ຫວຽດນາມ-ລາວ ຍູ້ແຮງກາລະໂອກາດຮ່ວມມືໃນຂົງເຂດການສື່ສານ

15:19 | 16/11/2023

ຫວຽດນາມ-ລາວ ຍູ້ແຮງກາລະໂອກາດຮ່ວມມືໃນຂົງເຂດສື່ມວນຊົນ

ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1
ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022 ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022

ຕອນເຊົ້າວັນທີ 13 ພະຈິກ, ຄະນະພະນັກງານຄຸ້ມຄອງສື່ມວນຊົນ ຂອງປະເທດລາວ ໄດ້ມີການຢ້ຽມຢາມ ແລະເຮັດວຽກຢູ່ສູນການສື່ມວນຊົນ ແຂວງກວາງນິງ. ສະຫາຍ ມາຍຫວູຕວ໊ນ, ຜູ້ອຳນວຍການ, ຫົວໜ້າບັນນາທິການສູນການສື່ມວນຊົນ ແຂວງກວາງນິງ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະ.

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ມາຍຫວູຕວ໊ນ ເນັ້ນໜັກວ່າ: ທາງສູນພ້ອມແລ້ວທີ່ຈະຮ່ວມເດີນທາງກັບຄະນະພະນັກງານຄຸ້ມຄອງສື່ມວນຊົນຂອງລາວ ໃນການແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານສື່ມວນຊົນ ເພື່ອໃຫ້ສອງຝ່າຍປະຕິບັດພາລະກໍາທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້ດີຂຶ້ນກວ່າເກົ່າ.

ສ່ວນສະຫາຍ ໄພບູນ ພິລາທອງ, ກົມສື່ມວນຊົນລາວ (ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະການທ່ອງທ່ຽວລາວ) ໃຫ້ຮູ້ວ່າ: ໃນໄລຍະເຂົ້າຮ່ວມຝຶກອົບຮົມກ່ຽວກັບວຽກງານສື່ມວນຊົນ ສຳລັບພະນັກງານຄຸ້ມຄອງສື່ມວນຊົນຂອງລາວ ເປັນເວລາ 1 ເດືອນ, ຄະນະໄດ້ມີໂອກາດຮ່ຳຮຽນ ແລະແລກປ່ຽນປະສົບການໂດຍກົງກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ແລະວຽກງານຫັນສື່ມວນຊົນເປັນດີຈີຕອນຢູ່ ຫວຽດນາມ.

ຫວຽດນາມ-ລາວ ຍູ້ແຮງກາລະໂອກາດຮ່ວມມືໃນຂົງເຂດການສື່ສານ

ສະຫາຍ ໄພບູນ ພິລາທອງ, ກົມສື່ມວນຊົນລາວ (ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະການທ່ອງທ່ຽວລາວ) ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: baoquangninh.vn

ຄະນະພະນັກງານຂອງລາວ ໄດ້ຕີລາຄາສູງຕໍ່ວິທີຊີ້ນຳ, ການຈັດຕັ້ງການຖະແຫຼງຂ່າວ, ສື່ສານ ຂອງສູນການສື່ມວນຊົນ ແຂວງກວາງນິງ. ບັນດາບົດຮຽນປະສົບການ ແລະຜົນສຳເລັດຂອງສູນການສື່ມວນຊົນ ແຂວງກວາງນິງ ກໍ່ຈະແມ່ນບົດຮຽນ ເພື່ອຊ່ວຍໃຫ້ຄະນະ ຍົກສູງວຽກງານຄຸ້ມຄອງສື່ມວນຊົນ, ເພື່ອເປົ້າໝາຍພັດທະນາປະເທດຊາດ.

ຫວຽດນາມ-ລາວ ຍູ້ແຮງກາລະໂອກາດຮ່ວມມືໃນຂົງເຂດການສື່ສານ

ຄະນະປະຕິບັດງານ ຢ້ຽມຢາມສູນສື່ມວນຊົນ ແຂວງກວາງນິງ. ພາບ: baoquangninh.vn

ໃນຂອບເຂດການເຮັດວຽກ, ບັນດາພະນັກງານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຖານີໂທລະພາບແຫ່ງຊາດລາວ... ໄດ້ປຶກສາຫາລື ແລະ ຕັ້ງຄໍາຖາມກັບການນຳຂອງສູນສື່ມວນຊົນ ແຂວງກວາງນິງ, ໃນນັ້ນໄດ້ສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ບັນດາຄວາມຫຍຸ້ງຍາກໃນເບື້ອງຕົ້ນ ແລະປະສິດທິຜົນຂອງການໂຮມອົງການສື່ສານ, ສື່ມວນຊົນຂັ້ນແຂວງເຂົ້າກັນ; ການສ້າງຖັນແຖວນັກຂ່າວ, ນັກບັນນາທິການ; ການລົງໄປເອົາຂ່າວຕາມເຫດການສາກົນຕ່າງໆ; ເຄື່ອງມືຄຸ້ມຄອງການສື່ສານ; ບົດຮຽນປະສົບການກະຈາຍຄື້ນຢູ່ເຂດພູດອຍ; ບັນຫາຫັນເປັນດີຈີຕອນໃນຍຸກສະໄໝ 4.0; ການພົວພັນລະຫວ່າງສະຖານີແຂວງ ກັບອົງການສື່ມວນຊົນຂັ້ນເມືອງ...

ບູນມີ

ເຫດການ
302 Found

Found

The document has moved here.