ຫວຽດນາມ-ລາວ ຮັດແໜ້ນການພົວພັນລະຫວ່າງບັນດາທ້ອງຖິ່ນກວ່າອີກ

11:37 | 15/11/2023

ຫວຽດນາມ-ລາວ ຮັດແໜ້ນການພົວພັນໃຫ້ບັນດາທ້ອງຖິ່ນສອງປະເທດ

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela
ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ໂດຍສືບຕໍ່ການຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ, ວັນທີ 7 ພະຈິກ, ຄະນະປະຕິບັດງານຂອງແຂວງຕວຽນກວາງ ໂດຍສະຫາຍນາງ ເລທິກິມຢຸງ, ຮອງເລຂາຜູ້ປະຈໍາການ ຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບການນຳແຂວງຊຽງຂວາງ.

ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງທ້ອງຖິ່ນ; ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍ.

ຫວຽດນາມ-ລາວ ຮັດແໜ້ນການພົວພັນລະຫວ່າງບັນດາທ້ອງຖິ່ນກວ່າອີກ

ສະຫາຍ ບຸນຈັນ ສີວົງພັນ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະປະຕິບັດງານແຂວງຕວຽນກວາງ. ພາບ: tuyenquang.dcs.vn

ໂດຍຜັນຂະຫຍາຍບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງແຂວງຕວຽນກວາງ ແລະ ແຂວງຊຽງຂວາງ ໄລຍະ 2021-2025 ທີ່ໄດ້ລົງນາມ, ແຂວງຕວຽນກວາງ ໄດ້ປະກາດໃຊ້ແຜນການປະຕິບັດ, ໃນນັ້ນ ຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ປະຕິບັດບັນດາເນື້ອໃນວຽກງານ ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງທ້ອງຖິ່ນຢ່າງມີປະສິດທິຜົນ.

ຫວຽດນາມ-ລາວ ຮັດແໜ້ນການພົວພັນລະຫວ່າງບັນດາທ້ອງຖິ່ນກວ່າອີກ

ຄະນະປະຕິບັດງານແຂວງຕວຽນກວາງ ຢ້ຽມຢາມ ແລະແລກປ່ຽນ ທີ່ໂຮງງານນ້ຳນົມ Vinamilk ຢູ່ແຂວງຊຽງຂວາງ. ພາບ: tuyenquang.dcs.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍນາງ ເລທິກິມຢຸງ ເນັ້ນໜັກວ່າ: ແຂວງຕວຽນກວາງ ແລະ ແຂວງຊຽງຂວາງ ມີຫຼາຍຈຸດທີ່ຄ້າຍຄືກັນ, ແມ່ນແຂວງທີ່ເຕັມໄປດ້ວຍມູນເຊື້ອການປະຕິວັດ, ມີທ່າແຮງບົ່ມຊ້ອນຫຼາຍຢ່າງ. ນັບແຕ່ເມື່ອສ້າງຕັ້ງການພົວພັນຮ່ວມມືມິດຕະພາບ, ແຂວງຕວຽນກວາງ ແລະແຂວງຊຽງຂວາງ ໄດ້ພ້ອມກັນເພີ່ມພູນຄູນສ້າງ, ກໍ່ສ້າງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືພັດທະນາແບບຍືນຍົງ.

ຫວຽດນາມ-ລາວ ຮັດແໜ້ນການພົວພັນລະຫວ່າງບັນດາທ້ອງຖິ່ນກວ່າອີກ

ຄະນະປະຕິບັດງານແຂວງຕວຽນກວາງ ຢ້ຽມຢາມທົ່ງໄຫຫີນ. ພາບ: tuyenquang.dcs.vn

ສະຫາຍນາງ ເລທິກິມຢຸງ ເຊື່ອໝັ້ນວ່າ ໃນການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະ 2021-2025, ສອງແຂວງ ຈະສືບຕໍ່ໃຫ້ບຸລິມະສິດ, ມານະພະຍາຍາມຢ່າງສູງສຸດເພື່ອປະຕິບັດ ດ້ວຍຫຼາຍຂໍ້ລິເລີ່ມທີ່ມີຫົວຄິດປະດິດສ້າງ ແລະມີປະສິດທິຜົນ, ປະກອບສ່ວນນໍາການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນ ພັດທະນາຢ່າງຮອບດ້ານ, ກວມລວມໃນທຸກຂົງເຂດທີ່ໄດ້ລົງນາມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງແຂວງ.

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ບຸນຈັນ ສີວົງພັນ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ຢືນຢັນວ່າ ຈະສືບຕໍ່ຊີ້ນຳບັນດາພະແນກ, ຂະແໜງການ ປະຕິບັດບັນດາເນື້ອໃນຂອງບົດບັນທຶກການຮ່ວມມືລະຫວ່າງສອງທ້ອງຖິ່ນຢ່າງມີປະສິດທິຜົນ, ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງແຂວງຕວຽນກວາງ ກັບແຂວງຊຽງຂວາງ ໃຫ້ນັບມື້ນັບພັດທະນາກວ່າອີກ.

ໃນໂອກາດນີ້, ຄະນະປະຕິບັດງານແຂວງຕວຽນກວາງ ຍັງໄດ້ໄປຢ້ຽມຢາມທົ່ງໄຫຫີນ ແລະຟາມລ້ຽງງົວນົມ ຂອງໂຮງງານນ້ຳນົມ Vinamilk ຢູ່ແຂວງຊຽງຂວາງ.

ຄະນະປະຕິບັດງານແຂວງຕວຽນກວາງ ສະແດງຄວາມເຄົາລົບ ແລະຄວາມຮູ້ບຸນຄຸນຕໍ່ໜ້າດວງວິນຍານຂອງບັນດາວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: baotuyenquang.com.vn

ຫວຽດນາມ-ລາວ ຮັດແໜ້ນການພົວພັນລະຫວ່າງບັນດາທ້ອງຖິ່ນກວ່າອີກ

ຄະນະປະຕິບັດງານແຂວງຕວຽນກວາງ ທີ່ອະນຸສາວະລີການຮ່ວມສໍາພັນສູ້ຮົບ ຫວຽດນາມ-ລາວ. ພາບ: baotuyenquang.com.vn

ຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານ ຂອງແຂວງຕວຽນກວາງ ກໍໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີການຮ່ວມສໍາພັນສູ້ຮົບ ຫວຽດນາມ-ລາວ. ຕໍ່ໜ້າດວງວິນຍານຂອງບັນດາວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຄະນະປະຕິບັດງານແຂວງຕວຽນກວາງ ໄດ້ສະແດງຄວາມເຄົາລົບ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະອັນສູງສົ່ງຂອງບັນດາວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ບູນມີ

ເຫດການ
302 Found

Found

The document has moved here.