວ່າການຄະນະຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ຈັດຕັ້ງໃຫ້ແກ່ລຸກຫຼານຂອງພະນັກງານ, ລັດຖະກອນ ແມ່ນສຸມໃສ່ການຍົກສູງຄວາມຮັບຮູ້ຂອງເດັກນ້ອຍກ່ຽວກັບຜົນສະທ້ອນຂອງພະຍຸ, ໄພນໍ້າຖ້ວມ. ເດັກນ້ອຍໄດ້ເບິ່ງວິດີໂອກ່ຽວກັບຄວາມເສຍຫາຍຢູ່ບັນດາແຂວງພາກເໜືອ ແລະ ຂຽນກັກແບ່ງປັນຄວາມຮັກແພງ, ພ້ອມກັບການບໍລິຈາກເພື່ອສົ່ງຂອງຂວັນວັນບຸນໄຫວ້ພະຈັນໃຫ້ປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມ.

ວັນບຸນໄຫວ້ພະຈັນ 2024: ລະດູດວງເດືອນແຫ່ງຄວາມເມດຕາໃນທຸກເຂດພາກຂອງປະເທດ

ເດັກນ້ອຍ, ລຸກຫຼານຂອງພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງຫ້ອງວ່າການຄະນະຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເງ້ອານ ເຫັນໄດ້ຮູບພາບກ່ຽວກັບຄວາມຫຍຸ້ງຍາກ, ການສູນເສຍຂອງປະຊາຊົນຢູ່ເຂດຖືກນໍ້າຖ້ວມ. (ພາບ: ໜັງສືພິມ ເງ້ອານ)

ຢູ່​ ກວາງ​ຈີ້, ​ໂຮງຮຽນ ​ແລະ ອົງການ​ຈັດ​ຕັ້ງ​ຫຼາຍ​ແຫ່ງ​ໄດ້​ລະດົມ​ນັກຮຽນ​ບໍລິຈາກ​ເພື່ອ​ໜູນ​ຊ່ວຍ​ໝູ່​ເພື່ອນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ. ​ໂຮງຮຽນ ຈືງເວືອງ ໄດ້ປຸກລະດົມລາຍການ “​ວັນບຸນໄຫວ້ພະຈັນ​ແບ່ງປັນ​ຄວາມ​ຮັກ​ແພງ - ມຸ່ງ​ໄປ​ເຖິງ​ປະຊາຊົນ​ພາກ​ເໜືອ”, ຮຽກຮ້ອງ​ໃຫ້​ນັກຮຽນ, ຄູ​ອາຈານ ປະກອບສ່ວນ​ການອຸປະຖຳໄດ້ເກືອບ 98 ລ້ານ​ດົ່ງ. ລາຍການນີ້​ ຊ່ວຍ​​ສຶກ​ສາ​ໃຫ້ນັກຮຽນກ່ຽວກັບການແບ່ງປັນ ແລະ ນ້ຳໃຈສາມັກຄີ.

ຢູ່ນະຄອນ​ໂຮ່ຈິ​ມິນ, ບັນດາ​ລາຍການ​ວັນບຸນໄຫວ້ພະຈັນທີ່​ມີ​ຄວາມ​ໝາຍກໍ່​ໄດ້​ຈັດ​ຂຶ້ນ​ເຊັ່ນ “ດວງ​ຈັນ​ເພື່ອເດັກນ້ອຍ”, “ວັນບຸນໄຫວ້ພະຈັນແຫ່ງຄວາມໄຝ່ຝັນ” ໃຫ້ສຳລັບ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພິການ ແລະ ລູກຫຼານຂອງກຳມະກອນ. ຂອງຂວັນ 1.800 ກວ່າພູດ ໄດ້ມອບ​ໃຫ້​ແກ່​ເດັກນ້ອຍ, ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ເດັກນ້ອຍມີວັນບຸນໄຫວ້ພະຈັນຢ່າງຄົບຖ້ວນ. ພິ​ເສດ, ກຸ່ມ​ອາສາ​ສະໝັກ ອີເຕີມ ໄດ້​ນຳ​ເອົາ​ລາຍການ “ໄຕ້ໂຄມໄຟປະກາຍແຈ້ງ” ມາ​ໃຫ້​ເດັກນ້ອຍ​ຢູ່ ດັກ​ນົງ, ສ້າງໂຄມໄຟ 1.000 ກວ່າ​ອັນໂດຍເຮັດຈາກ​ກະປ໋ອງ, ປະກາຍແຈ້ງ​ຄວາມມ່ວນຊື່ນ​ໃນ​ຄືນວັນບຸນໄຫວ້ພະຈັນ.

ຢູ່​ ກຽນ​ຢາງ, ຕອນ​ຄ່ຳ​ວັນ​ທີ 16 ກັນຍາ, ໃນ “ຄ່ຳຄືນງານບຸນດວງຈັນ” ໂດຍ​ສະ​ຫະ​ພັນ​ແຮງງານ​ເມືອງ ເຈົາ​ແທ່ງ ແລະ ນະ​ຄອນ ຮ່າຕ່ຽນ ຈັດຕັ້ງ, ສະ​ຫະ​ພັນ​ແຮງງານ​ແຂວງ ກຽນ​ຢາງ ໄດ້​ມອບ​ຂອງ​ຂວັນ 500 ພູ​ດ​ໃຫ້​ແກ່​ເດັກ​ທີ່ດ້ອຍ​ໂອ​ກາດ. ຂອງຂວັນແຕ່ລະອັນມີມູນຄ່າ 300.000 ລວມມີເຂົ້າໜົມ, ໂຄມໄຟ ແລະ ເງິນສົດ.

ຢູ່​ເກາະ ຫຼີເຊີນ (ກວາງ​ຫງາຍ), ບັນດາທະຫານ ​ແລະ ຄະນະອາສາ​ສະໝັກ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ “ດວງຈັນເຂດຊາຍແດນ” ​ໃຫ້​ເດັກນ້ອຍ​ຢູ່​ເກາະ, ​ໄດ້​ນຳ​ມາເຊິ່ງບັນຍາກາດ​ທີ່​ອົບ​ອຸ່ນ ​ແລະ ຂອງຂວັນ​ທີ່ແທດຈິງ​ຄື: ລົດຖີບ, ອຸປະກອນ​ການຮຽນ. ເດັກນ້ອຍຢູ່ທີ່ນີ້ບໍ່ພຽງແຕ່ໄດ້ຮັບຂອງຂວັນເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວມ່ວນຊື່ນ, ສຽງຫົວທີ່ເຕັມໄປດ້ວຍຄວາມມ່ວນຊື່ນໃນຍາມຄ່ຳຄືນຂອງງານບຸນອີກດ້ວຍ.

ວັນບຸນໄຫວ້ພະຈັນ 2024: ລະດູດວງເດືອນແຫ່ງຄວາມເມດຕາໃນທຸກເຂດພາກຂອງປະເທດ

ນັກຮຽນ​ຢູ່​ເກາະ ຫຼີເຊີນ ເຂົ້າ​ຮ່ວມ​ການແຂງຂັນ​ແຕ້ມ​ຮູບ. (ພາບ: ໜັງສືພິມ ຕວຍແຈ)

ວັນບຸນໄຫວ້ພະຈັນ​ປີ​ນີ້ ​ແມ່ນ​ລະດູ​ງານບຸນ​ພິ​ເສດເມື່ອປະຊາຊົນ​ທຸກ​ຄົນ​ກໍ່ມຸ່ງໄປເຖິງພາກເໜືອຮ່ວມເລືອດເນື້ອ, ຊ່ວຍ​ເຫຼືອ​ເດັກນ້ອຍ​ທີ່​ປະສົບ​ໄພ​ທຳ​ມະ​ຊາດ. ຂອງຂວັນ, ທຶນການສຶກສານັບພັນພູດ ແລະ ຄວາມສົນໃຈ ໄດ້ມອບໃຫ້, ນຳມາເຊິ່ງຄວາມສຸກ ແລະ ຄວາມຫວັງມາສູ່ເດັກນ້ອຍ​ທີ່​ປະສົບກັບຄວາມຫຍຸ້ງຍາກ. ສານແຫ່ງຄວາມເມດຕານີ້ໄດ້ແຜ່ກະຈາຍຢ່າງເຂັ້ມແຂງ, ເຊື່ອມຕໍ່ຄວາມຮັກເເພງລະຫວ່າງບັນດາເຂດພາກ.

ຫຼາຍກວ່າ 370 ຕື້ດົ່ງມອບຂອງຂວັນບຸນໄຫວ້ພະຈັນໃຫ້ເດັກນ້ອຍ 6 ລ້ານຄົນໃນທົ່ວປະເທດ

ຫຼາຍກວ່າ 370 ຕື້ດົ່ງມອບຂອງຂວັນບຸນໄຫວ້ພະຈັນໃຫ້ເດັກນ້ອຍ 6 ລ້ານຄົນໃນທົ່ວປະເທດ

ຍສໝ - ບົດ​ລາຍ​ງານ​ດ່ວນ​ຈາກ 46 ແຂວງ, ນະຄອນ​ສະ​ແດງ​ໃຫ້​ເຫັນ​ວ່າ, ເດັກນ້ອຍ​ເກືອບ 6 ລ້ານ​ຄົນ​ໄດ້​ຮັບ​ຂອງຂວັນ (​ທຶນ​ສຶກສາ, ​ເຄັກ, ເຂົ້າ​ໜົມ, ນົມ, ປຶ້ມ, ເຄື່ອງນຸ່ງ​ຫົ່ມ, ລົດຖີບ...) ​ເນື່ອງ​ໃນ​ໂອກາດ​ບຸນໄຫວ້ພະຈັນ, ດ້ວຍ​ຈຳນວນ​ເງິນ​ກວ່າ 370 ຕື້ດົ່ງ.

ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ

ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ

ຍສໝ - ທ່ານຫງວຽນດຶກແທ່ງ, ຕາງໜ້າໃຫ້ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ໄດ້ມອບຂອງຂວັນໃຫ້ແຕ່ລະສູນ ມີມູນຄ່າ 10 ລ້ານດົ່ງ ແລະ ເຂົ້າໜົມ ເພື່ອຈັດງານບຸນ​ໄຫວ້​ພະ​ຈັນໃຫ້ແກ່ເດັກນ້ອຍ; ພ້ອມດຽວກັນນີ້, ທ່ານກໍ່ໄດ້ຕີລາຄາສູງຕໍ່ການອຸທິດຕົນ ແລະ ຄວາມຮັບຜິດຊອບຂອງບັນດາແມ່ ແລະເອື້ອຍນ້ອງ ເປັນຜູ້ທີ່ໄດ້ເບິ່ງແຍງເດັກຢູ່ທີ່ນີ້.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.