ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ -ລາວ

09:56 | 09/07/2024

ຍສໝ - ທ່ານພັນຕີ ຫງວຽນວັນບັ່ງ, ຮອງຫົວໜ້າການເມືອງ ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ໃຫ້ຮູ້ວ່າ: ຍ້ອນສະພາບພູມສັນຖານມີຄວາມຫຍຸ້ງຍາກ, ແຫຼ່ງນ້ຳທຳມະຊາດຂາດແຄນຫຼາຍ, ສະນັ້ນ ບໍ່ຕອບສະໜອງໄດ້ຄວາມຕ້ອງການດໍາເນີນຊີວິດໃຫ້ຊາວບ້ານມາລາຍປູນ. ສະນັ້ນ, ທາງກົມກອງໄດ້ເປັນເຈົ້າການສົມທົບກັບຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊໊າຍບິ່ງ ມອບເງິນໜູນ ເພື່ອໜູນຊ່ວຍປະຊາຊົນປັບປຸງຄຸນນະພາບຊີວິດການເປັນຢູ່.

ປ້ອງກັນການລະບາດພະຍາດ COVID-19 ຢູ່ເຂດຊາຍແດນຫວຽດນາມ ປ້ອງກັນການລະບາດພະຍາດ COVID-19 ຢູ່ເຂດຊາຍແດນຫວຽດນາມ
ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ ພິທີເຂົ້າສັນຊາດຫວຽດນາມ ໃຫ້ປະຊາຊົນ ລາວ 350 ຄົນ ຢູ່ເຂດຊາຍແດນຫວຽດນາມ - ລາວ

ວັນທີ 7 ກໍລະກົດ, ຄ້າຍທະຫານຊາຍແດນ ເຮື໊ອງຟຸ່ງ (ກອງບັນຊາການທະຫານຊາຍແດນແຂວງກວາງຈິ) ໄດ້ສົມທົບກັບຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊າຍບິ່ງ ຈັດຕັ້ງພິທີລົງມືກໍ່ສ້າງໂຄງການນໍ້າສະອາດ ແລະຫ້ອງນໍ້າ ໃຫ້ແກ່ປະຊາຊົນຢູ່ບ້ານມາລາຍປູນ, ຕາແສງ ເຮື໊ອງຟຸ່ງ, ເມືອງເຮື໊ອງຮວ໊າ, ແຂວງກວາງຈິ ດ້ວຍມູນຄ່າ 35 ລ້ານດົ່ງ.

ທ່ານພັນຕີ ຫງວຽນວັນບັ່ງ, ຮອງຫົວໜ້າການເມືອງ ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ໃຫ້ຮູ້ວ່າ: ຍ້ອນສະພາບພູມສັນຖານມີຄວາມຫຍຸ້ງຍາກ, ແຫຼ່ງນ້ຳທຳມະຊາດຂາດແຄນຫຼາຍ, ສະນັ້ນ ບໍ່ຕອບສະໜອງໄດ້ຄວາມຕ້ອງການດໍາເນີນຊີວິດໃຫ້ຊາວບ້ານມາລາຍປູນ. ສະນັ້ນ, ທາງກົມກອງໄດ້ເປັນເຈົ້າການສົມທົບກັບຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊໊າຍບິ່ງ ມອບເງິນໜູນ ເພື່ອໜູນຊ່ວຍປະຊາຊົນປັບປຸງຄຸນນະພາບຊີວິດການເປັນຢູ່.

ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ -ລາວ

ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ - ລາວ. ພາບ: tienphong.vn

ເນື່ອງໃນໂອກາດນີ້, ຢູ່ຫຼັກໝາຍຊາຍແດນຫວຽດນາມ-ລາວ ທີ 597, ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ແລະຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊າຍບິ່ງ ໄດ້ມອບໂຄງການ “ແສງໄຟຟ້າຢູ່ເສັ້ນຊາຍແດນ” ແລະມອບທຶນການສຶກສາ 20 ທຶນ ໃຫ້ແກ່ນັກຮຽນ 20 ຄົນ ຢູ່ກຸ່ມບ້ານໄໝ່, ເມືອງເຊໂປ, ແຂວງສະຫວັນນະເຂດ (ລາວ) ດ້ວຍມູນຄ່າທັງໝົດ 25 ລ້ານດົ່ງ.

ບູນມີ

ເຫດການ
302 Found

Found

The document has moved here.