ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ທີ່ກອນຕູມ

15:14 | 21/11/2023

ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ທີ່ກອນຕູມ

ຫວຽດນາມ - ກໍາປູເຈຍ: ການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ ຫວຽດນາມ - ກໍາປູເຈຍ: ການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ
ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ

ວັນທີ 19 ພະຈິກ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ ໂດຍທ່ານພົນຕີ ເລດຶກຖາຍ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ ໄດ້ໄປກວດກາວຽກງານຝຶກແອບຮັບໃຊ້ໃຫ້ແກ່ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ຢູ່ແຂວງກອນຕູມ.

ເຂົ້າຮ່ວມຄະນະປະຕິບັດງານມີທ່ານພົນຕີ ຫງວຽນແອັງຕວ໊ນ, ຫົວໜ້າການເມືອງທະຫານຊາຍແດນ, ມີບັນດາທ່ານຮອງຜູ້ບັນຊາການ ແລະບັນດາອົງການທີ່ກ່ຽວຂ້ອງຂອງທະຫານຊາຍແດນ; ການນຳທະຫານຊາຍແດນແຂວງກອນຕູມ.

ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ທີ່ກອນຕູມ

ທ່ານພົນຕີ ເລດຶກຖາຍ ລະດົມກໍາລັງໃຈພະນັກງານ, ນັກຮົບທະຫານຊາຍແດນແຂວງກອນຕູມ. ພາບ: ວັນຫຼີ

ພາຍຫຼັງຮັບຟັງການນຳທະຫານຊາຍແດນແຂວງກອນຕູມ ລາຍງານ ແລະກວດກາສະພາບການຕົວຈິງ, ທ່ານພົນຕີ ເລດຶກຖາຍ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ໝາກຜົນຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງກອນຕູມ, ກໍາລັງປ້ອງກັນຊາຍແດນປະເທດເພື່ອນມິດລາວ, ກຳປູເຈຍ ແລະພະນັກງານ, ປະຊາຊົນຕາແສງເປີ່ອີ (ເມືອງຫງອັກໂຮ່ຍ, ແຂວງກອນຕູມ).

ທ່ານພົນຕີ ເລດຶກຖາຍ ໃຫ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ແມ່ນເຫດການການເມືອງທີ່ສຳຄັນ, ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ; ເຮັດໃຫ້ການພົວພັນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມປະເທດເພີ່ມທະວີຂຶ້ນ. ຊ່ວຍໃຫ້ບັນດາຝ່າຍມີໂອກາດໄດ້ພົບປະແລກປ່ຽນ, ຮ່ວມມືດ້ານປ້ອງກັນຊາດ, ຮ່ວມມືດ້ານຊາຍແດນ, ພົບປະແລກປ່ຽນວັດທະນະທຳ, ຮ່ວມມືດ້ານເສດຖະກິດ, ເພີ່ມທະວີນໍ້າໃຈສາມັກຄີ, ສັນຕິພາບ, ມິດຕະພາບ.

ສະນັ້ນ, ບັນດາອົງການ, ກົມກອງໄດ້ຮັບມອບໝາຍໜ້າທີ່ໃຫ້ສືບຕໍ່ຍົກສູງຈິດໃຈຄວາມຮັບຜິດຊອບ, ມີເຈດຈໍານົງ, ມີຄວາມຕັດສິນໃຈສູງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນເຮັດວຽກງານກະກຽມຢ່າງລອບຄອບ ເພື່ອໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ປະສົບຜົນສໍາເລັດຢ່າງຈົບງາມ.

ບູນມີ

ເຫດການ
302 Found

Found

The document has moved here.