ຮັດແໜ້ນສາຍພົວພັນມິດຕະພາບຫວຽດນາມ-ລາວ

09:41 | 30/10/2023

ຮັດແໜ້ນສາຍພົວພັຍນມິດຕະພາບຫວຽດນາມ-ລາວ

ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ
ການແຂ່ງຂັນບານເຕະມິດຕະພາບສາກົນ - ຮັດແໜ້ນຄວາມສາມັກຄີລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈໍາຫວຽດນາມ ການແຂ່ງຂັນບານເຕະມິດຕະພາບສາກົນ - ຮັດແໜ້ນຄວາມສາມັກຄີລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈໍາຫວຽດນາມ

ໂດຍປະຕິບັດຕາມແຜນງານ "ຂໍ້ຕົກລົງແກ້ໄຂບັນຫາອົບພະຍົກຢ່າງເສລີ ແລະແຕ່ງງານຜິດກົດໝາຍຢູ່ເຂດຊາຍແດນ" ລະຫວ່າງລັດຖະບານສອງປະເທດຫວຽດນາມ-ລາວ, ຊ່ວຍປະຊາຊົນຢູ່ເຢັນເປັນສຸກ, ປະກອບສ່ວນຮັກສາ, ປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ແມ່ນຂີດໝາຍສຳຄັນໃນສາຍພົວພັນມິດຕະພາບຫວຽດນາມ-ລາວ.

ຮັດແໜ້ນສາຍພົວພັນມິດຕະພາບຫວຽດນາມ-ລາວ

ຜູ້ຕາງໜ້າຂະແໜງຍຸຕິທຳແຂວງເທື່ອທຽນເຫວ້ ແລະບັນດາແຂວງສາລາວັນ, ເຊກອງ ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການແກ້ໄຂບັນຫາອົບພະຍົບຢ່າງເສລີ. ພາບ: ທ໊າຍບິ່ງ

"ຢູ່ເຢັນເປັນສຸກ"

ດ້ວຍຄວາມເອົາໃຈໃສ່, ການໜູນຊ່ວຍຂອງອຳນາດການປົກຄອງທ້ອງຖິ່ນ, ບັນດາພົນລະເມືອງຂອງປະເທດເພື່ອນລາວ ໄດ້ຮັບອະນຸຍາດຈາກປະທານປະເທດໃຫ້ເຂົ້າສັນຊາດ ຫວຽດນາມ ນັ້ນມີການດຳລົງຊີວິດເປັນປົກກະຕິ, ອຸ່ນອ່ຽນໃຈສະໜິດຕິດພັນກັບແຜ່ນດິນໃໝ່. ເອື້ອຍ ອາວຽດທິນໍ (ອາຍຸ 36 ປີ, ດຳລົງຊີວິດຢູ່ຕາແສງກວາງເຍີມ, ອາເລື໊ອຍ) ແມ່ນໜຶ່ງໃນຈຳນວນ 164 ຄົນທີ່ໄດ້ເຂົ້າສັນຊາດຫວຽດນາມ ຕາມແຜນງານຂໍ້ຕົກລົງລະຫວ່າງສອງປະເທດຫວຽດນາມ-ລາວ ກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະແຕ່ງງານຜິດກົດໝາຍຢູ່ເຂດຊາຍແດນ.

ກ່ອນໜ້ານີ້, ເອື້ອຍ ອາວຽດທິນໍ ພ້ອມກັບອາວ ມາຈາກບ້ານກາໂລ (ເມືອງກະລຶມ, ແຂວງເຊກອງ) ມາດຳລົງຊີວິດ ແລະທຳມາຫາກິນຢູ່ຕາແສງກວາງເຍີມ. ຢູ່ທີ່ນີ້, ອາວຽດທິນໍ ໄດ້ພົບ ແລະເປັນຜົວເມຍກັບອ້າຍ ໂຮ່ວຽດແອັງ ໃນປີ 2009. ດຳລົງຊີວິດນຳກັນເປັນເວລາກວ່າ 10 ປີ, ມີລູກນຳກັນ 2 ຄົນ, ແຕ່ວ່າອ້າຍເອື້ອຍຍັງບໍ່ທັນຈົດທະບຽນສົມລົດເທື່ອ. ຈົນຮອດເວລາ ອາວຽດທິນໍ ໄດ້ເຂົ້າສັນຊາດຫວຽດນາມ ໃນປີ 2019, ອ້າຍເອື້ອຍ ຈຶ່ງ "ເປັນຜົວເມຍ" ຖືກຕາມກົດໝາຍ.

ເອື້ອຍ ນໍ ແບ່ງປັນວ່າ ເມືອກາຍເປັນພົນລະເມືອງຫວຽດນາມ ຄອບຄົວຂ້າພະເຈົ້າຮູ້ສຶກດີໃຈ, ຍ້ອນວ່ານີ້ແມ່ນສິ່ງທີ່ຂ້າພະເຈົ້າໄດ້ລໍຄອຍມາແຕ່ດົນແລ້ວ. ຢູ່ທີ່ນີ້, ພວກຂ້າພະເຈົ້າໄດ້ຮັບການແນະນຳຈາກພະນັກງານກ່ຽວກັບວິທີທຳມາຫາກິນ, ວິທີປູກຕົ້ນໄມ້ໃຫ້ໝາກ, ລ້ຽງໝູ, ໂຕແບ້ ແລະໜູນຊ່ວຍກູ້ຢືນເງິນເພື່ອທຳມາຫາກິນ. ກ່ອນນີ້ເມື່ອຍັງບໍ່ທັນເຂົ້າສັນຊາດ, ການເຮັດເອກະສານໃຫ້ລູກຍາກຫຼາຍ, ແຕ່ດຽວນີ້ແມ່ນງ່າຍແລ້ວ. ຂ້າພະເຈົ້າຂອບໃຈລັດຫວຽດນາມ, ຂອບໃຈອຳນາດການປົກຄອງເມືອງ ອາເລື໊ອຍ ທີ່ໄດ້ອໍານວຍຄວາມສະດວກ ເພື່ອໃຫ້ຂ້າພະເຈົ້າໄດ້ດຳລົງຊີວິດຢູ່ທີ່ນີ້ດ້ວຍຄວາມຜາສຸກ.

ຢູ່ຫ່າງຈາກເຮືອນຂອງເອື້ອຍ ນໍ ບໍ່ໄກປານໃດແມ່ນເຮືອນຂອງເອື້ອຍ ໂຮ່ທິເຮືອງ (ອາຍຸ 38 ປີ) ຜູ້ທີ່ອົບພະຍົບຢ່າງເສລີ ຈາກລາວ ມາ ຫວຽດນາມ ແຕ່ປີ 2010. ເມື່ອມາຮອດຕາແສງກວາງເຍີມ, ເອື້ອຍໄດ້ທຳມາຄ້າຂາຍຢູ່ທີ່ນີ້ ແລະເປັນຜົວເມຍກັບອ້າຍ ເລວັນເຕີ໊ຍ .

ເອື້ອຍ ເຮືອງ ແບ່ງປັນວ່າ "ປີ 2019, ຂ້າພະເຈົ້າໄດ້ເຂົ້າສັນຊາດຫວຽດນາມ ຕາມແຜນງານຂອງລັດຖະບານ 2 ປະເທດ. ພວກຂ້າພະເຈົ້າໄດ້ຮັບງົວພັນເພື່ອລ້ຽງ, ໄດ້ກູ້ຢືນເງິນເພື່ອດໍາເນີນການຜະລິດ ແລະຮັບເງິນໜູນຊ່ວຍເພື່ອປຸກສ້າງເຮືອນຢູ່. ການເຂົ້າສັນຊາດຫວຽດນາມ ໄດ້ສ້າງໂອກາດໃຫ້ຄອບຄົວຂ້າພະເຈົ້າ "ຢູ່ເຢັນເປັນສຸກ", ມຸ່ງໄປເຖິງຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ".

ທ່ານປະທານຄະນະກຳມະການປະຊາຊົນເມືອງ ອາເລື໊ອຍ ຫງວຽນແມັ້ງຮຸ່ງ ໃຫ້ຮູ້ວ່າ ຄົນລາວທີ່ອົບພະຍົບຢ່າງເສລີ ແລະແຕ່ງງານຜິດກົດໝາຍດຳລົງຊີວິດກະແຈກກະຈາຍຢູ່ບັນດາຕາແສງຕິດກັບຊາຍແດນ, ຫຼາຍທີ່ສຸດແມ່ນຢູ່ກວາງເຍີມ, ຮົ່ງເວີນ, ອາຣວ່າງ... ກ່ອນໜ້ານີ້, ເມື່ອຍັງບໍ່ທັນໄດ້ເຂົ້າສັນຊາດ, ຄົນລາວຢູ່ເມືອງອາເລື໊ອຍ ເວົ້າສະເພາະ ແລະຜູ້ອົບພະຍົບຢ່າງເສລີມາດຳລົງຊີວິດຢູ່ລຽບຕາມຊາຍແດນຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ບໍ່ສາມາດເຮັດເອກະສານນິຕິກຳສ່ວນຕົວ ແລະໃຫ້ລູກໄປຮຽນໄດ້. ພາຍຫຼັງໄດ້ເຂົ້າສັນຊາດແລ້ວ, ເຂົາເຈົ້າຈຶ່ງມີສິດ ແລະພັນທະຄືພົນລະເມືອງຫວຽດນາມ, ແລະໄດ້ຮັບການໜູນຊ່ວຍເຮືອນຢູ່, ທີ່ດິນທຳການຜະລິດ, ໄດ້ຮັບເບ້ຍໄມ້, ແນວພັນສັດລ້ຽງ ແລະໄດ້ກູ້ຢືມເງິນ; ຮັບໃບປະກັນສຸຂະພາບ; ໃບຢັ້ງຢືນການເກີດ, ໃບຢັ້ງຢືນການສົມລົດ. ພ້ອມທັງ, ໄດ້ຊົມໃຊ້ບັນດາລະບອບ, ນະໂຍບາຍບຸລິມະສິດສຳລັບຄອບຄົວທຸກຍາກ, ຄອບຄົວໃກ້ຊິທຸກຍາກ, ຊາວເຜົ່າສ່ວນໜ້ອຍຢູ່ເຂດຫຍຸ້ງຍາກພິເສດ, ເຂດຊາຍແດນ.

ຕ້ອງໜູນຊ່ວຍແຫຼ່ງກຳລັງຕື່ມອີກ

ຕົວຈິງແລ້ວ, ຜູ້ອົບພະຍົບຢ່າງເສລີ, ແຕ່ງງານຜິດກົດໝາຍແມ່ນບັນຫາທີ່ມີລັກສະນະປະຫວັດສາດ, ຄົງຕົວມາຫຼາຍປີແລ້ວ, ຍ້ອນສາຍເຫດແຕກຕ່າງກັນ, ພົນລະເມືອງຂອງແຂວງນີ້ສ່ວນໜຶ່ງອາໄສ, ດຳລົງຊີວິດຢູ່ແຂວງອື່ນແຕ່ບໍ່ມີໃບຢັ້ງຢືນສັນຊາດ ແລະຖືກຕົກສູ່ສະພາບບໍ່ມີສັນຊາດ. ວັນທີ 8 ກໍລະກົດ 2013, ລັດຖະບານສອງປະເທດຫວຽດນາມ ແລະລາວ ໄດ້ເຊັນແຜນງານຂໍ້ຕົກລົງແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະແຕ່ງງານຜິດກົດໝາຍຢູ່ເຂດຊາຍແດນສອງປະເທດ.

ຕາມທ່ານ ຫງວຽນວັນຮຶງ, ຫົວໜ້າພະແນກຍຸຕິທຳ ແລ້ວ, ການປະຕິບັດແຜນງານນີ້ໄດ້ຄວບຄຸມສະພາບອົບພະຍົບຢ່າງເສລີ ແລະການແຕ່ງງານຢ່າງຜິດ ກົດໝາຍຢູ່ເຂດຊາຍແດນສອງປະເທດເປັນຕົ້ນແມ່ນຢູ່ເມືອງອາເລື໊ອຍ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນລະຫວ່າງເທື່ອທຽນເຫວ້ ກັບສອງແຂວງສາລາວັນ ແລະເຊກອງ. ນະໂຍບາຍຂອງລັດ ອະນຸຍາດໃຫ້ຜູ້ອົບພະຍົບຢ່າງເສລີ ແລະແຕ່ງງານຜິດກົດໝາຍເຂົ້າສັນຊາດຫວຽດນາມ ສະແດງໃຫ້ເຫັນທາດແທ້ມະນຸດສະທຳອັນສູງສົ່ງຂອງພັກ ແລະລັດຫວຽດນາມ, ແມ່ນຂີດໝາຍແຫ່ງຄວາມສະໜິດຕິດພັນໃນສາຍພົວພັນມິດຕະພາບຫວຽດນາມ-ລາວ.

ໃນໄລຍະຈະມາເຖິງ, ແຂວງເທື່ອທຽນເຫວ້ ສະເໜີລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງເອົາໃຈໃສ່, ສ້າງເງື່ອນໄຂໜູນຊ່ວຍບ່ອນຢູ່ອາໄສ, ເຮືອນຢູ່, ດິນປູກຝັງ, ກູ້ຢືນເງິນ, ຮຽນວິຊາຊີບ... ໃຫ້ຜູ້ເຂົ້າສັນຊາດຫວຽດນາມ ຕື່ມອີກ ເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ເປັນປົກກະຕິ, ພັດທະນາເສດຖະກິດ, ຍົກສູງ ລາຍຮັບ, ເຊື່ອມຕົວກັບປະຊາຄົມຢູ່ບ່ອນພັກພາອາໄສໂດຍໄວ. ພ້ອມທັງ, ມີມາດຕາດການສະກັດກັ້ນການອົບພະຍົບຢ່າງເສລີ ແລະແຕ່ງງານຜິດກົດໝາຍຢູ່ເຂດຊາຍແດນຫວຽດນາມ-ລາວ ຄືນໃໝ່.

ບູນມີ

ເຫດການ
302 Found

Found

The document has moved here.