ສະວິດ ຈັດສົ່ງນັກຊ່ຽວຊານໄປໜູນຊ່ວຍຫວຽດນາມຟື້ນຟູຫຼັງພະຍຸຍາກິພັດເຂົ້າ

15:24 | 21/09/2024

ຍສໝ - ສະວິດ​ຄາດ​ວ່າ​ຈະ​ສົ່ງ​ຜູ້​ຊ່ຽວຊານ​ດ້ານ​ນ້ຳສະອາດ, ສຸຂະ​ອະນາ​ໄມ, ​ເຮືອນ​ຢູ່​ທີ່​ປອດ​ໄພ​ປະມານ 8 ຄົນ... ພ້ອມ​ດ້ວຍ​ເຄື່ອງບັນເທົາທຸກ 25.000 ​ກວ່າ​ກິ​ໂລ ເພື່ອຊ່ວຍເຫຼືອ​ຫວຽດນາມ ພາຍຫຼັງ​ພາຍຸ​ເລກ​ທີ 3.

ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi
ຫຼາຍອົງການຈັດຕັ້ງສາກົນໜູນຊ່ວຍຊາວ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍຸລູກ 3
ສະວິດໄດ້ສົ່ງນັກຊ່ຽວຊານໄປໜູນຊ່ວຍຫວຽດນາມຟື້ນຟູຫຼັງຈາກພະຍຸຍາກິ

ພາບລວມການປະຊຸມລະຫວ່າງ​ກົມ​ຄຸ້ມ​ຄອງ​ລະບົບຄັນຄູ, ປ້ອງກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດຫວຽດນາມ ​ແລະ ສະຖານທູດສະວິດ ປະຈຳຫວຽດນາມ - ພາບ: VGP/ໂດ໋ເຮືອງ

ຍສໝ - ວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ກົມຄຸ້ມຄອງລະບົບຄັນຄູ ປ້ອງກັນ ແລະ ຕ້ານໄພທໍາມະຊາດ (ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ) ໄດ້ຈັດການປະຊຸມກັບສະຖານທູດສະວິດ ປະຈໍາຫວຽດນາມ.

ທີ່​ການ​ປະຊຸມ, ທ່ານ ຟ້າມດຶກລວ້ນ ຫົວໜ້າ​ກົມຄຸ້ມຄອງລະບົບຄັນຄູ, ປ້ອງກັນ ແລະ ຕ້ານໄພທໍາມະຊາດ ​ໄດ້​ແບ່ງປັນ​ກັບ​ຝ່າຍ​ສະ​ວິດ ກ່ຽວ​ກັບ​ສະພາບຂອງ​ພາຍຸ​ເລກທີ 3, ການ​ໄຫຼວຽນ​ຂອງ​ລົມພະຍຸ ​ແລະ ​ໄພ​ນ້ຳ​ຖ້ວມທີ່ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ແຂວງ, ນະຄອນ​ພາກ​ເໜືອຫວຍດນາມ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໃຫ້ທັງດ້ານຊີວິດອິນຊີ ​ແລະ ພື້ນຖານວັດຖຸ.

ທ່ານ Thomas Gass ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະວິດ ປະຈຳຫວຽດນາມ ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ການສູນເສຍທາງດ້ານຊີວິດອິນຊີ ແລະ ຊັບສິນ ທີ່ຫວຽດນາມ ກໍາລັງປະສົບ, ສະວິດ ພ້ອມແລ້ວທີ່ຈະຢືນຄຽງຂ້າງຫວຽດນາມ ໃນດ້ານບຸກຄະລາກອນ ແລະ ກໍາລັງວັດຖຸ.

ໃນນັ້ນ, ດ້ານບຸກຄະລາກອນ, ສະ​ວິດ​ໄດ້​ສົ່ງ​ຄະນະຊ່ຽວຊານ​ທີ່​ມີ​ປະສົບ​ການ​ປະມານ 8 ຄົນ ​ໃນ​ຂົງ​ເຂດ: ​ນ້ຳ​ສະອາດ, ສຸຂະ​ອະນາ​ໄມ, ທີ່ຢູ່​ອາ​ໄສ​ທີ່​ປອດ​ໄພ... ​ເພື່ອ​ຜັນຂະຫຍາຍ​ການ​ສຳ​ຫຼວດ ​ແລະ ຄົ້ນຄວ້າ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ຕ້ອງການ​ຂອງ​ແຂວງ. ທີມງານຜູ້ຊ່ຽວຊານຈະໃຫ້ຄໍາແນະນໍາກ່ຽວກັບແຜນການກໍ່ສ້າງທີ່ເຫມາະສົມຄືນໃໝ່. ການຄາດ​ຄະເນຂອງຄະນະ​ຊ່ຽວຊານ​ຈະ​ດຳ​ເນີນ​ການ​ສຳ​ຫຼວດຢູ່ ອຽນບ໋າຍ ​ໃນ​ອາທິດ​ໜ້າ.

ສະວິດໄດ້ສົ່ງນັກຊ່ຽວຊານໄປໜູນຊ່ວຍຫວຽດນາມຟື້ນຟູຫຼັງຈາກພະຍຸຍາກິ

ທ່ານ ຟ້າ​ມດຶກ​ລວ້ນ ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ລະບົບຄັນຄູ ປ້ອງກັນ ແລະ ຕ້ານໄພທໍາມະຊາດ ແລະ ທ່ານ Thomas Gass ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງສະ​ວິດ ປະ​ຈຳ​ຫວຽດ​ນາມ - ພາບ: VGP/ໂດ໋ເຮືອງ

ດ້ານກໍາລັງວັດຖຸ, ສະ​ວິດ​ໄດ້​ສົ່ງເຄື່ອງຊ່ວຍເຫຼືອ​ໄປ​ຫວຽດ​ນາມ; ນ້ຳໜັກລວມ 25.789 ກິໂລ; ລວມມູນຄ່າປະມານ 361,140 Franc ສະວິດ (CHF). ເຄື່ອງດັ່ງກ່າວ ​ມາ​ຮອດ​ສະໜາມ​ບິນ​ສາກົນ ​ໂນ້​ຍ​ບ່າຍ ​ໃນ​ເວລາປະມານ 4:35'​ຂອງ​ວັນ​ຈັນ (16 ກັນຍາ). ເຄື່ອງຈໍານວນນີ້ປະກອບມີບັນດາອຸປະກອນ, ລະບົບເຮືອນທີ່ປອດໄພ, ນໍ້າສະອາດ ແລະ ສຸຂະອະນາໄມທີ່ມີລັກສະນະລວມ, ພ້ອມກັບເຄື່ອງຂອງຜູ້ຊ່ຽວຊານເພື່ອຫນູນຊ່ວຍທ້ອງຖິ່ນໃນການຕິດຕັ້ງອຸປະກອນໃຫ້ກັບທ້ອງຖິ່ນ.

ນອກຈາກນັ້ນ ທີ່ການປະຊຸມ, 2 ຝ່າຍກໍ່ໄດ້ພ້ອມກັນແບ່ງປັນຕື່ມອີກກ່ຽວກັບສະພາບການໃນປະຈຸບັນຂອງຝ່າຍຫວຽດນາມ ແລະ ແຫຼ່ງກຳລັງທີ່ສະວິດ ກໍາລັງມີເພື່ອໜູນຊ່ວຍຫວຽດນາມ ບໍ່ພຽງແຕ່ໃນປະຈຸບັນເທົ່ານັ້ນ, ແຕ່ຍັງລວມໄປເຖິງການກໍ່ສ້າງຄືນໃໝ່ໃນຕໍ່ໜ້ານຳອີກ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ຍສໝ - ໂດຍຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ໃນ​ວັນ​ທີ 18 ກັນຍາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ໄດ້​ຈັດ​ຕັ້ງລາຍການ​ບໍລິຈາກ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ພາຍຸ​ເລກທີ 3 (Yagi), ດ້ວຍການ​ເຂົ້າ​ຮ່ວມ​ຂອງພະນັກງານທັງໝົດຂອງອົງການຜູ້ປະຈຳ ແລະ ບັນດາ​ອົງການ​ສະມາຊິກ​ຢູ່ສູນ​ກາງ ຢ່າງຕັ້ງໜ້າ.

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ຍສໝ - ອົງການ UNICEF ໄດ້ສະໜອງອຸປະກອນໃນຂະແໜງນ້ຳເພື່ອໜູນຊ່ວຍບັນດາຄົວເຮືອນ, ໂຮງໝໍ, ຮາກຖານສາທາລະນະສຸກ ແລະ ໂຮງຮຽນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກພາຍຸ Yagi.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.