ພົບປະແລກປ່ຽນ, ມອບຂອງຂວັນໃຫ້ບັນດາກໍາລັງທະຫານຊາຍແດນ, ຄູອາຈານ, ນັກຮຽນຫວຽດນາມ-ລາວ

13:37 | 14/11/2023

ພົບປະແລກປ່ຽນ, ແບ່ງປັນປະສົບການ, ມອບຂອງຂວັນໃຫ້ບັນດາກໍາລັງທະຫານຊາຍແດນ, ຄູອາຈານ, ນັກຮຽນຫວຽດນາມ-ລາວ

ສຳເລັດໄປດ້ວຍດີຊຸດຝຶກອົບຮົມພາສາລາວໃຫ້ພະນັກງານ ແລະ ຄູອາຈານ ພາຍໃນໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ ສຳເລັດໄປດ້ວຍດີຊຸດຝຶກອົບຮົມພາສາລາວໃຫ້ພະນັກງານ ແລະ ຄູອາຈານ ພາຍໃນໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ
ນັກຮຽນຫວຽດນາມ ຍາດໄດ້ຜົນສຳເລັດສູງໃນການແຂ່ງຂັນໂອລີມປິກ ສິ່ງປະດິດ ແລະ ແນວຄິດສ້າງສັນ (WICO )2018 ນັກຮຽນຫວຽດນາມ ຍາດໄດ້ຜົນສຳເລັດສູງໃນການແຂ່ງຂັນໂອລີມປິກ ສິ່ງປະດິດ ແລະ ແນວຄິດສ້າງສັນ (WICO )2018

ວັນທີ 10 ພະຈິກ, ກໍາລັງທະຫານຊາຍແດນສອງທ້ອງຖິ່ນຕິດກັບຊາຍແດນເຊິ່ງແມ່ນ ແຂວງກວ໋າງຈິ (ຫວຽດນາມ) ແລະແຂວງສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະແລກປ່ຽນ, ແບ່ງປັນປະສົບການ, ມອບຂອງຂວັນໃຫ້ບັນດາກໍາລັງທະຫານຊາຍແດນ, ຄູອາຈານ, ນັກຮຽນຂອງສອງເຂດທີ່ຕິດກັບຊາຍແດນ.

ຄ້າຍທະຫານຊາຍແດນ ເມືອງເຮື໊ອງເລິບ (ກອງບັນຊາການທະຫານຊາຍແດນກວ໋າງຈິ) ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 321 (ກອງບັນຊາການທະຫານແຂວງສະຫວັນນະເຂດ, ລາວ) ຈັດຕັ້ງການພົບປະ, ແລກປ່ຽນປະສົບການ ແລະມອບຂອງຂວັນໃຫ້ກໍາລັງທະຫານຊາຍແດນ, ຄູອາຈານ, ນັກຮຽນໂຮງຮຽນປະຖົມສົມບູນ ແລະ ມັດທະຍົມກິນນອນຊົນເຜົ່າ ກຸ່ມບ້ານລະໂກ້ (ເມືອງເຊໂປນ, ແຂວງສະຫວັນນະເຂດ) ແລະໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ເຮື໊ອງຫວຽດ (ເມືອງເຮື໊ອງຮວ໊າ, ແຂວງກວ໋າງຈິ).

ພົບປະແລກປ່ຽນ, ມອບຂອງຂວັນໃຫ້ບັນດາກໍາລັງທະຫານຊາຍແດນ, ຄູອາຈານ, ນັກຮຽນຫວຽດນາມ-ລາວ

ທີ່ຳິທີມອບຂອງຂວັນໃຫ້ບັນດາຫົວໜ່ວຍຢູ່ເຂດຊາຍແດນຫວຽດນາມ-ລາວ. ພາບ: baovanhoa.vn

ທີ່ລາຍການ, ຄ້າຍທະຫານຊາຍແດນ ເຮື໊ອງເລິບ ໄດ້ມອບຜ້າຫົ່ມ 300 ຜືນ, ເສື້ອກັນໜາວ 383 ໂຕ, ເກີບ 200 ຄູ່, ເຂົ້າສານ 800 ກິໂລ... ດ້ວຍຍອດມູນຄ່າກວ່າ 120 ລ້ານດົ່ງໃຫ້ປະຊາຊົນກຸ່ມບ້ານລະໂກ້, ເຂດຊາຍແດນ, ກອງຮ້ອຍ 321, ພະນັກງານ, ຄູອາຈານ ແລະນັກຮຽນໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ເຮື໊ອງຫວຽດ ແລະໂຮງຮຽນປະຖົມສົມບູນ-ມັດທະຍົມກິນນອນຊົນເຜົ່າ ກຸ່ມບ້ານລະໂມດ ແລະບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງຕາແສງ ເຮື໊ອງຫວຽດ, ກຸ່ມບ້ານລະໂກ້.

ທີ່ລາຍການ, ການນຳຄະນະພັກເມືອງເຊໂປນ ຕີລາຄາວ່າ: ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ, ລະຫວ່າງ ກວ໋າງຈິ - ສະຫວັນນະເຂດ ແລະ ເຮື໊ອງຮວ໊າ - ເຊໂປນ.

ທ່ານພັນເອກພິເສດ ດິງຊວນຮຸ່ງ, ຫົວໜ້າການເມືອງທະຫານຊາຍແດນແຂວງ ກວ໋າງຈິ ເນັ້ນໜັກວ່າ ໃນຫຼາຍປີຜ່ານມາ, ທະຫານຊາຍແດນກວ໋າງຈິ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງດູແລບັນດາກົມກອງຂອງປະເທດເພື່ອນລາວ. ບົນຈິດໃຈນັ້ນ, ແຕ່ລະຄ້າຍທະຫານຊາຍແດນໄດ້ອີງໃສ່ສະພາບຕົວຈິງ, ຍາມໃດກໍ່ເປັນເຈົ້າການສະເໜີການຜັນຂະຫຍາຍປະຕິບັດບັນດາລາຍການ, ວຽກງານທີ່ມີຄວາມໝາຍ.

ການເຄື່ອນໄຫວທີ່ກ່າວມານັ້ນ ຈະຊ່ວຍໃຫ້ກຳລັງທະຫານຊາຍແດນ ແລະປະຊາຊົນຕາແສງເຮື໊ອງຫວຽດ ແລະກຸ່ມບ້ານລະໂກ້ ນັບມື້ນັບສາມັກຄີ, ສະໜິດຕິດພັນ, ຕັ້ງໜ້າເຂົ້າຮ່ວມຂະບວນການມະຫາຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ; ຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນເອງ, ຮັກສາຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາໝູ່ບ້ານ... ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ພ້ອມກັນພັດທະນາເສດຖະກິດ.

ບູນມີ

ເຫດການ
302 Found

Found

The document has moved here.