HUFO ປຸກລະດົມການບໍລິຈາກເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກເຫນືອ ແກ້ໄຂຜົນກະທົບຂອງພະຍຸ ແລະ ນ້ໍາຖ້ວມ

15:23 | 21/09/2024

ຍສໝ - ວັນທີ 19 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ພາກເໜືອ ຫວຽດນາມ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍຸເລກທີ 3 (ຢາກີ) ແລະ ໄພນໍ້າຖ້ວມ.

HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ
HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022 HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022

ທີ່​ພິທີ, HUFO ​ໄດ້​ຮຽກຮ້ອງ​ການ​ປະກອບສ່ວນ​ຈາກ​ບັນດາ​ສະມາຄົມ​ສະມາຊິກ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ໝູ່ຄະນະພະນັກງານ, ຍອດ​ຈຳນວນ​ເງິນ​ທີ່​ໄດ້ຮັບບໍລິຈາກແມ່ນໄດ້ເຖິງ 500 ລ້ານ​ດົ່ງ (ເກືອບ 22.000 USD) ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ ແລະ ​ການອຸ້ມຊູຊ່ວຍເຫຼືອກັນ​ຂອງ​ປະຊາຊົນ​ນະຄອນ​ ໂຮ່ຈີ​ມິນ.

Chủ tịch HUFO Đỗ Việt Hà tiếp nhận ủng hộ của Hội hữu nghị Việt Nam - Cuba Thành phố Hồ Chí Minh. (Ảnh: HUFO)  ປະທານ HUFO ທ່ານ ໂດ້ຫວຽດຮາ ຮັບການສະໜັບສະໜູນຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ ຢູ່ນະຄອນ ໂຮ່ຈີມິນ. (ພາບ: HUFO)
ທ່ານ ໂດ້ຫວຽດຮາ ປະທານ HUFO ຮັບການອຸປະຖຳຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ ຢູ່ນະຄອນ ໂຮ່ຈີມິນ. (ພາບ: HUFO)

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ໂດ້ຫວຽດຮາ, ປະທານ HUFO ​ເນັ້ນ​ໜັກ​ວ່າ: ຂະ​ບວນການ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​​ຊ່ວຍເຫຼືອ​ທາງດ້ານ​ວັດຖຸ​ເທົ່າ​ນັ້ນ ແຕ່​ຍັງ​ແມ່ນ​ການ​ແບ່ງປັນ, ​ບັນເທົາຄວາມ​ເຈັບ​ປວດ, ການ​ສູນ​ເສຍ​ຂອງ​ປະຊາຊົນ​ບັນດາ​ແຂວງ​ພາກ​ເໜືອ​ທີ່ຖືກ​ຜົນ​ກະທົບ​ຈາກ​ພາຍຸ​ຢາກິ. ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ບຸກຄົນ, ອົງການ​ທີ່​ປະກອບສ່ວນ ​ແລະ ຢືນຢັນ​ວ່າ ຈະ​ໄດ້​ມອບ​ເງິນ, ເຄື່ອງຂອງ ​ແລະ ສິ່ງທີ່​ຈຳ​ເປັນ​ທັງ​ໝົດ​ໃຫ້​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນທີ່ຖຶກຜົນເສຍຫາຍຢ່າງທັນການ.

HUFO ສະເຫຼີມສະຫຼອງວັນຊາດຂອງສາທາລະນະລັດ ຣູມານີ ຄົບຮອບ 104 ປີ
HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022

ອ.ສະຫວັດ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.