ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

11:16 | 13/11/2023

ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ປະຊາຊົນແຂວງກຽນຢາງ ໄດ້ມີໂຮງຮຽນແຫ່ງໃໝ່ ແລະ ຂົວແຫ່ງໃໝ່ຕື່ມອີກຈາກການຊ່ວຍເຫຼືອຂອງຍີ່ປຸ່ນ ປະຊາຊົນແຂວງກຽນຢາງ ໄດ້ມີໂຮງຮຽນແຫ່ງໃໝ່ ແລະ ຂົວແຫ່ງໃໝ່ຕື່ມອີກຈາກການຊ່ວຍເຫຼືອຂອງຍີ່ປຸ່ນ
ນ້ຳໃຈສາມັກຄີ ຫວຽດນາມ - ກູບາ ຍາມໃດກໍ່ໄດ້ຮັບການບຳລຸງສ້າງ, ຮັກສາ ແລະ ພັດທະນາຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ ນ້ຳໃຈສາມັກຄີ ຫວຽດນາມ - ກູບາ ຍາມໃດກໍ່ໄດ້ຮັບການບຳລຸງສ້າງ, ຮັກສາ ແລະ ພັດທະນາຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ

ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 61 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (1962-2023) ແລະ 46 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ, ລາວ-ຫວຽດນາມ (1977-2023), ສຳນັກຂ່າວສານຫວຽດນາມ ໄດ້ເຂົ້າຮ່ວມ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ ປີ 2023” ທີ່ດຳເນີນແຕ່ວັນທີ 11 ຫາວັນທີ 15 ພະຈິກ ຢູ່ນະຄອນເຫວ້.

ນີ້ແມ່ນກິດຈະກຳຈຸດສຸມເພື່ອຫວນຄືນວິວັດການສ້າງ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ, ແນໃສ່ສືບຕໍ່ປັບປຸງ ແລະເພີ່ມທະວີສາຍພົວພັນເພື່ອຄວາມຍືນຍົງຄົງຕົວ, ການພັດທະນາຈະເລີນຮຸ່ງເຮືອງຂອງສອງຊາດ.

ນ້ຳໃຈສາມັກຄີແບບພິເສດ

ສາຍພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງຂຶ້ນມາແຕ່ໃນສະໄໝປະຫວັດສາດຂອງສອງປະເທດ - ສອງຊາດ ແລະໄດ້ຍົກຂຶ້ນສູ່ລະດັບສູງໃໝ່ເມື່ອພັກຄອມມູນິດອິນດູຈີນ - ຕົ້ນກຳເນີດຂອງພັກຄອມມູນິດຫວຽດນາມ ໄດ້ກຳເນີດຂຶ້ນ.

ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ປະທານໂຮ່ຈີມິນ ຕ້ອນຮັບ ແລະໂອ້ລົມຢ່າງສະໜິດສະໜົມກັບສະຫາຍ ໄກສອນ ພົມວິຫານ, ຫົວໜ້າຄະນະຜູ້ແທນພັກ ແລະແນວລາວຮັກຊາດ ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ໃນປີ 1966. ພາບ: TTXVN

ພິເສດ, ໃນຕະຫຼອດ 6 ທົດສະວັດຜ່ານມາ, ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນທີ່ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງປະເທດ ຫວຽດນາມ- ລາວ ໂດຍປະທານໂຮ່ຈີມິນ ແລະປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ສ້າງພື້ນຖານ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ກາຍເປັນສາຍພົວພັນທີ່ສັດຊື່ບໍລິສຸດ ແລະຫາຍາກ.

ເມື່ອຫວນຄືນປະຫວັດສາດແຫ່ງສາຍພົວພັນແບບພິເສດ ຫວຽດນາມ-ລາວ ຜ່ານກວ່າ 9 ທົດສະວັດນັບແຕ່ພັກຄອມມູນິດອິນດູຈີນ ກຳເນີດຂຶ້ນຈົນມາຮອດປະຈຸບັນ, ໃນສູນທອນພົດທີ່ອ່ານຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 18 ກໍລະກົດ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີທີ່ສອງປະເທດລົງນາມສົນທິສັນຍາມິດຕະພາບ ແລະການຮ່ວມມື, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ: “ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວ ຢ່າງແຂງແຮງ ແລະຮອບດ້ານ; ພ້ອມທັງຖືເປັນສໍາຄັນທີ່ສຸດ ແລະໃຫ້ບຸລິມະສິດແຖວໜ້າແກ່ສາຍພົວພັນແບບພິເສດທັງເປັນສະຫາຍ, ທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ພວກເຮົາ.

ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ວັນທີ 19 ທັນວາ 2017, ຢູ່ນະຄອນຫຼວງຮ່າໂນ້ຍ. ພາບ: TTXVN

ໃນສູນທອນພົດທີ່ອ່ານຢູ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດເຫດການດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກໍ່ເນັ້ນໜັກວ່າ: “ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ເດັດດ່ຽວ ແລະຈະພ້ອມກັບບັນດາສະຫາຍຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຍືນຍົງຄົງຕົວຕະຫຼອດໄປ, ເພີ່ມທະວີ ແລະຍົກລະດັບການຮ່ວມມືໃນບັນດາຂົງເຂດໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນເພື່ອແນໃສ່ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ".

ຮັດແໜ້ນສາຍພົວພັນເພື່ອການພັດທະນາຈະເລີນຮຸ່ງເຮືອງ

ໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງແຕ່ລະປະເທດໃນປະຈຸບັນ, ສອງປະເທດຫວຽດນາມ ແລະລາວ ລ້ວນແຕ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດດ້ານເສດຖະກິດ, ສັງຄົມ, ການພົວພັນຕ່າງປະເທດ, ຊ່ວຍໃຫ້ການພົວພັນຮ່ວມມືທີ່ແໜ້ນແຟ້ນລະຫວ່າງສອງປະເທດ ຫວຽດນາມ-ລາວ ນັບມື້ນັບເຂັ້ມແຂງ ແລະເປີດກວ້າງໃນຫຼາຍຂົງເຂດ.

ກ້າວເຂົ້າສູ່ປີ 2023, ສອງປະເທດສືບຕໍ່ຈັດຕັ້ງຫຼາຍໂຄງການຮ່ວມມືສຳຄັນ, ຄື: ການຮ່ວມມືດ້ານການສື່ສານລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ-ລາວ; ຮ່ວມມື, ກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ; ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືດ້ານວິທະຍາສາດ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ-ລາວ...

ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ລາຍການພົບປະແລກປ່ຽນສິລະປະຫວຽດນາມ-ລາວ ດ້ວຍຫົວຂໍ້ວ່າ “ສາຍໃຈມິດຕະພາບ-ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ” ໃນຂອບເຂດວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ” ປີ 2023. ພາບ: TTXVN

ເປັນໜ້າສົນໃຈ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນ-ເຫວ້ ຈັດຕັ້ງ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ ປີ 2023” ດ້ວຍຫົວຂໍ້ວ່າ: ຖະແຫຼງຂ່າວ ແລະສື່ສານ, ຈຸດພົ້ນເດັ່ນໃນການພົວພັນຮ່ວມມືຫວຽດນາມ-ລາວ. ດຳເນີນແຕ່ວັນທີ 11-15 ພະຈິກ ຢູ່ນະຄອນເຫວ້, ວັນບຸນລວມມີບັນດາເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງ, ສະແດງໃຫ້ເຫັນນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ງານວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະຄໍ່າຄືນພົບປະແລກປ່ຽນສິລະປະຫວຽດນາມ-ລາວ.

ດ້ວຍບົດບາດທີ່ເປັນອົງການສື່ມວນຊົນຂະໜາດໃຫຍ່ຂອງປະເທດ, ສຳນັກຂ່າວສານຫວຽດນາມ ໄດ້ເປັນປະທານຈັດຕັ້້ງ “ງານຕະຫຼາດນັດ-ງານວາງສະແດງເພື່ອແນະນໍາ, ໂຄສະນາບັນດາຜະລິດຕະພັນໃນຂົງເຂດຖະແຫຼງຂ່າວ, ສື່ສານ, ວັດທະນະທໍາ, ທ່ອງທ່ຽວຂອງຫວຽດນາມ ແລະລາວ”. ໂດຍຖືກກັບຫົວຂໍ້ຂອງວັນບຸນຖະແຫຼງຂ່າວ ແລະສື່ສານ - ໃນນັ້ນ ຈຸດພົ້ນເດັ່ນແມ່ນສາຍພົວພັນຮ່ວມມືທີ່ເປັນມູນເຊື້ອຂອງສໍານັກຂ່າວສານສອງປະເທດ ແມ່ນຂົງເຂດທີ່ໄດ້ແນະນໍາ ແລະເຊີດຊູຢູ່ເຫດການງານຕະຫຼາດນັດ-ງານວາງສະແດງ.

ສາຍພົວພັນແບບພິເສດທີ່ຫາຍາກຫວຽດນາມ-ລາວ ໄດ້ຮັບການຢັ້ງຢືນຜ່ານໄລຍະປະຫວັດສາດຕ່າງໆຍັງຄົງໄດ້ຮັບການເພີ່ມພູນຄູນສ້າງບົນພື້ນຖານເພື່ອເປົ້າໝາຍລວມຂອງສອງປະເທດ, ດ້ວຍຈິດໃຈສາກົນທີ່ບໍລິສຸດ, ນຳການປະຕິວັດຂອງສອງປະເທດຜ່ານຜ່າສິ່ງທ້າທາຍເທື່ອລະກ້າວ. ການເຊື່ອມຕໍ່ດ້ານຖະແຫຼງຂ່າວ ແລະການສື່ສານຂອງສອງປະເທດ ຈະແມ່ນເນື້ອໃນອັນລ້ຳຄ່າ, ເປັນພື້ນຖານອັນໜັກແໜ້ນໃຫ້ຄົນລຸ້ນຫຼັງຂອງຫວຽດນາມ-ລາວ ສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີ, ສ້າງການພົວພັນທີ່ສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ "ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ".

ສົມເພັດ

ເຫດການ
302 Found

Found

The document has moved here.