ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ

12:50 | 27/10/2023

ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປີດຊຸດຝຶກອົບຮົມວິຊາຊີບປະຫວັດສາດການທະຫານໃຫ້ແກ່ກອງທັບລາວ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປີດຊຸດຝຶກອົບຮົມວິຊາຊີບປະຫວັດສາດການທະຫານໃຫ້ແກ່ກອງທັບລາວ
ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ

ຫວ່າງມໍ່ໆມານີ້, ໂດຍໄດ້ຮັບຄຳເຊີນຂອງທ່ານພົນຕີ ຄໍາກີ່ງ ຜຸຍຫລ້າມະນີວົງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ທັງເປັນຫົວໜ້າກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ນໍາໂດຍທ່ານພົນຕີ ເລດຶກຖ໊າຍ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມປະຈຳປີ 2023 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະສັນນໍາກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຂ້າມຊາດ ຄື: ການຜະລິດ, ຊື້ຂາຍ, ຂົນສົ່ງ, ຄອບຄອງຢາເສບຕິດທີ່ຜິດກົດໝາຍ; ການຄ້າມະນຸດ; ການຊື້ຂາຍ ແລະຂົນສົ່ງອາວຸດທີ່ຜິດກົດໝາຍ; ບັນຫາເງິນປອມ, ການຄ້າເຖື່ອນ; ການເຂົ້າ-ອອກເມືອງແບບຜິດກົດໝາຍ ແລະການກະທໍາລະເມີດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ.

ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ

ສອງຝ່າຍແລກປ່ຽນບົດບັນທຶກກອງປະຊຸຸມ. ພາບ: bienphong.com.vn

ນອກຈາກນັ້ນ, ສອງຝ່າຍຈະສືບຕໍ່ສົມທົບກັນປະຕິບັດການເຄື່ອນໄຫວດ້ານວິຊາການວິຊາສະເພາະ, ເພີ່ມທະວີການສົມທົບກັນໃນການສືບສວນ, ກໍານົດ ແລະຢັ້ງຢືນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳ; ສົມທົບກັນຈັບອາດຊະຍາກຳ; ແກ້ໄຂກໍລະນີຕ່າງໆກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຕາມຂໍ້ກຳນົດຂອງກົດໝາຍແຕ່ລະປະເທດ, ສັນຍາວ່າດ້ວຍການຄຸ້ມຄອງຊາຍແດນ, ດ່ານຊາຍແດນ ຫວຽດນາມ - ລາວ ແລະ ສອດຄ່ອງກັບສົນທິສັນຍາສາກົນ.

ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະຂົນຂວາຍປະຊາຊົນຢູ່ສອງຟາກຊາຍແດນ ປະຕິບັດຕາມກົດໝາຍຂອງແຕ່ລະປະເທດ. ຊີ້ນຳການເພີ່ມທະວີການລາດຕະເວນ ແລະຄວບຄຸມເຂດຊາຍແດນ ເປັນຕົ້ນແມ່ນຢູ່ດ່ານຊາຍແດນ, ທາງນ້ອຍ, ທາງຮ່ອມທີ່ທຽວໄປມາ, ບໍລິເວນຈຸດສຸມ ເພື່ອຄົ້ນພົບ, ສະກັດກັ້ນ ແລະແກ້ໄຂການກະທຳລະເມີດກົດໝາຍ.

ຈັດຕັ້ງການຢ້ຽມຢາມຖາມຂ່າວ ແລະອວຍພອນເຊິ່ງກັນ ແລະກັນ ໃນໂອກາດບຸນປີໃໝ່, ວັນຊາດ ແລະວັນສ້າງຕັ້ງກຳລັງຂອງແຕ່ລະຝ່າຍ; ຍູ້ແຮງການເຄື່ອນໄຫວແຮກສ່ຽວລະຫວ່າງກົມກອງຕ່າງໆ, ຕັ້ງໜ້າເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການແຮກສ່ຽວລະຫວ່າງກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ ດ້ວຍຈຸດປະສົງພັດທະນາ ແລະເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ.

ສິ້ນສຸດກອງປະຊຸມ, ຫົວໜ້າຄະນະຜູ້ແທນສອງປະເທດ ໄດ້ລົງນາມໃນບົດບັນທຶກກອງປະຊຸມປີ 2023 ລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.