ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

20:28 | 03/11/2023

ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ) ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022

ຕອນເຊົ້າວັນທີ 2 ພະຈິກ, ຢູ່ແຂວງກອນຕູມ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກອນຕູມ ກ່ຽວກັບວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1.

ທີ່ການກວດກາ, ກອງບັນຊາການທະຫານຊາຍແດນແຂວງກອນຕູມ ໄດ້ລາຍງານກ່ຽວກັບວຽກງານກະກຽມຮັບໃຊ້ການເຄື່ອນໄຫວພົບປະແລກປ່ຽນ. ລະອຽດແມ່ນໄດ້ເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງກອນຕູມ ປະກາດໃຊ້ແຜນການຂອງຄະນະກໍາມະການປະຊາຊົນແຂວງກອນຕູມ ກ່ຽວກັບການສົມທົບ, ຜັນຂະຫຍາຍການຈັດຕັ້ງລາຍການພົບປະແລກປ່ຽນ; ສ້າງແຜນການວຽກງານພັກ, ວຽກງານການເມືອງໃນການປະຕິບັດວຽກງານກະກຽມຮັບໃຊ້ລາຍການພົບປະແລກປ່ຽນ ແລະກຽມພ້ອມສູ້ຮົບປ້ອງກັນຄວາມໝັ້ນຄົງ, ຄວາມປອດໄພ ແລະແຜນການໂຄສະນາກ່ຽວກັບລາຍການພົບປະແລກປ່ຽນ; ເຂົ້າຮ່ວມຄະນະສຳຫຼວດຢູ່ບໍລິເວນພ້ອມກັບອົງການຊາຍແດນສູນກາງ 3 ປະເທດຫວຽດນາມ, ລາວ ແລະກໍາປູເຈຍ ເຫັນດີເປັນເອກະພາບກ່ຽວກັບການຈັດຕັ້ງ; ການສໍາຫຼວດ, ການກວດ, ປິ່ນປົວພະຍາດ, ການມອບທຶນການສຶກສາໃຫ້ນັກຮຽນທຸກຍາກ, ຈໍານວນຄອບຄົວທຸກຍາກມີຄວາມຕ້ອງການໜູນຊ່ວຍງົວພັນຢູ່ສອງຟາກຊາຍແດນ...

ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1
ບັນຍາກາດທີ່ການກວດກາ. ພາບ: qdnd.vn

ກອງບັນຊາການທະຫານຊາຍແດນແຂວງກອນຕູມ ກໍ່ໄດ້ສົມທົບກັນສ້າງຮ່າງເນື້ອໃນລາຍການພົບປະແລກປ່ຽນ; ສົມທົບກັບຄະນະສຳຫຼວດຂອງທະຫານເຂດ 5 ສຳຫຼວດບັນດາສະຖານທີ່ຈັດກໍາລັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ກຽມພ້ອມສູ້ຮົບເພື່ອຮັບໃຊ້ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ; ການຝຶກຊ້ອມປະສົມແພດທະຫານຂອງສາມປະເທດໃນຂອບເຂດລາຍການພົບປະແລກປ່ຽນ. ທີ່ການເຮັດວຽກ, ບັນດາຜູ້ແທນກໍ່ໄດ້ປຶກສາຫາລື ແລະສ້າງຮ່າງເນື້ອໃນເພື່ອໃຫ້ລາຍການພົບປະແລກປ່ຽນດໍາເນີນປະສົບຜົນສຳເລັດ ແລະບັນລຸໄດ້ຄວາມຮຽກຮ້ອງຕ້ອງ ການ, ເປົ້າໝາຍທີ່ວາງອອກ.

ໃນຕອນບ່າຍວັນທີ 2 ພະຈິກ, ຄະນະປະຕິບັດງານຈະລົງກວດກາບໍລິເວນເພື່ອກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1.

ບູນມີ

ເຫດການ