ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ລາວ

15:18 | 16/11/2023

ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ລາວ

ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 3.221 ຄົນ, ຫຼຸດລົງເກືອບ 580 ຄົນເມື່ອທຽບໃສ່ມື້ວານນີ້ ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 3.221 ຄົນ, ຫຼຸດລົງເກືອບ 580 ຄົນເມື່ອທຽບໃສ່ມື້ວານນີ້

ວັນທີ 13 ພະຈິກ, ຢູ່ນະຄອນເຫວ້ (ແຂວງເທື່ອທຽນເຫວ້), ສະຫາຍ ຫງວຽນຈ້ອງເຫງັຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຊົມງານວາງສະແດງຮູບພາບ, ງານຕະຫຼາດນັດຢູ່ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ ປີ 2023” ໂດຍກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ຈັດຕັ້ງໃນລະຫວ່າງວັນທີ 11-15 ພະຈິກ 2023.

ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ລາວ

ສະຫາຍ ຫງວຽນຈ້ອງເຫງັຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄປຢ້ຽມຊົມງານວາງສະແດງຮູບພາບ, ງານຕະຫຼາດນັດຢູ່ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ ປີ 2023”. ພາບ: vietnamnet.vn

ງານວາງສະແດງຮູບພາບທີ່ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ ປີ 2023” ໄດ້ວາງສະແດງຮູບພາບກວ່າ 200 ແຜ່ນ, ແບ່ງອອກເປັນ 4 ຫົວຂໍ້, ລວມມີ: ປະຫວັດສາດ 61 ປີແຫ່ງການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ຫວຽດນາມ ແລະລາວ ບົນເສັ້ນທາງແຫ່ງການພັດທະນາ; ຜົນງານພົ້ນເດັ່ນກ່ຽວກັບການຮ່ວມມືຫວຽດນາມ-ລາວ ໃນຂົງເຂດຖະແຫຼງຂ່າວ ແລະສື່ສານ; ເທື່ອທຽນເຫວ້ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ.

ໄປຢ້ຽມຊົມງານວາງສະແດງຮູບພາບທີ່ວັນບຸນ, ສະຫາຍ ຫງວຽນຈ້ອງເຫງັຍ ຢັ້ງຢືນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ. ນັບແຕ່ໄດ້ສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (ປີ 1962), ສອງປະເທດລ້ວນແຕ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ການພົວພັນຕ່າງປະເທດ, ການຮ່ວມມືລະຫວ່າງສອງປະເທດນັບມື້ນັບມີປະສິດທິຜົນໃນທຸກຂົງເຂດ. ສະຫາຍ ກ່າວເນັ້ນວ່າ ບັນດາອົງການສື່ມວນຊົນຄວນສ້າງຜະລິດຕະພັນຖະແຫຼງຂ່າວການຕ່າງປະເທດໃຫ້ເປັນຢ່າງດີກວ່າອີກ, ເພື່ອໂຄສະນາເຜີຍແຜ່ຮູບພາບກ່ຽວກັບວັດທະນະທຳ, ປະຊາຊົນຫວຽດນາມ ທີ່ອຸດົມສົມບູນໄປດ້ວຍສີສັນ, ຫວຽດນາມ ກຳລັງພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຂັ້ມແຂງ, ເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.