ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ-ລາວ

15:31 | 16/11/2023

ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ-ລາວ

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela
ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຕອນບ່າຍວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ສະຫາຍ ຟ້າມເຕິດຖັ໊ງ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ມີການພົບປະເຈລະຈາກັບສະຫາຍນາງ ອິນລາວັນ ແກ້ວບຸນພັນ, ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ.

ທີ່ການພົບປະເຈລະຈາ, ສະຫາຍ ຟ້າມເຕິດຖັ໊ງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ຫວຽດນາມ ໃນໄລຍະຜ່ານມາ; ໝາກຜົນແຫ່ງການຮ່ວມມືລະຫວ່າງສອງພັກ, ສອງລັດ; ໝາກຜົນແຫ່ງການຜັນຂະຫຍາຍວຽກງານຂົນຂວາຍປະຊາຊົນຂອງຄະນະຂົນຂວາຍປະຊາຊົນສູນກາງພັກຄອມມູນິດຫວຽດນາມ.

ສ່ວນສະຫາຍນາງ ອິນລາວັນ ແກ້ວບຸນພັນ ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນແຕ່ລະປະເທດ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບສະພາບການຂອງລາວ ໃນໄລຍະມໍ່ໆມານີ້, ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ, ບາງເນື້ອໃນການເຄື່ອນໄຫວຂອງແນວລາວສ້າງຊາດ; ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ, ພິເສດແມ່ນລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະຄະນະຂົນຂວາຍປະຊາຊົນສູນກາງພັກຄອມມູນິດຫວຽດນາມ.

ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ-ລາວ

ບັນດາຜູ້ແທນຖ່າຍຮູບລວມ. ພາບ: TTXVN

ສະຫາຍ ຟ້າມເຕິດຖັ໊ງ ແລະສະຫາຍນາງ ອິນລາວັນ ແກ້ວບຸນພັນ ໄດ້ແລກປ່ຽນບາງເນື້ອໃນຈຸດສຸມຂອງການຮ່ວມມືລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງພັກຄອມມູນິດຫວຽດນາມ ແລະຄະນະກໍາມະການສູນກາງແນວລາວສ້າງຊາດ ໃນໄລຍະຈະມາເຖິງ, ໃນນັ້ັນມີການເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານຂົນຂວາຍມະຫາຊົນ, ຝຶກອົບຮົມ, ບຳລຸງສ້າງພະນັກງານ.

ສອງຝ່າຍຕັດສິນໃຈປະຕິບັດຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມເປັນຢ່າງດີ; ຜັນຂະຫຍາຍໝາກຜົນແຫ່ງການພົບປະເຈລະຈາຜ່ານມາລະຫວ່າງສະຫາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະສະຫາຍປະທານສູນກາງແນວລາວສ້າງຊາດ..., ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.