ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືພັດທະນາການຄ້າຊາຍແດນ

15:50 | 27/11/2023

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືພັດທະນາການຄ້າຊາຍແດນ

ຊາວຫວຽດນາມຢູ່ຕ່າງປະເທດ ເອກອ້າງທະນົງໃຈກ່ຽວກັບຮີດຄອງປະເພນີພາກພຽນຮ່ຳຮຽນ ແລະ ການເຄົາລົບນັບຖືຄູບາອາຈານຂອງຊາວຫວຽດນາມ ຊາວຫວຽດນາມຢູ່ຕ່າງປະເທດ ເອກອ້າງທະນົງໃຈກ່ຽວກັບຮີດຄອງປະເພນີພາກພຽນຮ່ຳຮຽນ ແລະ ການເຄົາລົບນັບຖືຄູບາອາຈານຂອງຊາວຫວຽດນາມ
APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ

ຫວ່າງແລ້ວນີ້, ຢູ່ນະຄອນ ດ້ຽນບຽນຝູ, ພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ໄດ້ເປັນປະທານຈັດກອງປະຊຸມຮ່ວມມືສົ່ງເສີມການຄ້າຊາຍແດນກັບ 6 ແຂວງ ພາກເໜືອຂອງລາວ, ລວມມີ: ອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືພັດທະນາການຄ້າຊາຍແດນ

ການນໍາພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກຳ ແລະການຄ້າ 6 ແຂວງພາກເໜືອຂອງລາວ ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມື. ພາບ: dienbientv.vn

ໃນໄລຍະ 2021-2023, ເຖິງວ່າໄດ້ຮັບຜົນສະທ້ອນຫຼາຍຢ່າງຈາກພະຍາດໂຄວິດ-19, ການເໜັງຕີງຂອງລາຄາສິນຄ້າ... ກໍ່ຕາມ, ແຕ່ວຽກງານສົ່ງເສີມການຄ້າລະຫວ່າງພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກຳ ແລະການຄ້າ 6 ແຂວງພາກເໜືອຂອງລາວ ຍັງໄດ້ຮັບການຮັກສາ, ການເຄື່ອນໄຫວສົ່ງເສີມການຄ້າຊາຍແດນຍັງໄດ້ຮັບການຊຸກຍູ້, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງສອງປະເທດຊອກຫາຕະຫຼາດ, ແລກປ່ຽນສິນຄ້ານຳກັນ.

ໃນໄລຍະ 2021-2023, ຍອດວົງເງິນນໍາເຂົ້າ-ສົ່ງອອກສິນຄ້າ, ການຄ້າຊາຍແດນລະຫວ່າງແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ບັນລຸກວ່າ 143 ລ້ານ USD (ເພີ່ມຂຶ້ນ 0,65% ເມື່ອທຽບໃສ່ໄລຍະທີ່ຜ່ານມາ). ສິນຄ້ານຳເຂົ້າ ແລະສົ່ງອອກລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ເປັນຕົ້ນແມ່ນຜະລິດຕະພັນກະເສດ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງໃຊ້ໃນຄົວເຮືອນ, ວັດສະດຸກໍ່ສ້າງ...

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຍົກອອກມາດຕະການແກ້ໄຂລະອຽດ, ເພື່ອເປັນພື້ນຖານແກ່ການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດໃຫ້ບັນລຸປະສິດທິຜົນ. ໃນນັ້ນ, ພະແນກອຸດສາຫະກຳ ແລະການຄ້າບັນດາແຂວງ ໄດ້ເຫັນດີເປັນເອກະພາບຕໍ່ເປົ້າໝາຍໃນໄລຍະ 2023-2025 ສູ້ຊົນຍົກວົງເງິນນໍາເຂົ້າ-ສົ່ງອອກ ລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ໃຫ້ເພີ່ມຂຶ້ນ 8%-10%.

ຄຽງຂ້າງນັ້ນ, ພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກຳ ແລະການຄ້າ 6 ແຂວງພາກເໜືອຂອງລາວ ຍັງໄດ້ເຊັນຄຳໝັ້ນສັນຍາ ຈະເພີ່ມທະວີການໂຄສະນາເຜີຍແຜ່ເນື້ອໃນຂອງບັນດາສັນຍາທີ່ໄດ້ລົງນາມລະຫວ່າງສອງປະເທດ ແລະຂໍ້ກຳນົດທີ່ກຳລັງປະກາດໃຊ້ກ່ຽວກັບການເຄື່ອນໄຫວດ້ານການຄ້າຊາຍແດນໃຫ້ແກ່ວິສາຫະກິດ, ປະຕິບັດວຽກງານສົມທົບກັນຢູ່ດ່ານຊາຍແດນໃຫ້ເປັນຢ່າງດີ.

ແຕ່ລະປີ, ພະແນກອຸດສາຫະກຳ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກຳ ແລະການຄ້າ 6 ແຂວງພາກເໜືອຂອງລາວ ຈະຈັດການພົບປະສອງຝ່າຍ ເພື່ອແລກປ່ຽນຂໍ້ມູນຂ່າວສານ; ພ້ອມທັງຕັ້ງໜ້າຈັດງານຕະຫຼາດນັດການຄ້າຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະປະຊາຊົນຢູ່ສອງຟາກຊາຍແດນເປີດກວ້າງຕະຫຼາດ, ຈໍາໜ່າຍສິນຄ້າ ແລະຮ່ວມມືດ້ານການຄ້າ.

ບູນມີ

302 Found

Found

The document has moved here.