ຍສໝ - ໃນລະຫວ່າງ 2 ວັນຂອງວັນທີ 30 ແລະ 31 ພຶດສະພາ, ຄະນະປະຕິບັດງານຂອງກົມການເມືອງທະຫານປ້ອງກັນຊາຍແດນ ໂດຍທ່ານ ພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າກົມການເມືອງ ທະຫານປ້ອງກັນຊາຍແດນ ໄດ້ລົງເຄື່ອນໄຫວສຳຫຼວດ, ວິເຄາະ, ຕີລາຄາແຕ່ລະຈຸດທີ່ຕັ້ງ, ສະຖານທີ່ ຮັບໃຊ້ບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນພະນັກງານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບພະນັກງານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ, ຢູ່ 2 ແຂວງ ບິ່ງດິ້ງ ແລະ ກອນຕູມ.
ຍສໝ - ທີ່ການພົບປະ, ຕາງໜ້າການນຳກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ), ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພະນັກງານ, ນັກຮົບ ຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ; ພ້ອມທັງສະແດງຄວາມປາດຖະໜາວ່າ ສາຍພົວພັນການຮ່ວມມືລະຫວ່າງທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ຈະນັບມື້ນັບສະໜິດຕິດພັນຮັດແໜ້ນຂຶ້ນຕື່ມ.
ຍສໝ - ໃນລາຍການມີຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍຈຸດຄວາມງາມໃນຮີດຄອງປະເພນີຂອງປະຊາຊົນ ຢູ່ເຂດຊາຍແດນ, ຄື: ຫໍ່ເຂົ້າຕົ້ມ, ກໍ່ກອງໄຟຕັ້ງຄ້າຍ, ແຂ່ງຂັນກັນຕຳເຂົ້າໜົມໄຢ່, ລາຍການສະແດງສິລະປະ...
ຍສໝ -ທະຫານຊາຍແດນແຂວງເຊີນລາ ໄດ້ມອບເຂົ້າສານ 2,8 ໂຕນ ໃຫ້ແກ່ກອງຮ້ອຍ 211, 212, 213, 214 ສັງກັດກອງບັນຊາການທະຫານແຂວງຫົວພັນ, ລາວ ແຕ່ລະກອງຮ້ອຍໄດ້ຮັບເຂົ້າໜຽວ 700 ກິໂລກຣາມ, ລວມຍອດມູນຄ່າ 50 ລ້ານດົ່ງ.
ຍສໝ - ທີ່ພິທີມອບ-ຮັບ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາ 100 ທຶນໃຫ້ນັກຮຽນ 100 ຄົນ, ໃນນັ້ນມີນັກຮຽນຫວຽດນາມ 50 ຄົນ, ນັກຮຽນລາວ 50 ຄົນ, ມອບງົວພັນ 20 ໂຕໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ,...
ຍສໝ - ຊົ່ວໂມງຮຽນທີ່ມີຄວາມໝາຍຢູ່ເຂດຊາຍແດນຂອງນັກຮຽນສອງປະເທດຫວຽດນາມ - ລາວ ໄດ້ຊ່ວຍໃຫ້ພວກນ້ອງນ້ອຍເຂົ້າໃຈເຖິງຄຸນຄ່າສັກກະລະບູຊາຂອງອະທິປະໄຕ ແລະ ຜືນແຜ່ນດິນ, ຈາກນັ້ນ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.
ຍສໝ - ສຳລັບປະຊາຊົນບ້ານເຊຊັບ, ເມືອງກະລຶມ, ແຂວງເຊກອງ (ລາວ) ແລ້ວ, ພະນັກງານແພດທະຫານ ຄ້າຍທະຫານຊາຍແດນ ເຍິມ (ກອງບັນຊາການທະຫານຊາຍແດນແຂວງແຂວງເທື່ອທຽນເຫວ້) ກໍ່ຄືດັ່ງແພດໝໍປະຈຳໝູ່ບ້ານ.
ຍສໝ - ທ່ານນາງພັນໂທ ແພງດີ ສົມສະນິດ ປາດຖະໜາຢາກໃຫ້ແມ່ຍິງກອງທັບສອງປະເທດສືບຕໍ່ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນ ເພື່ອໃຫ້ການເຄື່ອນໄຫວວຽກງານແມ່ຍິງໄດ້ຮັບການເສີມຂະຫຍາຍ, ເຂົ້າສູ່ລວງເລິກ ແລະແທດຈິງ, ບັນລຸໄດ້ບັນດາຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນເຂົ້າໃນການສ້າງສາກອງທັບຂອງສອງປະເທດປະຕິວັດ, ເປັນລະບົບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.
ຍສໝ - ນ້ຳໃຈອັນບໍລິສຸດ, ຈົງຮັກພັກດີຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງ ແທງຮ໋ວາ ແມ່ນແຫຼ່ງລະດົມກຳລັງໃຈ, ເພີ່ມກໍາລັງແຮງເພື່ອໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ຫົວພັນ ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະຮ່ວມແຮງຮ່ວມໃຈກັນສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ຍສໝ - ທີ່ການພົບປະເຈລະຈາ, ຄ້າຍທະຫານຊາຍແດນ ດັກປຣີງ ແລະກອງຮ້ອຍທະຫານຊາຍແດນ 533 ລົງນາມເຫັນດີເປັນເອກະພາບຕໍ່ເວລາລາດຕາເວນສອງຝ່າຍ ແລະ ບັນດາເນື້ອໃນສົມທົບກັນໃນໄລຍະຈະມາເຖິງ.
ຍສໝ - ວັນທີ 10 ພະຈິກ, ທະຫານຊາຍແດນ 2 ທ້ອງຖິ່ນຊາຍແດນ ແຂວງກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະແລກປ່ຽນ, ແບ່ງປັນປະສົບການ, ມອບຂອງຂວັນໃຫ້ກຳລັງທະຫານປ້ອງກັນຊາຍແດນ, ຄູອາຈານ, ນັກຮຽນ 2 ແຂວງຊາຍແດນ.
ຍສໝ - ທີ່ລາຍການ, ການນຳຄະນະພັກເມືອງເຊໂປນ ຕີລາຄາວ່າ: ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ, ລະຫວ່າງ ກວ໋າງຈິ - ສະຫວັນນະເຂດ ແລະ ເຮື໊ອງຮວ໊າ - ເຊໂປນ.
ຍສໝ - ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງການປ້ອງກັນ, ຕ້ານກົນອຸບາຍ, ເລລ່ຽມແບ່ງແຍກການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ; ສະກັດກັ້ນ, ຕ້ານອາດຊະຍາກໍາ, ຕ້ານການລະເມີດກົດໝາຍຢູ່ເຂດຊາຍແດນ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆ.
ຍສໝ - ສອງຝ່າຍໄດ້ແລກປ່ຽນ ແລະບັນລຸໄດ້ບັນດາຄວາມເຂົ້າໃຈລວມທີ່ສຳຄັນເພື່ອປົກປັກຮັກສາ, ປັບປຸງ, ເພີ່ມທະວີ, ພັດທະນາ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ.
ຍສໝ - ຄ້າຍທະຫານຊາຍແດນ ດ່ານອາເດີດ ໄດ້ເປັນປະທານ ຈັດພິທີເຄົາລົບທຸງ ຢູ່ຫຼັກໝາຍຊາຍແດນທີ 666; ແນະນໍາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບ ຊາຍແດນແຫ່ງຊາດ; ສາຍພົວພັນ, ຄວາມສາມັກຄີທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ
ຍສໝ- ເມື່ອວັນທີ 5-7 ໜ່ວຍຊາວໜຸ່ມປ້ອມປ້ອງກັນຊາຍແດນ ອາເດິດ , ທະຫານຊາຍແດນແຂວງ ເທື່ອທຽນ ເຫວ້ ໄດ້ສົມທົບກັບຫົວໜ່ວຍຈຳນວນໜຶ່ງ ຈັດການອອກເຄື່ອນທັບບັ້ນຊາວໜຸ່ມອາສາສະໝັກລະດູຮ້ອນ ດ້ວຍຫຼາຍກິດຈະກຳທີ່ແທດຈິງ.
ຍສໝ - ຕອນເຊົ້າວັນທີ 26 ມິຖຸນານີ້, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ (ຕາແສງ ເຮືອງເຊີນ, ແຂວງ ຮ່າຕິ້ງ), ທ່ານພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າວຽກງານການເມືອງທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານ ແລະ ໃຫ້ການຕ້ອນຮັບ ທ່ານພັນເອກ ອຸ່ນຄຳ ສີແຫວນວົງສັກ, ຮອງຫົວໜ້າກົມປ້ອງກັນຊາຍແດນ, ກົມເສນາທິການ ກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນນາຍທະຫານປ້ອງກັນຊາຍແດນລາວ 45 ຄົນ ທີ່ເດີນທາງໄປຫວຽດນາມ ເຂົ້າຮ່ວມໂຄງການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023.
ຍສໝ - ຕອນບ່າຍວັນທີ 26 ມິຖຸນານີ້, ຢູ່ສະໜາມກິລາໃນຮົ່ມ ແຂວງ ຮ່າຕິ້ງ ໄດ້ຈັດການແຂ່ງຂັນ ແລະ ພົບປະແລກປ່ຽນກິລາລະຫວ່າງນາຍທະຫານຊາຍແດນໜຸ່ມ ສອງປະເທດ ຫວຽດນາມ - ລາວ. ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການພົລປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023, ເຊິ່ງໄດ້ດຳເນີນແຕ່ວັນທີ 26 – 30 ມິຖຸນາ ຢູ່ແຂວງ ຮ່າຕິ້ງ ແລະ ເງ້ອານ.
ຍສໝ - ຕອນບ່າຍວັນທີ 12 ກຸມພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດໍາເນີນການພົບປະເຈລະຈາປະຈໍາປີລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ອົບພະຍົບ (ລາຊະອານາຈັກກໍາປູເຈຍ).