ເພີ່ມພູນຄູນສ້າງຄວາມສາມັກຄີທີ່ສະໜິດແໜ້ນ ຫວຽດນາມ-ລາວ

08:49 | 30/10/2023

ຍສໝ -ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ຫວັງວ່າ ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງກົມກອງ, ໃນໄລຍະຈະມາເຖິງ, ແມ່ທັບນ້ອຍ 15 ຈະສືບຕໍ່ໜູນຊ່ວຍໃນວຽກງານພັດທະນາການຜະລິດ ແລະການບໍາລຸງສ້າງຊັບພະຍາກອນ.

ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ
​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ​ຕຳຫຼວດ​ແຂວງ ເຊີນ​ລາ ​ແລະ ຕຳຫຼວດ 3 ​ແຂວງ​ໃກ້​ຄຽງ​ຂອງ​ລາວ ​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ​ຕຳຫຼວດ​ແຂວງ ເຊີນ​ລາ ​ແລະ ຕຳຫຼວດ 3 ​ແຂວງ​ໃກ້​ຄຽງ​ຂອງ​ລາວ

ນັ້ນແມ່ນວຽກງານທີ່ແທດຈິງເມື່ອແມ່ທັບນ້ອຍ 15 ແຮກສ່ຽວກັບຄະນະຊີ້ນໍາການກໍ່ສ້າງຮາກຖານການເມືອງ ແລະພັດທະນາ 3 ຈຸດສຸມແຂວງ ໄຊສົມບູນ. ຈາກການພົວພັນແຮກສ່ຽວນັ້ນ, 2 ກົມກອງ ໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອປະກອບສ່ວນຍົກສູງຊີວິດການເປັນຢູ່ ເຊິ່ງເປັນໜຶ່ງໃນບັນດາບໍລິເວນຫຍຸ້ງຍາກທີ່ສຸດຂອງປະເທດເພື່ອນລາວ.

ໄຊສົມບູນ ແມ່ນໜຶ່ງໃນບັນດາແຂວງຍັງປະສົບຄວາມຫຍຸ້ງຍາກທີ່ສຸດຂອງລາວ, ທີ່ມີພູສູງທຸລະກັນດານ, ຍັງຂາດແຫຼ່ງຊັບພະຍາກອນ ແລະພື້ນຖານໂຄງລ່າງ ເຊິ່ງ ລັດຖະບານ ລາວ ໄດ້ນໍາເຂົ້າໃນບັນຊີລາຍຊື່ບຸລິມະສິດພັດທະນາໃນຊຸມປີຈະມາເຖິງ. ຍ້ອນເຫດນັ້ນ, ດ້ວຍຈຸດປະສົງໜູນຊ່ວຍ ແລະແບ່ງປັນຄວາມຫຍຸ້ງຍາກ ໃຫ້ແກ່ເພື່ອນລາວ, ໃນຫຼາຍປີຜ່ານມາ, ແມ່ທັບນ້ອຍ 15 ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ເພື່ອໜູນຊ່ວຍຄະນະຊີ້ນໍາການກໍ່ສ້າງຮາກຖານການເມືອງ ແລະພັດທະນາ 3 ຈຸມສຸມແຂວງໄຊສົມບູນ ໂດຍຜ່ານການເຄື່ອນໄຫວແບ່ງປັນບົດຮຽນທີ່ດີໃນການກໍ່ສ້າງຮູບແບບພັດທະນາເສດຖະກິດຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ເພີ່ມພູນຄູນສ້າງຄວາມສາມັກຄີທີ່ສະໜິດແໜ້ນ ຫວຽດນາມ-ລາວ

ຄະນະປະຕິບັດງານຄະນະຊີ້ນໍາການກໍ່ສ້າງຮາກຖານການເມືອງ ແລະພັດທະນາ 3 ຈຸມສຸມແຂວງໄຊສົມບູນ ຢ້ຽມຊົມ, ທັດສະນະສຶກສາທີ່ບໍລິສັດ 715, ແມ່ທັບນ້ອຍ 15. ພາບ: qdnd.vn

ໃນການຢ້ຽມຢາມບັນດາກົມກອງຜະລິດຂອງແມ່ທັບນ້ອຍ 15 ຫວ່າງມໍ່ໆມານີ້, ຄະນະປະຕິບັດງານຄະນະຊີ້ນໍາການກໍ່ສ້າງຮາກຖານການເມືອງ ແລະພັດທະນາ 3 ຈຸດສຸມແຂວງ ໄຊສົມບູນ ໄດ້ໄປຢ້ຽມຊົມບັນດາຮູບແບບການຜະລິດຂອງແມ່ທັບນ້ອຍ 15 ເພື່ອຊອກຫາທິດທາງພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິຜົນ.

ເມືື່ອເຫັນໄດ້ບົດຮຽນອັນລໍ້າຄ່າຈາກຮູບແບບການປູກໝາກນັດທີ່ມີສະມັດຕະພາບສູງ, ເໝາະສົມກັບເງື່ອນໄຂດິນຟ້າອາກາດ, ຄຸນລັກສະນະຂອງດິນຢູ່ ລາວ ໃນໄລຍະຈະມາເຖິງ, ພັນໂທ ເມກທັນວາ ວີຣະຈິດ ຮອງຫົວໜ້າກົມຜະລິດ, ກອງທັບປະຊາຊົນ ລາວ ແບ່ງປັນວ່າ “ພວກຂ້າພະເຈົ້າ ໄດ້ປູກແນວພັນທີ່ເໝາະສົມກັບເງື່ອນໄຂດິນຟ້າອາກາດ, ຄຸນລັກສະນະຂອງດິນຢູ່ຕາມກຸ່ມບ້ານ. ຂ້າພະເຈົ້າ ຫວັງວ່າ ໃນໄລຍະຈະມາເຖິງຈະໄດ້ໄປທັດສະນະສຶກສາຕື່ມອີກກ່ຽວກັບວິທີ ເຊິ່ງ ບໍລິສັດ 715, ແມ່ທັບນ້ອຍ 15 ໄດ້ນໍາໃຊ້ເພື່ອພັດທະນາການຜະລິດ, ດໍາເນີນທຸລະກິດຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າ ຍັງໄດ້ເຂົ້າໃຈຕື່ມອີກກ່ຽວກັບວິທີທີ່ຜູ້ອອກແຮງງານ ແຕ່ລະຄົນຂອງແມ່ທັບນ້ອຍ 15 ທັງເຮັດກະສິກໍາ, ທັງກຽມພ້ອມປົກປັກຮັກສາຊາຍແດນ”.

ເພີ່ມພູນຄູນສ້າງຄວາມສາມັກຄີທີ່ສະໜິດແໜ້ນ ຫວຽດນາມ-ລາວ

ພິທີສົ່ງມອບນັກສຶກສາ ລາວ ທີ່ຮຽນຈົບຈາກມະຫາວິທະຍາໄລ ໄຕງວຽນ ກັບຄືນປະເທດ. ພາບ: qdnd.vn

ບໍ່ພຽງແຕ່ໜູນຊ່ວຍປະເທດເພື່ອນລາວ ກ່ຽວກັບບົດຮຽນໃນການຜະລິດເທົ່ານັ້ນ, ແມ່ທັບນ້ອຍ 15 ຍັງໄດ້ໜູນຊ່ວຍທຶນການສຶກສາໃຫ້ແກ່ນັກສຶກສາ ລາວ ທີ່ຮໍ່າຮຽນຢູ່ມະຫາວິທະຍາໄລ ໄຕງວຽນ; ຈັດຊຸດຝຶກອົບຮົມດ້ານກະສິກໍາໃຫ້ແກ່ພະນັກງານ ກອງທັບປະຊາຊົນ ລາວ ອີກດ້ວຍເພື່ອຂະຫຍາຍແນວພັນປູກໃຫ້ເໝາະສົມ, ປະກອບສ່ວນພັດທະນາເສດຖະກິດທ້ອງຖິ່ນ.

ກ່າວຄໍາເຫັນທີ່ພິທີສົ່ງມອບນັກສຶກສາລາວ ທີ່ຮຽນຈົບຈາກມະຫາວິທະຍາໄລ ໄຕງວຽນ ກັບຄືນປະເທດ, ທ້າວ ຜາວົງ ແສງສະຫວັນ ໃຫ້ຮູ້ວ່າ “ຮຽນຈົບກັບຄືນປະເທດ ນ້ອງ ຈະພະຍາຍາມຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນເພື່ອໃຫ້ສົມກັບກຳລັງເຫື່ອແຮງ ແລະການໜູນຊ່ວຍຂອງພວກລຸງ, ປ້າອາວອາ, ພວກສະຫາຍຫວຽດນາມ!”.

ແບ່ງປັນກ່ຽວກັບວຽກງານໜູນຊ່ວຍປະເທດເພື່ອນລາວ, ພັນເອກພິເສດ ເລຊວນເຟືອງ ຮອງຜູ້ບັນຊາການ, ຫົວໜ້າເສນາທິການແມ່ທັບນ້ອຍ 15 ໃຫ້ຮູ້ວ່າ “ພວກຂ້າພະເຈົ້າ ໄປຊ່ວຍປະເທດລາວດ້ວຍຄວາມຮັບຜິດຊອບ, ດ້ວຍຄວາມຮັກແພງ, ການຊ່ວຍເຫຼືອຢ່າງໝົດຈິດໝົດໃຈ, ຍ້ອນເຫດນັ້ນ ໜ້າທີ່ວຽກງານຂອງພວກຂ້າພະເຈົ້າ ພວມໄດ້ປະກອບສ່ວນກໍ່ສ້າງບ້ານເມືອງ ໃຫ້ນັບມື້ນັບຮັ່ງມີສວຍງາມ”.

ຕີລາຄາສູງກ່ຽວກັບຮູບແບບການຜະລິດ ແລະການໜູນຊ່ວຍຂອງແມ່ທັບນ້ອຍ 15 ຕໍ່ກັບບັນດາທ້ອງຖິ່ນປະເທດເພື່ອນລາວ ໃນໄລຍະຜ່ານມາ, ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ຫວັງວ່າ ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງກົມກອງ, ໃນໄລຍະຈະມາເຖິງ, ແມ່ທັບນ້ອຍ 15 ຈະສືບຕໍ່ໜູນຊ່ວຍໃນວຽກງານພັດທະນາການຜະລິດ ແລະການບໍາລຸງສ້າງຊັບພະຍາກອນ.

ວິທີຊ່ວຍເພື່ອນຢ່າງມີປະສິດທິຜົນທີ່ສຸດແມ່ນຊ່ວຍເພື່ອນໃນຂົງເຂດທີ່ເພື່ອນຍັງປະສົບຄວາມຫຍຸ້ງຍາກ, ນັ້ນບໍ່ພຽງແຕ່ແມ່ນທິດນໍາໃນການໜູນຊ່ວຍຂອງແມ່ທັບນ້ອຍ 15 ຜ່ານບັນດາຂໍ້ຕົກລົງສົມທົບກັນ, ແຮກສ່ຽວກັນເທົ່ານັ້ນ ຫາກຍັງແມ່ນການຮັກສາພື້ນຖານອັນໝັ້ນແກ່ນຂອງການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ລາວ ອີກດ້ວຍ.

ບູນມີ

ເຫດການ
302 Found

Found

The document has moved here.