ທະຫານຊາຍແດນ ຫວຽດນາມ-ລາວ: ພ້ອມກັນຮ່ວມມື, ຮ້ອງເພງ ແລະ ມ່ວນຊື່ນ

19:59 | 14/11/2023

ຍສໝ - ວັນທີ 10 ພະຈິກ, ທະຫານຊາຍແດນ 2 ທ້ອງຖິ່ນຊາຍແດນ ແຂວງກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະແລກປ່ຽນ, ແບ່ງປັນປະສົບການ, ມອບຂອງຂວັນໃຫ້ກຳລັງທະຫານປ້ອງກັນຊາຍແດນ, ຄູອາຈານ, ນັກຮຽນ 2 ແຂວງຊາຍແດນ.

ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ
ທະຫານຊາຍແດນ ແຂວງ ດ້ຽນບຽນ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ທະຫານຊາຍແດນແຂວງ ຜົ້ງສາລີ ສປປ.ລາວ ເພື່ອຕ້ານ ໂລກລະບາດ COVID-19 ທະຫານຊາຍແດນ ແຂວງ ດ້ຽນບຽນ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ທະຫານຊາຍແດນແຂວງ ຜົ້ງສາລີ ສປປ.ລາວ ເພື່ອຕ້ານ ໂລກລະບາດ COVID-19

ລາຍການໂດຍຄ້າຍ​ປ້ອງກັນຊາຍແດນ ເຮື໋ອງເລີບ (ທະຫານປ້ອງກັນຊາຍແດນ ກວາງ​ຈີ້) ສົມທົບ​ກັບ​ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ 321 (ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ) ຈັດ​ຕັ້ງ.

ທີ່​ໂຄງການ, ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ບາງ​ເນື້ອ​ໃນ​ກ່ຽວ​ກັບ​ການ​ສົມທົບ​ກັນ​ປົກ​ປັກ​ຮັກສາ ​ແລະ ຄຸ້ມ​ຄອງ​ຊາຍ​ແດນ, ຫວນ​ຄືນ​ມູນເຊື້ອ​ອັນ​ດີງາມ​ຂອງ​ ຫວຽດນາມ - ລາວ. ຄູອາຈານ ແລະ ນັກຮຽນໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕອນຕົ້ນ ເຮື໋ອງຫວຽດ (ເມືອງ ເຮື໋ອງຮວາ, ແຂວງກວາງຈີ້) ໄດ້ແລກປ່ຽນວັດທະນະທຳ, ສິລະປະ, ແລກປ່ຽນປະສົບການການສອນກັບບັນດາຄູສອນຂອງໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ລະໂກ້ (ເມືອງເຊໂປນ, ເເຂວງ ສະຫວັນນະເຂດ).

ທະຫານຊາຍແດນ ຫວຽດນາມ-ລາວ: ພ້ອມກັນຮ່ວມມື, ຮ້ອງເພງ ແລະ ມ່ວນຊື່ນ
ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ໂຄງການ​ພົບປະແລກປ່ຽນ​ປະສົບ​ການ ​ແລະ ມອບ​ຂອງຂວັນ​ໃຫ້​ກຳລັງທະຫານ​ປ້ອງ​ກັນ​ຊາຍແດນ, ຄູ​ອາຈານ ​ແລະ ນັກ​ຮຽນລາວ ​ໄດ້​ຮັບ​ການຈັດ​ຕັ້ງ. (ພາບ: ໂລກ ແລະ ຫວຽດນາມ)

ຄ້າຍປ້ອງກັນຊາຍແດນ ເຮື໋ອງເລີບ ມອບ​ຜ້າ​ຫົ່ມ​ກັນ​ໜາວ 300 ຜືນ, ເສື້ອ​ກັນໜາວ 383 ໂຕ, ເກີບ 200 ຄູ່, ເຂົ້າສານ 800 ກິ​ໂລ… ດ້ວຍ​ມູນ​ຄ່າ​ລວມ​ກວ່າ 120 ລ້ານ​ດົ່ງ​ໃຫ້​ປະຊາຊົນ​ກຸ່ມ​ບ້ານ​ລະ​ໂກ້, ກອງຮ້ອຍປ້ອງກັນຊາຍແດນ 321, ​ພະນັກງານ, ຄູ​ອາ​ຈານ, ນັກຮຽນໂຮງຮຽນປະຖົມາົມບູນ ແລະ ມັດທະຍົມຕອນປາຍ ເຮື໋ອງຫວຽດ, ​ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ລະ​ໂກ້​ ​ແລະ ບັນດາ​ຄອບຄົວ​ທີ່​ມີສະພາບ​ການ​ຫຍຸ້ງຍາກຂອງຕາເເສງ ເຮື໋ອງຫວຽດ​, ກຸ່ມ​ບ້ານ​ລາະໂກ້.

ກ່າວຄຳປາໄສ​ທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ ບຸນ​ລົມ ສຸ​ພົມ​ມີ​ໄຊ, ຮອງ​ເລຂາ​ຄະນະ​ພັກ​ເມືອງ​ເຊ​ໂປນ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລະຫວ່າງ​ ກວາງ​ຈີ້ - ສະຫວັນ​ນະ​ເຂດ, ລະຫວ່າງ ເຮື໋ອງຮວາ - ​ເຊ​ໂປນ. . ຮູບ​ແບບ​ນີ້, ຖ້າໄດ້​ເປີດກ້ວາງໄປທົ່ວເສັ້ນ​​ຊາຍ​ແດນ, ຈະ​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ, ຮັດ​ແໜ້ນ​ສາຍ​ພົວ​ພັນ​ທະ​ຫານ​ຊາຍ​ແດນ, ຄູ​ອາ​ຈານ, ນັກ​ຮຽນ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

ຕາມ​ສະຫາຍ​ພັນ​ເອກ ດິງຊ່ວນຮູ່ງ, ​ເລຂາ​ຄະນະ​ພັກ, ຜູ້ຮັບຜິດຊອບການເມືອງ ຄ້າຍທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກວາງ​ຈີ້ ​ແລ້ວ, ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ນີ້​ຈະ​ຊ່ວຍ​ໃຫ້​ກຳລັງ​ປ້ອງ​ກັນ​ຊາຍ​ແດນ ​ແລະ ປະຊາຊົນ​ຕາ​ແສງ ເຮື໋ອງ​ຫວຽດ ​ແລະ ກຸ່ມ​ບ້ານ ລະໂກ້ ​ນັບມື້ນັບມີຄວາມສາມັກຄີ, ຕິດພັນກັນ​ ​ແລະ ​ເຫັນ​ກັນ​ຄືຄົນໃນຄອບຄົວ​; ພ້ອມກັນຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ​ເຂດ​ຫຼັກໝາຍ, ຮັກສາຄວາມເປັນລະບຽບ, ໝັ້ນຄົງ​​ຢູ່​ບັນດາ​ໝູ່​ບ້ານ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ປອດໄພ​ທາງ​ສັງຄົມ ​ແລະ ພັດທະນາ​ເສດຖະກິດ​ໄປ​ພ້ອມ​ກັນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.