ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ ປີ 2023

20:13 | 14/11/2023

ງານບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ ປີ 2023

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022
ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ

ຕອນເຊົ້າວັນທີ 11 ພະຈິກ, ຢູ່ແຂວງເທື່ອທຽນເຫວ້, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ຈັດພິທີເປີດ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ” ປີ 2023 ດ້ວຍຫົວຂໍ້: “ຖະແຫຼງຂ່າວ ແລະການສື່ສານ, ຈຸດພົ້ນເດັ່ນໃນການພົວພັນຮ່ວມມື ຫວຽດນາມ-ລາວ”.

ວັນບຸນປີນີ້ລວມມີບັນດາເຫດການ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ງານວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະຄໍ່າຄືນພົບປະແລກປ່ຽນສິລະປະຫວຽດນາມ-ລາວ.

ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ ປີ 2023

ບັນດາຜູ້ແທນຕັດແຖບຜ້າເປີດ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ” ປີ 2023. ພາບ: TTXVN

ທ່ານ ຫງວຽນແທັງເລິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ: “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ” ປີ 2023 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງ, ປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດຖະແຫຼງຂ່າວ ແລະສື່ສານ, ໃນຂອບເຂດສັນຍາລະຫວ່າງລັດຖະບານກ່ຽວກັບຄູ່ຮ່ວມມືດີຈີຕອນ, ຫັນສື່ມວນຊົນເປັນດີຈີຕອນ, ລົບລ້າງຂ່າວປອມ, ຍົກສູງທັກສະດີຈີຕອນໃຫ້ປະຊາຊົນ, ມຸ່ງໄປເຖິງສະພາບແວດລ້ອມດີຈີຕອນທີ່ປອດໄພ, ປອດໃສ, ຫັນປ່ຽນຂໍ້ມູນຂ່າວສານໄປເຖິງພູມປັນຍາ. ນີ້ແມ່ນບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມລັດຖະມົນຕີຖະແຫຼງຂ່າວອາຊຽນ ຄັ້ງທີ 16 (AMRI-16) ຢູ່ນະຄອນດ່ານັງ ໃນເດືອນກັນຍາຜ່ານມາ.

ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ ປີ 2023

ລາຍການສະແດງສິລະປະ. ພາບ: TTXVN

ຕາມທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ແລ້ວ, ການຖະແຫຼງຂ່າວ ແລະການສື່ສານ ຍາມໃດກໍ່ຖືວ່າແມ່ນຂົງເຂດທີ່ພົ້ນເດັ່ນໃນສາຍພົວພັນລະຫວ່າງສອງປະເທດລາວ-ຫວຽດນາມ ດ້ວຍຫຼາຍໂຄງການຮ່ວມມື. ພ້ອມທັງປາດຖະໜາວ່າ ວັນບຸນຈະກາຍເປັນການເຄື່ອນໄຫວຈັດຕັ້ງປະຈຳປີ, ປະກອບສ່ວນຊຸກຍູ້ການແລກປ່ຽນ ແລະເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດໃນຂົງເຂດນີ້.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.