ຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກໍາປູເຈຍ ໃກ້ຈະກໍ່ສ້າງສຳເລັດ

02:44 | 30/10/2023

ຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກໍາປູເຈຍ ໃກ້ຈະສຳເລັດກໍ່ສ້າງ

ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ
ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ

ວັນທີ 24 ຕຸລາ, ສະຫາຍ ເຢືອງວັນຈາງ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກອນຕຸມ ໄດ້ລົງກວດກາຄວາມຄືບໜ້າໃນການກໍ່ສ້າງຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກໍາປູເຈຍ ຢູ່ບ້ານຕາກາ, ຕາແສງເບີ່ອີ, ເມືອງງອກໂຮ່ຍ.

ຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກໍາປູເຈຍ ໃກ້ຈະກໍ່ສ້າງສຳເລັດ

ກິດຈະກໍາຫໍວັດທະນະທຳມິດຕະພາບໄດ້ຮັບການກໍ່ສ້າງຢ່າງຮີບດ່ວນ. ພາບ: dangcongsan.vn

ກິດຈະກໍາຫໍວັດທະນະທຳມິດຕະພາບ ຫວຽດນາມ-ລາວ-ກຳປູເຈຍ ໄດ້ຮັບການກໍ່ສ້າງດ້ວຍແຫຼ່ງທຶນຈາກກະຊວງປ້ອງກັນປະເທດ, ການກໍ່ສ້າງໄດ້ຜັນຂະຫຍາຍຢ່າງຮີບດ່ວນເພື່ອໃຫ້ສຳເລັດຖືກຕາມເວລາກຳນົດກ່ອນທີ່ຈະດໍາເນີນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ (ຄາດວ່າ ຈະດຳເນີນໃນເດືອນພະຈິກ 2023).

ສະຫາຍພັນເອກພິເສດ ເລກວກວຽດ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໃຫ້ຮູ້ວ່າ: ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ທີ່ຈະດໍາເນີນຢູ່ເຂດສາມແຍກອິນດູຈີນ ແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສຸດຂອງແຂວງກອນຕຸມ ໃນປີ 2023. ຍ້ອນເຫດນັ້ນ, ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະບັນດາກົມກອງ, ຫົວໜ່ວຍກໍ່ສ້າງໂຄງການໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະສຳເລັດວຽກງານກະກຽມທຸກດ້ານ, ໃນນັ້ນມີກິດຈະກໍາທີ່ຮັບໃຊ້ການເຄື່ອນໄຫວຕ່າງໆໃນຂອບເຂດງານພົບປະແລກປ່ຽນຂອງການນຳກະຊວງປ້ອງກັນປະເທດ 3 ປະເທດ. ໄລ່ມາຮອດປະຈຸບັນ, ບັນດາລາຍການ ແລະເນື້ອໃນວຽກງານຮັບໃຊ້ງານພົບປະແລກປ່ຽນໄດ້ສຳເລັດໂດຍພື້ນຖານຕາມກຳນົດເວລາ.

ກ່າວຄຳເຫັນທີ່ການຢ້ຽມຢາມ, ທ່ານເລຂາພັກແຂວງກອນຕຸມ ໄດ້ຮຽກຮ້ອງໃຫ້ການນຳທ້ອງຖິ່ນທຸກຂັ້ນ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ຄວນຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ ກໍ່ຄືສຳເລັດບັນດາເນື້ອໃນວຽກງານທີ່ໄດ້ຮັບມອບໝາຍ. ຜົນສຳເລັດຂອງງານພົບປະແລກປ່ຽນເປັນຂີດໝາຍສຳຄັນເພື່ອຍົກສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ລາວ-ກຳປູເຈຍ ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນກໍ່ສ້າງຊາຍຄາລວມອິນດູຈີນ ໃຫ້ມີສະຖຽນລະພາບ, ສາມັກຄີ ແລະພັດທະນາແບບຍືນຍົງ.

ບູນມີ

ເຫດການ
302 Found

Found

The document has moved here.