ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ

13:34 | 27/11/2023

ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ
ແມ່ຍິງຫວຽດນາມ ຢູ່ ປະເທດມາເລເຊຍ ຊ່ວຍເຫຼືອຜູ້ທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19 ແມ່ຍິງຫວຽດນາມ ຢູ່ ປະເທດມາເລເຊຍ ຊ່ວຍເຫຼືອຜູ້ທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະພະນັກງານຍິງຂອງກອງທັບປະຊາຊົນລາວ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານການແພດທະຫານ ຫວຽດນາມ.

ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຄະນະພະນັກງານຍິງຂອງກອງທັບປະຊາຊົນລາວ ມອບຂອງຂວັນທີ່ລະນຶກໃຫ້ແກ່ວິທະຍາຄານການແພດທະຫານ. ພາບ: qdnd.vn

ໃນຂອບເຂດການຢ້ຽມຢາມ, ຄະນະພະນັກງານຍິງຂອງກອງທັບປະຊາຊົນລາວ ໄດ້ຮັບຟັງການແນະນຳກ່ຽວກັບຜົນງານດີເດັ່ນດ້ານການສຶກສາ, ບຳລຸງສ້າງ, ປິ່ນປົວພະຍາດ ແລະຄົ້ນຄວ້າວິທະຍາສາດຂອງວິທະຍາຄານການແພດທະຫານ. ຄະນະຜູ້ແທນໄດ້ໄປຢ້ຽມຢາມບ່ອນເຮັດວຽກຂອງແພດໝໍຢູ່ສູນຜ່າຕັດແປງໂສມ-ເສີມຄວາມງາມ, ໂຮງໝໍແຜໄຟໄໝ້ ນ້ຳຮ້ອນລວກແຫ່ງຊາດ ເລຮືວຈາກ; ຢ້ຽມຢາມຫ້ອງມູນເຊື້ອຂອງວິທະຍາຄານການແພດທະຫານ.

ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ

ບັນດາຜູ້ແທນທີ່ການຢ້ຽມຢາມ ແລະເຮັດວຽກຂອງຄະນະພະນັກງານຍິງ ຂອງກອງທັບປະຊາຊົນລາວ ຢູ່ວິທະຍາຄານການແພດທະຫານ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ສະຫາຍພັນເອກພິເສດ ນາງ ຫງວຽນທິທູຮ່ຽນ, ຮອງຫົວໜ້າຄະນະແມ່ຍິງ ຂອງກອງທັບ ເນັ້ນໜັກວ່າ: ໃນຊຸມປີມໍ່ໆມານີ້, ວຽກງານແມ່ຍິງ ແລະ ຂະບວນການແມ່ຍິງຂອງວິທະຍາຄານແພດທະຫານ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງແມ່ຍິງກອງທັບປະຊາຊົນຫວຽດນາມ, ດ້ວຍຮູບແບບດີເດັ່ນຄື: “ຫ້ອງຜ່າຕັດ 3 ສະອາດ”, “ຫ້ອງຄົນເຈັບໂດຍແມ່ຍິງຄຸ້ມຄອງເອງ”. ປະຈຸບັນ, ວິທະຍາຄານການແພດທະຫານ ພວມຕັ້ງໜ້າສືບຕໍ່ໜູນຊ່ວຍໂຄງການ, ຊ່ວຍຍົກລະດັບວິຊາສະເພາະໃຫ້ຖັນແຖວແພດໝໍຂອງໂຮງໝໍກອງທັບ 103 ຂອງກອງທັບປະຊາຊົນລາວ, ປະກອບສ່ວນສຳຄັນເຂົ້າໃນການປິ່ນປົວພະຍາດ ແລະສົ່ງເສີມສຸຂະພາບໃຫ້ແກ່ພະນັກງານ, ນັກຮົບ ກໍຄືປະຊາຊົນລາວບັນດາເຜົ່າ.

ແມ່ຍິງຫວຽດນາມ-ລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຄະນະພະນັກງານຍິງ ຂອງກອງທັບປະຊາຊົນລາວ ຢ້ຽມຢາມໂຮງໝໍແຜໄຟໄໝ້ ນ້ຳຮ້ອນລວກ ແຫ່ງຊາດ ເລຮືວຈາກ. ພາບ: qdnd.vn

ການພົບປະແລກປ່ຽນ ແລະເຮັດວຽກລະຫວ່າງພະນັກງານຍິງ ຂອງວິທະຍາຄານການແພດທະຫານ ກັບພະນັກງານຍິງ ຂອງກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນເລິກເຊິ່ງ, ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີທີ່ສະໜິດຕິດແໜ້ນຂອງສອງຊາດ ເວົ້າລວມ, ຂອງພະນັກງານຍິງ ສອງກອງທັບເວົ້າສະເພາະ.

ບູນມີ

ເຫດການ
302 Found

Found

The document has moved here.