ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

09:52 | 13/11/2023

ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ
ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ໂດຍຜັນຂະຫຍາຍໂຄງການບໍາລຸງສ້າງພາສາຫວຽດນາມ ໃນໄລຍະ 9 ເດືອນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023 ຈໍານວນ 120 ຄົນ, ຫວ່າງແລ້ວນີ້, ກອງບັນຊາການທະຫານແຂວງເຊີນລາ ໄດ້ສົມທົບກັບໂຮງຮຽນວິທະຍາໄລເຊີນລາ ຈັດຕັ້ງການໄປທັດສະນະສຶກສາຢູ່ບັນດາເມືອງ: ໂມກເຈົາ, ອຽນເຈົາ ແລະເມື່ອງລາ ໃຫ້ບັນດາສຳມະນາກອນກອງທັບປະຊາຊົນລາວ.

ໃນການໄປທັດສະນະສຶກສາຄັ້ງນີ້, ບັນດານັກສຳມະນາກອນໄດ້ຢ້ຽມຊົມ, ຮ່ຳຮຽນຕົວຈິງຢູ່ບາງເຂດຮ່ອງຮອຍປະຫວັດສາດ, ທັດສະນີຍະພາບ, ບັນດາຮູບແບບພັດທະນາເສດຖະກິດ-ສັງຄົມຂອງແຂວງເຊີນລາ.

ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

ພະນັກງານກອງທັບປະຊາຊົນລາວ ໄປຢ້ຽມຊົມເຮືອນມູນເຊື້ອອະນຸສອນສະຖານກອງພັນໃຫຍ່ 52 ໄຕຕ໊ຽນ. ພາບ: qdnd.vn

ທ່ານຮ້ອຍໂທ ວິທະຄອນ ທອງເວັນ, ພະນັກງານກອງທັບປະຊາຊົນລາວ, ແບ່ງປັນວ່າ: "ຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ໄປຢ້ຽມຊົມ, ທັດສະນະສຶກສາຢູ່ເມືອງໂມກເຈົາ. ຂ້າພະເຈົ້າໄດ້ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ, ເຂດຮ່ອງຮອຍປະຫວັດສາດຂອງຫວຽດນາມ, ເມືອງໂມກເຈົາ, ແຂວງເຊີນລາ... ພາຍຫຼັງກັບເມືອປະເທດ, ຂ້າພະເຈົ້າຈະໝູນໃຊ້ບົດຮຽນທີ່ຖອດຖອນມາໄດ້ຈາກການໄປທັດສະນະສຶກສາຄັ້ງນີ້ ເພື່ອຮັບໃຊ້ວຽກງານຂອງຕົນຢູ່ກົມກອງ".

ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ

ພະນັກງານກອງທັບປະຊາຊົນລາວ ໄປຢ້ຽມຊົມຮ່ອງຮອຍປະຫວັດສາດການປະຕິວັດ ຫວຽດນາມ-ລາວ ຢູ່ບ້ານລາວໂຄ, ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ. ພາບ: qdnd.vn

ການໄປຢ້ຽມຊົມ, ທັດສະນະສຶກສາຢູ່ບັນດາທ້ອງຖິ່ນ, ກົມກອງ ໄດ້ປະກອບສ່ວນຍົກສູງຄວາມສາມາດໃນການພົບປະແລກປ່ຽນດ້ວຍພາສາຫວຽດນາມ; ກໍ່ຄືການຮ່ຳຮຽນ, ຖອດຖອນເອົາບົດຮຽນທີ່ດີ, ປະດິດສ້າງຂອງກອງທັບ ແລະປະຊາຊົນແຂວງເຊີນລາ ໃນການກໍ່ສ້າງ ແລະພັດທະນາເສດຖະກິດ-ສັງຄົມ; ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທີ່ສາມາດນຳໃຊ້ເໝາະສົມກັບເງື່ອນໄຂຕົວຈິງຂອງປະເທດເພື່ອນ. ຜ່ານນັ້ນ, ກໍ່ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງກອງບັນຊາການທະຫານແຂວງເຊີນລາ ກັບກອງບັນຊາການທະຫານບັນດາແຂວງພາກເໜືອລາວ; ລະຫວ່າງແຂວງເຊີນລາ ກັບບັນດາແຂວງຂອງປະເທດ ສປປ ລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.