ຍສໝ - ທ່ານພົນຕີ ເລດຶກຖາຍ ໃຫ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ແມ່ນເຫດການການເມືອງທີ່ສຳຄັນ, ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ; ເຮັດໃຫ້ການພົວພັນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມປະເທດເພີ່ມທະວີຂຶ້ນ.
ຍສໝ - ສອງຝ່າຍຕັດສິນໃຈປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມເປັນຢ່າງດີ; ຜັນຂະຫຍາຍໝາກຜົນແຫ່ງການພົບປະເຈລະຈາຜ່ານມາລະຫວ່າງສະຫາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະສະຫາຍປະທານສູນກາງແນວລາວສ້າງຊາດ..., ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ
ຍສໝ - ຄະນະພະນັກງານຂອງລາວ ໄດ້ຕີລາຄາສູງຕໍ່ວິທີຊີ້ນຳ, ການຈັດຕັ້ງການຖະແຫຼງຂ່າວ, ສື່ສານ ຂອງສູນການສື່ມວນຊົນ ແຂວງກວາງນິງ. ບັນດາບົດຮຽນປະສົບການ ແລະຜົນສຳເລັດຂອງສູນການສື່ມວນຊົນ ແຂວງກວາງນິງ ກໍ່ຈະແມ່ນບົດຮຽນ ເພື່ອຊ່ວຍໃຫ້ຄະນະ ຍົກສູງວຽກງານຄຸ້ມຄອງສື່ມວນຊົນ, ເພື່ອເປົ້າໝາຍພັດທະນາປະເທດຊາດ.
ຍສໝ - ງານວາງສະແດງຮູບພາບທີ່ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ ປີ 2023” ໄດ້ວາງສະແດງຮູບພາບກວ່າ 200 ແຜ່ນ, ແບ່ງອອກເປັນ 4 ຫົວຂໍ້, ລວມມີ: ປະຫວັດສາດ 61 ປີແຫ່ງການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ຫວຽດນາມ ແລະລາວ ບເສັ້ນທາງແຫ່ງການພັດທະນາ; ຜົນງານພົ້ນເດັ່ນກ່ຽວກັບການຮ່ວມມືຫວຽດນາມ-ລາວ ໃນຂົງເຂດຖະແຫຼງຂ່າວ ແລະສື່ສານ; ເທື່ອທຽນເຫວ້ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ.
ຍສໝ - ທີ່ການເຮັດວຽກ, ຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ແລະບັນດາສະຫາຍການນໍາແຂວງ ບິ່ງທ້ວນ ໄດ້ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ; ບົດບາດຂອງຂັ້ນຕາແສງໃນລະບົບການເມືອງ ແລະບົດຮຽນໃນການກໍ່ສ້າງຊົນນະບົດໃໝ່...
ຍສໝ - ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງທ້ອງຖິ່ນ; ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍ.
ຍສໝ - ວັນບຸນປີນີ້ລວມມີບັນດາເຫດການ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ງານວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະຄໍ່າຄືນພົບປະແລກປ່ຽນສິລະປະຫວຽດນາມ-ລາວ.
ຍສໝ - ວັນທີ 10 ພະຈິກ, ທະຫານຊາຍແດນ 2 ທ້ອງຖິ່ນຊາຍແດນ ແຂວງກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະແລກປ່ຽນ, ແບ່ງປັນປະສົບການ, ມອບຂອງຂວັນໃຫ້ກຳລັງທະຫານປ້ອງກັນຊາຍແດນ, ຄູອາຈານ, ນັກຮຽນ 2 ແຂວງຊາຍແດນ.
ຍສໝ - ທີ່ລາຍການ, ການນຳຄະນະພັກເມືອງເຊໂປນ ຕີລາຄາວ່າ: ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ, ລະຫວ່າງ ກວ໋າງຈິ - ສະຫວັນນະເຂດ ແລະ ເຮື໊ອງຮວ໊າ - ເຊໂປນ.
ຍສໝ - ນີ້ແມ່ນກິດຈະກຳຈຸດສຸມເພື່ອຫວນຄືນວິວັດການສ້າງ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ, ແນໃສ່ສືບຕໍ່ປັບປຸງ ແລະເພີ່ມທະວີສາຍພົວພັນເພື່ອຄວາມຍືນຍົງຄົງຕົວ, ການພັດທະນາຈະເລີນຮຸ່ງເຮືອງຂອງສອງຊາດ.
ຍສໝ - ການໄປຢ້ຽມຊົມ, ທັດສະນະສຶກສາຢູ່ບັນດາທ້ອງຖິ່ນ, ກົມກອງ ໄດ້ປະກອບສ່ວນຍົກສູງຄວາມສາມາດໃນການພົບປະແລກປ່ຽນດ້ວຍພາສາຫວຽດນາມ; ກໍ່ຄືການຮ່ຳຮຽນ, ຖອດຖອນບົດຮຽນທີ່ດີ, ປະດິດສ້າງຂອງກອງທັບ ແລະປະຊາຊົນແຂວງເຊີນລາ ໃນການກໍ່ສ້າງ ແລະພັດທະນາເສດຖະກິດ-ສັງຄົມ; ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສາມາດນຳໃຊ້ເໝາະສົມກັບເງື່ອນໄຂຕົວຈິງຂອງປະເທດເພື່ອນ.
ຍສໝ - ລາຍການພົບປະແລກປ່ຽນສິລະປະຫວຽດນາມ-ລາວ ແມ່ນໂອກາດເພື່ອຫວນຄືນ, ສືບທອດມູນເຊື້ອການຕໍ່ສູ້ປະຕິວັດຂອງຄົນລຸ້ນກ່ອນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ ແນໃສ່ຍູ້ແຮງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານ, ເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການພົວພັນອັນດູດດຶ່ມໃຫ້ນັບມື້ນັບໝັ້ນແກ່ນ ແລະສືບຕໍ່ "ແຕກດອກອອກຜົນ". Chương trình giao lưu nghệ thuật Việt Nam - Lào là dịp để nhìn lại, kế thừa truyền thống đấu tranh cách mạng của các thế hệ đi trước, phát huy tiềm năng, thế mạnh của mỗi bên nhằm đẩy mạnh quan hệ hữu nghị và hợp tác toàn diện, tăng cường sự đoàn kết, đồng thuận, mối quan hệ thắm thiết ngày càng bền chặt và tiếp tục "đơm hoa, kết trái".
ຍສໝ - ກອງບັນຊາການທະຫານຊາຍແດນແຂວງກອນຕູມ ກໍ່ໄດ້ສົມທົບກັນສ້າງຮ່າງເນື້ອໃນລາຍການພົບປະແລກປ່ຽນ; ສົມທົບກັບຄະນະສຳຫຼວດຂອງທະຫານເຂດ 5 ສຳຫຼວດບັນດາສະຖານທີ່ຈັດກໍາລັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ກຽມພ້ອມສູ້ຮົບເພື່ອຮັບໃຊ້ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ...
ຍສໝ - ຄະນະປະຕິບັດງານມະຫາວິທະຍາໄລ ຍາຈາງ ຫາກໍ່ມີການຢ້ຽມຢາມ ແລະເຮັດວຽກຢູ່ສອງແຂວງອັດຕະປຶ ແລະຈຳປາສັກ (ລາວ) ຕາມຄຳເຊື້ອເຊີນຂອງບັນດາຄູ່ຮ່ວມມືລາວ.
ຍສໝ - ດ້ວຍຄວາມເອົາໃຈໃສ່, ການໜູນຊ່ວຍຂອງອຳນາດການປົກຄອງທ້ອງຖິ່ນ, ບັນດາພົນລະເມືອງຂອງປະເທດເພື່ອນລາວ ໄດ້ຮັບອະນຸຍາດຈາກປະທານປະເທດໃຫ້ເຂົ້າສັນຊາດ ຫວຽດນາມ ນັ້ນມີການດຳລົງຊີວິດເປັນປົກກະຕິ, ອຸ່ນອ່ຽນໃຈສະໜິດຕິດພັນກັບແຜ່ນດິນໃໝ່.
ຍສໝ -ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ຫວັງວ່າ ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງກົມກອງ, ໃນໄລຍະຈະມາເຖິງ, ແມ່ທັບນ້ອຍ 15 ຈະສືບຕໍ່ໜູນຊ່ວຍໃນວຽກງານພັດທະນາການຜະລິດ ແລະການບໍາລຸງສ້າງຊັບພະຍາກອນ.
ຍສໝ - ກິດຈະກໍາຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກຳປູເຈຍ ໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນຈາກກະຊວງປ້ອງກັນປະເທດ, ການກໍ່ສ້າງໄດ້ຜັນຂະຫຍາຍຢ່າງຮີບດ່ວນເພື່ອໃຫ້ສຳເລັດຖືກຕາມເວລາກຳນົດກ່ອນທີ່ຈະດໍາເນີນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ (ຄາດວ່າ ຈະດຳເນີນໃນເດືອນພະຈິກ 2023).
ຍສໝ - ກະຊວງຕຳຫຼວດຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫາຍ ໄພວັນ ສິດທິຈັນ ກໍ່ຄືອົງການຜູ້ຕາງໜ້າກະຊວງ ປກສ ລາວ ປະຈຳ ຫວຽດນາມ ໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ, ຜ່ານນັ້ນ ກໍ່ປະກອບສ່ວນປັບປຸງສາຍພົວພັນຮ່ວມມືລະຫວ່າງກຳລັງຕຳຫຼວດສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະແທດຈິງ...
ຍສໝ - ທີ່ການເຮັດວຽກ, ສະຫາຍ ອ໋ອດ ພົງສະຫວັນ ໃຫ້ຮູ້ວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ ຂອງຄະນະຜູ້ແທນແນວລາວສ້າງຊາດ ໃນຄັ້ງນີ້ ແມ່ນການເຄື່ອນໄຫວສຳຄັນ ສະແດງໃຫ້ເຫັນຄວາມມານະພະຍາຍາມປັບປຸງ ແລະເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ຍສໝ - ທີ່ການສຳຫຼວດ, ທ່ານ ຫວູຫາຍຮ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຢືນຢັນຄວາມສຳຄັນຂອງການພັດທະນາການຮ່ວມມື ກຳປູເຈຍ - ລາວ - ຫວຽດນາມ (CLV), ສ້າງການເຊື່ອມຕໍ່ຢ່າງຮອບດ້ານ, ພັດທະນາເສດຖະກິດຢູ່ເຂດສາມຫຼ່ຽມພັດທະນາ ແລະມຸ່ງໄປເຖິງເປົ້າໝາຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດ.