ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

09:48 | 16/11/2023

ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

ວັນຫວຽດນາມ ຢູ່ ຝະລັ່ງ 2023, ຂົວຕໍ່ວັດທະນະທຳຮັດແໜ້ນນ້ຳໃຈມິດຕະພາບ ວັນຫວຽດນາມ ຢູ່ ຝະລັ່ງ 2023, ຂົວຕໍ່ວັດທະນະທຳຮັດແໜ້ນນ້ຳໃຈມິດຕະພາບ
ຮັດແໜ້ນການພົບປະແລກປ່ຽນ ແລະ ຄວາມສາມັກຄີລະຫວ່າງສະມາຊິກລັດຖະສະພາໜຸ່ມຫວຽດນາມ - ລາວ ຮັດແໜ້ນການພົບປະແລກປ່ຽນ ແລະ ຄວາມສາມັກຄີລະຫວ່າງສະມາຊິກລັດຖະສະພາໜຸ່ມຫວຽດນາມ - ລາວ

ວັນທີ 15 ພະຈິກ, ຄະນະພະນັກງານຂັ້ນສູງພັກປະຊາຊົນປະຕິວັດ ລາວ ນໍາໂດຍສະຫາຍ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງບິ່ງທ້ວນ.

ທີ່ການເຮັດວຽກ, ສະຫາຍ ເຢືອງວັນອານ ເລຂາພັກແຂວງບິ່ງທ້ວນ ໄດ້ແຈ້ງຂໍ້ມູນໃຫ້ຄະນະປະຕິບັດງານຮັບຊາບໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສ້າງລະບົບການເມືອງຂອງທ້ອງຖິ່ນ...

ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ

ບັນຍາກາດທີ່ການເຮັດວຽກ. ພາບ: TTXVN

ແຂວງບິ່ງທ້ວນ ໄດ້ກໍານົດການພັດທະນາເສດຖະກິດໂດຍອີງໃສ່ທັງ 3 ເສົາຄໍ້າ (ອຸດສາຫະກໍາ, ການທ່ອງທ່ຽວ ແລະກະສິກໍາ) ດ້ວຍການກໍານົດທິດແມ່ນຄ່ອຍໆເພີ່ມອັດຕາຖ່ວງຂອງຂະແໜງອຸດສາຫະກໍາ-ກໍ່ສ້າງ ແລະການທ່ອງທ່ຽວ-ການບໍລິການ, ຄ່ອຍໆຫຼຸດອັດຕາຖ່ວງຂອງຂະແໜງກະສິກໍາລົງ. ພາຍຫຼັງ ພະຍາດໂຄວິດ-19, ເສດຖະກິດຂອງແຂວງບິ່ງທ້ວນ ໄດ້ຮັບການຟື້ນຟູ ແລະເຕີບໂຕ. ລະດັບເຕີບໂຕ GRDP ສະເລ່ຍໄລຍະ 2021-2023 ບັນລຸ 5,76%/ປີ, ໃນນັ້ນ ປີ 2023 ບັນລຸ 7,3%. ກ່ຽວກັບການພັດທະນາເສດຖະກິດຂອງແຂວງບິ່ງທ້ວນ, ການທ່ອງທ່ຽວແມ່ນຂົງເຂດທີ່ໄປໄວກວ່າໝູ່ໝົດ.

ທີ່ການເຮັດວຽກ, ຄະນະພະນັກງານຂັ້ນສູງຂອງພັກປະຊາຊົນ ປະຕິວັດລາວ ແລະບັນດາສະຫາຍການນໍາແຂວງ ບິ່ງທ້ວນ ໄດ້ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ; ບົດບາດຂອງຂັ້ນຕາແສງໃນລະບົບການເມືອງ ແລະບົດຮຽນໃນການກໍ່ສ້າງຊົນນະບົດໃໝ່...

ສະຫາຍ ບຸນເຫຼືອ ສິນໄຊວໍລະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ແຂວງບິ່ງທ້ວນ ບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຟື້ນຟູເສດຖະກິດພາຍຫຼັງພະຍາດ ໂຄວິດ-19.

ບູນມີ

ເຫດການ
302 Found

Found

The document has moved here.