ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ

00:00 | 22/11/2023

ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ

ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ
ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ

ຕອນບ່າຍວັນທີ 19 ພະຈິກ, ທ່ານພົນຕີ ຖ໊າຍດ້າຍຫງອກ, ຜູ້ບັນຊາການທະຫານເຂດ 5 ໄດ້ເປັນປະທານກອງປະຊຸມກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຢູ່ກອງບັນຊາການທະຫານແຂວງກອນຕຸມ ແລະລົງກວດກາພູມີປະເທດຕົວຈິງ.

ທີ່ກອງປະຊຸມ, ບັນດາອົງການ, ກົມກອງໄດ້ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ; ວຽກງານສ້າງແຜນການກຽມພ້ອມສູ້ຮົບ; ຈັດຕັ້ງການປະສານງານ ແລະມອບໝາຍໜ້າທີ່ລະອຽດໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມຮັບໃຊ້ ແລະປ້ອງກັນຢູ່ຕາມສະຖານທີ່ດໍາເນີນການເຄື່ອນໄຫວພົບປະແລກປ່ຽນ; ຮັກສາໜ່ວຍກຽມພ້ອມສູ້ຮົບທຸກຂັ້ນຢ່າງເຂັ້ມງວດ, ສົມທົບກັບບັນດາກົມກອງຕຳຫຼວດ, ທະຫານຊາຍແດນ ແລະບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການປ້ອງກັນ ແລະແນະນຳຢູ່ຕາມສະຖານທີ່ປ້ອງກັນ, ລາດຕະເວນ ແລະເວນຍາມຢູ່ຕາມເປົ້າໝາຍທີ່ໄດ້ມອບໝາຍໃຫ້; ຮັບປະກັນດ້ານອາວຸດ, ພາຫະນະ ແລະອຸປະກອນເຕັກນິກໃຫ້ແກ່ການປະຕິບັດໜ້າທີ່.

ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ

ທ່ານພົນຕີ ຖ໊າຍດ້າຍຫງອກ ລົງກວດກາສະຖານທີ່ຈະດໍາເນີນງານພົບປະແລກປ່ຽນ. ພາບ: qdnd.vn


ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຕີ ຖ໊າຍດ້າຍຫງອກ, ຜູ້ບັນຊາການທະຫານເຂດ 5 ໄດ້ຍ້ອງຍໍຊົມເຊີຍບັນດາກຳລັງໃນໄລຍະຜ່ານມາທີ່ໄດ້ຜັນຂະຫຍາຍໜ້າທີ່ ທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ; ພ້ອມທັງຮຽກຮ້ອງໃຫ້ບັນດາອົງການ, ກົມກອງສືບຕໍ່ບຳລຸງໃຫ້ບັນດາກຳລັງທີ່ເຂົ້າຮ່ວມການປ້ອງກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ງານພົບປະແລກປ່ຽນມິດຕະພາບ; ກວດກາຄືນແຜນການຢ່າງລະອຽດ, ກະກຽມພາຫະນະ, ເຕັກນິກໃຫ້ແກ່ໜ້າທີ່ກຽມພ້ອມສູ້ຮົບຢ່າງຄົບຖ້ວນ ແລະກໍາແໜ້ນສະພາບການຢູ່ບໍລິເວນ, ໂດຍສະເພາະແມ່ນບໍລິເວນຈຸດສຸມ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ; ຮັບປະກັນຄວາມສະຫງົບ ແລະຄວາມປອດໄພໃນເວລາກ່ອນ, ໃນ ແລະພາຍຫຼັງທີ່ດໍາເນີນງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ.

ບູນມີ

ເຫດການ
302 Found

Found

The document has moved here.