ລາຍການພົບປະແລກປ່ຽນສິລະປະ ຫວຽດນາມ-ລາວ

09:45 | 13/11/2023

ລາຍການພົບປະແລກປ່ຽນສິລະປະ ຫວຽດນາມ-ລາວ

“​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ “​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ
ມີຫຼາຍ​ລາຍການສະ​ແດງ​ກາຍ​ຍະ​ສິນ​ທີ່​ດຶງ​ດູດ​ໃຈ​​ເຊິ່ງໄດ້​ດຳ​ເນີນ​ຢູ່​ງານ​ມະ​ໂຫລານ​ກາຍ​ຍະ​ສິນ​ສາ​ກົນ ປີ 2022 ມີຫຼາຍ​ລາຍການສະ​ແດງ​ກາຍ​ຍະ​ສິນ​ທີ່​ດຶງ​ດູດ​ໃຈ​​ເຊິ່ງໄດ້​ດຳ​ເນີນ​ຢູ່​ງານ​ມະ​ໂຫລານ​ກາຍ​ຍະ​ສິນ​ສາ​ກົນ ປີ 2022

ໃນຂອບເຂດວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ” ປີ 2023, ຕອນຄໍ່າວັນທີ 11 ພະຈິກ, ຢູ່ນະຄອນເຫວ້, ໄດ້ດໍາເນີນລາຍການພົບປະແລກປ່ຽນສິລະປະ ຫວຽດນາມ-ລາວ ດ້ວຍຫົວຂໍ້ວ່າ “ສາຍໃຈມິເຕະພາບ-ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ທ່ານ ຫງວຽນແທັງບິ່ງ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ເນັ້ນໜັກວ່າ ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ” ປີ 2023 ແມ່ນໂອກາດເພື່ອຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ມິດຕະພາບທີ່ໝັ້ນແກ່ນລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ແລະແຂວງເທື່ອທຽນເຫວ້ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ. ແຂວງເທື່ອທຽນເຫວ້ ຍາມໃດກໍ່ຖືເປັນສຳຄັນ, ຖືສາຍພົວພັນທີ່ເປັນມູນເຊື້ອອັນດີງາມກັບບັນດາທ້ອງຖິ່ນຂອງລາວ ແມ່ນເນື້ອໃນສຳຄັນໃນວຽກງານການພົວພັນຕ່າງປະເທດຂອງແຂວງ.

ລາຍການພົບປະແລກປ່ຽນສິລະປະ ຫວຽດນາມ-ລາວ

ລາຍການແນໃສ່ເຊີດຊູນໍ້າໃຈມິດຕະພາບພິເສດຫວຽດນາມ-ລາວ. ພາບ: TTXVN

ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານໃນຫຼາຍຂົງເຂດລະຫວ່າງແຂວງເທື່ອທຽນເຫວ້ ກັບບັນດາທ້ອງຖິ່ນຂອງລາວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະປະກອບສ່ວນຢ່າງແທດຈິງໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະລາວ. ຜ່ານການເຄື່ອນໄຫວທີ່ມີຄວາມໝາຍນີ້, ພວກຂ້າພະເຈົ້າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນບົນເນື້ອໃນຈິດໃຈການຊີ້ນຳຂອງສອງພັກ, ສອງລັດ; ພິເສດ, ແມ່ນຊຸກຍູ້ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນຫວຽດນາມ-ລາວ.

ລາຍການພົບປະແລກປ່ຽນສິລະປະຫວຽດນາມ-ລາວ ແມ່ນໂອກາດເພື່ອຫວນຄືນ, ສືບທອດມູນເຊື້ອການຕໍ່ສູ້ປະຕິວັດຂອງຄົນລຸ້ນກ່ອນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ ແນໃສ່ຍູ້ແຮງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານ, ເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການພົວພັນອັນດູດດຶ່ມໃຫ້ນັບມື້ນັບໝັ້ນແກ່ນ ແລະສືບຕໍ່ "ແຕກດອກອອກຜົນ".

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.