ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

20:24 | 03/11/2023

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ ເປີດຕົວສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລ ດານັງ
ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່ ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ

ຄະນະປະຕິບັດງານໄດ້ມີການເຮັດວຽກກັບການນຳພະແນກສຶກສາທິການ ແລະກິລາ, ພະແນກພົວພັນຕ່າງປະເທດຂອງສອງແຂວງ. ຕາມນັ້ນແລ້ວ, ການນຳບັນດາພະແນກໄດ້ລາຍງານໂດຍສັງເຂບສະພາບການບຳລຸງສ້າງ ແລະຊັບພະຍາກອນມະນຸດຢູ່ທ້ອງຖິ່ນ, ພ້ອມທັງປາດຖະໜາວ່າ ມະຫາວິທະຍາໄລຍາຈາງ ສືບຕໍ່ໜູນຊ່ວຍສອງແຂວງໃນການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສະໜອງທຶນການສຶກສາໃຫ້ນັກສຶກສາລາວ, ເພີ່ມທະວີການເຄື່ອນໄຫວແລກປ່ຽນ, ພົບປະແລກປ່ຽນວັດທະນະທຳ, ກິລາລະຫວ່າງສອງຝ່າຍ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

ຄະນະປະຕິບັດງານມະຫາວິທະຍາໄລ ຍາຈາງ ຖ່າຍຮູບເປັນທີ່ລະນຶກໃນການເຮັດວຽກກັບພະແນກສຶກສາທິການ ແລະກິລາ, ພະແນກພົວພັນຕ່າງປະເທດແຂວງອັດຕະປຶ. ພາບ: baokhanhhoa.vn

ການນຳມະຫາວິທະຍາໄລ ຍາຈາງ ໄດ້ລາຍງານບາງນະໂຍບາຍທຶນການສຶກສາ, ບຸລິມະສິດພັດທະນາຊັບພະຍາກອນມະນຸດຂອງສອງແຂວງ. ສອງຝ່າຍໃຫ້ຄຳໝັ້ນສັນຍາຈະສໍາເລັດບັນດາລະບຽບການທີ່ຈໍາເປັນ, ລວມມີສ້າງບົດບັນທຶກຊ່ວຍຈໍາການຮ່ວມມື, ຂໍ້ສະເໜີລະອຽດເພື່ອເປັນພື້ນຖານໃຫ້ການຂໍທຶນອຸປະຖໍາຈາກບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມເຄື່ອນໄຫວຢູ່ລາວ, ພ້ອມທັງລາຍງານຕໍ່ກະຊວງສຶກສາ ແລະກໍ່ສ້າງ, ຄະນະກໍາມະການປະຊາຊົນແຂວງແຄ໊ງຮ່ວາ ເພື່ອຂໍທຶນການສຶກສາໜູນຊ່ວຍການພັດທະນາຊັບພະຍາກອນມະນຸດໃຫ້ລາວ.

ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານມະຫາວິທະຍາໄລ ຍາຈາງ ໄດ້ມີການເຮັດວຽກກັບວິທະຍາໄລວິຊາຊີບຈຳປາສັກ ເພື່ອໜູນຊ່ວຍໂຮງຮຽນໃນການເຄື່ອນໄຫວບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ; ເຮັດວຽກກັບມະຫາວິທະຍາໄລ ຈໍາປາສັກ ເພື່ອປຶກສາຫາລືມາດຕະການແນໃສ່ປັບປຸງສາຍພົວພັນຮ່ວມມືລະຫວ່າງສອງໂຮງຮຽນ; ພົບປະກັບອະດີດນັກສຶກສາລາວ ຂອງມະຫາວິທະຍາໄລ ຍາຈາງ ທີ່ພວມປະຕິບັດງານຢູ່ແຂວງອັດຕະປຶ ແລະຈໍາປາສັກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.