ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

08:46 | 27/11/2023

ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

ສະແດງຄວາມຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສຳລັບຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງຫວຽດນາມ ສະແດງຄວາມຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສຳລັບຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງຫວຽດນາມ
ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ​ໃນ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ໂລກ ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ​ໃນ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ໂລກ

ຫວ່າງແລ້ວນີ້, ຄະນະຜູ້ແທນແມ່ຍິງກອງທັບປະຊາຊົນຫວຽດນາມ ແລະຄະນະຜູ້ແທນແມ່ຍິງກອງທັບປະຊາຊົນລາວ ທີ່ຝຶກອົບຮົມວຽກງານແມ່ຍິງກອງທັບປີ 2023 ໄດ້ໄປຢ້ຽມຢາມ, ພົບປະ, ແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານແມ່ຍິງຢູ່ກອງບັນຊາການທະຫານຊາຍແດນແຂວງ ກວ໋າງນິງ.

ທີ່ການເຮັກວຽກ, ທ່ານພັນເອກພິເສດ ຫວູວັນຮືງ, ຮອງຫົວໜ້າການເມືອງທະຫານຊາຍແດນແຂວງກວ໋າງນິງ ໄດ້ແຈ້ງໃຫ້ຊາບໂດຍລວມກ່ຽວກັບກົມກອງ ກໍ່ຄືໝາກຜົນການປະຕິບັດໜ້າທີ່ໃນໄລຍະຜ່ານມາ, ພິເສດແມ່ນບາງຈຸດພົ້ນເດັ່ນຂອງວຽກງານແມ່ຍິງ ແລະຂະບວນການແມ່ຍິງຂອງກົມກອງ.

ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

ບັນດາຜູ້ແທນໄປຢ້ຽມຢາມຫໍມູນເຊື້ອທະຫານຊາຍແດນແຂວງ ກວ໋າງນິງ. ພາບ: ຊວນຮຸ່ງ

ດ້ວຍບັນດາຜົນງານ ແລະໝາກຜົນທີ່ບັນລຸໄດ້, ໃນ 5 ປີຜ່ານມາ, ສູນກາງສະຫະພັນແມ່ຍິງຫວຽດນາມ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ກອງບັນຊາການທະຫານຊາຍແດນ ແລະ ສະຫະພັນແມ່ຍິງແຂວງໄດ້ມອບທຸງ, ໃບຍ້ອງຍໍ ແລະຫຼາຍລາງວັນອື່ນອີກໃຫ້ສະຫະພັນແມ່ຍິງທະຫານຊາຍແດນແຂວງ ກວ໋າງນິງ 35 ຄັ້ງ ຍ້ອນມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານສະຫະພັນ ແລະຂະບວນການແມ່ຍິງ ໃນນັ້ນ ມີລາງວັນຂອງໝູ່ຄະນະ 25 ຄັ້ງ ແລະລາງວັນບຸກຄົນ 10 ຄັ້ງ.

ແມ່ຍິງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງກວ໋າງນິງ

ບັນຍາກາດທີ່ການເຮັດວຽກ. ພາບ: ຊວນຮຸ່ງ

ກ່າວຄຳເຫັນທີ່ການພົບປະ, ທ່ານນາງພັນໂທ ແພງດີ ສົມສະນິດ, ຫົວໜ້າຄະນະຜູ້ແທນແມ່ຍິງກອງທັບປະຊາຊົນລາວ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ການເຄື່ອນໄຫວສົມທົບກັນລະຫວ່າງກໍາລັງກອງທັບປະຊາຊົນຫວຽດນາມ ເວົ້າລວມ, ຂະບວນການແມ່ຍິງໃນກອງທົບເວົ້າສະເພາະ ບັນລຸໄດ້ໝາກຜົນຫຼາຍຢ່າງ. ທ່ານນາງ ສະແດງຄວາມປາດຖະໜາຢາກໃຫ້ແມ່ຍິງກອງທັບສອງປະເທດສືບຕໍ່ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນເຊິ່ງກັນ ແລະກັນ ເພື່ອໃຫ້ການເຄື່ອນໄຫວວຽກງານແມ່ຍິງໄດ້ຮັບການເສີມຂະຫຍາຍ, ເຂົ້າສູ່ລວງເລິກ ແລະແທດຈິງ, ບັນລຸໄດ້ບັນດາຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນເຂົ້າໃນການສ້າງສາກອງທັບຂອງສອງປະເທດປະຕິວັດ, ເປັນລະບົບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.