ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ
ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ
ຂົວຕໍ່ມິດຕະພາບ ຫວຽດນາມ - ລາວ
ຍສໝ - ລາວ ແລະ ຫວຽດນາມ ຈະເປີດບໍລິການຊຳລະຂ້າມຊາຍແດນດ້ວຍລະຫັດ QR Code ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຄາດວ່າ ຈະຜັນຂະຫຍາຍໃນໄຕມາດທີ 3 ທີ່ຈະມາເຖິງ.
ຍສໝ - ວັນທີ 27 ມິຖຸນາ, ຢູ່ ສະວິດ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະ ຫວຽດນາມ ປະຈໍາ Geneva ມາຍຟານຢຸ໊ງ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາຄັ້ງທີ 53 ຂອງຄະນະບໍລິຫານງານສູນການກະທຳລູກລະເບີດໝາກມິນມະນຸດສະທໍາຂອງ Geneva (ສູນກາງສາກົນ ນະຄອນເຈນິວາ ສຳລັບການເກັບກູ້ລະເບີດເພື່ອມະນຸດສະທຳ - GICHD) ແລະ ໄດ້ຮັບເລືອກຕັ້ງກາຍເປັນສະມາຊິກຂອງສະພາ.
ຍສໝ - ຕອນບ່າຍວັນທີ 25 ມິຖຸນາ ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.
ຍສໝ - ວັນທີ 24 ມິຖຸນາ, ຢູ່ມະຫາວິທະຍາໄລ ເກີ່ນເທີ ໃຕ້ ໄດ້ຈັດພິທີເປີດຕົວພະແນກແພດສາດສາກົນ DNC ຂອງມະຫາວິທະຍາໄລ ເກີ່ນເທີ ໃຕ້. ນີ້ກໍ່ແມ່ນມະຫາວິທະຍາໄລແຫ່ງທີ 2 ນອກຈາກມະຫາວິທະຍາໄລແພດສາດ ແລະ ການຢາ ເກີນເທີ ທີ່ບຳລຸງສ້າງການແພດສາກົນຢູ່ນະຄອນ ເກີນເທີ.
ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.
ຍສໝ - ໃນຂະນະທີ່ການເຄື່ອນໄຫວສົ່ງເສີມການຄ້າຢູ່ນະຄອນຫຼວງວຽງຈັນຂອງລາວ, ຄະນະຜູ້ແທນແຂວງ ບິ່ງທ້ວນ ນຳໂດຍທ່ານ ຟານວັນດັງ - ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ໄປຢ້ຽມຢາມບັນດາສູນການຄ້າ ແລະ ຕະຫຼາດຂາຍສົ່ງໃນນະຄອນຫຼວງວຽງຈັນ.
ຍສໝ - ວັນທີ 24 ມິຖຸນາ 2024, ຢູ່ຮ່າໂນ້ຍ, ທ່ານພົນໂທ ເລືອງຕ່າມກວາງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການພົບປະກັບ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງໃນໂອກາດເລີ່ມອາຍຸການປະຕິບັດງານຢູ່ ຫວຽດນາມ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ກວາງນາມ ຫາກໍອອກມະຕິສະບັບເລກທີ 1517/QD-UBND ລົງໃນວັນທີ 24 ມິຖຸນາ 2024 ອະນຸມັດບ້ວງເງິນໜູນຊ່ວຍກວ່າ 4,3 ຕື້ດົ່ງ ຈາກໂຄງການໜູນຊ່ວຍການເບິ່ງແຍງ, ການສຶກສາເດັກຂັ້ນອະນຸບານຢູ່ບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.
ຍສໝ - ການຫຼຸດລົງຂອງເງິນກີບ (ລາວ) ໃນໄລຍະຍາວເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງປະຊາຊົນໃນປະເທດນີ້. ດັ່ງນັ້ນ, ລັດຖະບານລາວ ຈຶ່ງໄດ້ຕົກລົງ ທີ່ຈະປະຕິບັດມາດຕະການເພື່ອແກ້ໄຂບັນຫາລາຄາ.
ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະໂອກາດຮ່ວມມື, ລະບຽບການກ່ຽວກັບການລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ.
ຍສໝ - ຄະນະປະຈຳສະພາແຫ່ງຊາດລາວ ໄດ້ເລີ່ມກະກຽມບັນດາດ້ານປະຕິບັດງານຢ່າງຮອບດ້ານ ໃຫ້ການປັບປຸງບາງເນື້ອໃນຂອງລັດຖະທຳມະນູນປີ 2015, ເຊິ່ງຄາດວ່າຈະເຮັດສຳເລັດໃນກາງປີ 2025 ແລະ ສາມາດຍື່ນສະເໜີຕໍ່ສະພາແຫ່ງຊາດລາວ ຊຸດທີ 9 ທີ່ພິຈາລະນາໃນການປະຊຸມປະຈຳ ຄັ້ງທີ 9 ທີ່ຈະມາເຖິງ.
ຍສໝ - ເພື່ອຕອບສະໜອງກັບຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຢ່າງວ່ອງໄວ, ອຳນາດການປົກຄອງຢູ່ 12 ທ້ອງຖິ່ນຂອງຍີ່ປຸ່ນ ໄດ້ນຳໃຊ້ ຫຼື ມີວາງແຜນນຳໃຊ້ ແລະ ອຳນາດການປົກຄອງ 30 ກວ່າແຫ່ງພວມພິຈາລະນານຳໃຊ້ລະບອບລະບອບເກັບພາສີພັກເຊົາ.
ຍສໝ - ຕອນເຊົ້າວັນທີ 24 ມິຖຸນານີ້, ຢູ່ຫໍສະພາປະຊາຊົນນະຄອນຫຼວງປັກກິ່ງ, ປະເທດຈີນ, ສະຫາຍ ຈູເກື່ອງ, ກຳມະການສູນກາງພັກ, ຮອງປະທານຄະນະກຳມະການປຶກສາການເມືອງແຫ່ງຊາດປະເທດຈີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ເຂົ້າຮ່ວມເວທີປາໄສຫວຽດນາມ - ຈີນຄັ້ງທີ 12.
ຍສໝ - ແຕ່ວັນທີ 25 – 29 ມິຖຸນາ, ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄປຢ້ຽມຢາມພະນັກງານ ແລະ ນັກຮົບກອງທັບເຮືອເຂດ 5.
ຍສໝ - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຢ່າງສຳເລັດຜົນ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ແລະ ໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້. ຂໍແນະນໍາເນື້ອໃນຂອງການສໍາພາດ.
ຍສໝ - ພາຍຫຼັງ 20 ປີແຫ່ງການພັດທະນາ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ (ສະມາຄົມ) ໄດ້ກາຍເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ຫາກໍມີການພົບປະ, ແລກປ່ຽນແຜນການຮ່ວມມືລະຫວ່າງ 2 ຫົວໜ່ວຍ.
ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ຕອນບ່າຍວັນທີ 21 ມິຖຸນາ, ກຸ່ມທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ ເພື່ອແບ່ງປັນປະສົບການໃນວຽກງານການທູດປະຊາຊົນຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງໃຕ້ ປີ 2024 ຢູ່ ແຂວງກຽນຢາງ.