ເພີ່ມທະວີການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ-ກົມໃຫຍ່ສັນຕິບານລາວ

09:01 | 12/10/2023

ເພີ່ມທະວີການຮ່ວມມືລະຫວ່າງ ກອງບັນຊາການທະຫານຊາຍແດນຫວຽດນາມ-ກົມໃຫຍ່ສັນຕິບານລາວ

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ
ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ) ເພີ່ມທະວີການຮ່ວມມືລະຫວ່າງ 4 ແຂວງເຂດຕາ​​ເວັນ​ຕົກ​ສ່ຽງ​ເໜື​ອ (ຫວຽດນາມ) ແລະ ແຂວງ ຢຸນນານ (ຈີນ)

ວັນທີ 10 ຕຸລາ, ຢູ່ຮ່າໂນ້ຍໄດ້ດໍາເນີນການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປະກອງກັນປະເທດ ຫວຽດນາມ ແລະກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມ ສະຫງົບລາວ. ທ່ານພົນຕີ ເລດຶກທ໊າຍ, ຫົວໜ້າກອງບັນຊາການທະຫານຊາຍແດນ ແລະທ່ານພົນຕີ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ລາວ ເປັນປະທານຮ່ວມການພົບປະເຈລະຈາ.

ເພີ່ມທະວີການຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ-ກົມໃຫຍ່ສັນຕິບານລາວ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: bienphong.com

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນ ແລະບັນລຸໄດ້ບັນດາຄວາມເຂົ້າໃຈລວມທີ່ສຳຄັນເພື່ອປົກປັກຮັກສາ, ປັບປຸງ, ເພີ່ມທະວີ, ພັດທະນາ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ. ລະອຽດແມ່ນ, ຝ່າຍສືບຕໍ່ ປະຕິບັດບັນດາເອກະສານນິຕິກຳ ແລະຂໍ້ຕົກລົງທີ່ລົງນາມກ່ຽວກັບຊາຍແດນ ລະຫວ່າງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຂັ້ມງວດ ແລະມີປະສິດທິຜົນ; ຂໍ້ຕົກລົງ ຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມ ສະຫງົບລາວ ທີ່ໄດ້ລົງນາມໃນວັນທີ 12 ທັນວາ 2021; ເພີ່ມທະວີການສົມທົບກັນຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ການຄຸ້ມຄອງ ແລະຄວບຄຸມການເຂົ້າ-ອອກເມືອງ, ການຜ່ານແດນທີ່ຢູ່ອາໄສ, ແລະການເດີນທາງໄປມາຂອງພົນລະເມືອງແຕ່ລະປະເທດ.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳ; ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະຄວບຄຸມການເຂົ້າ-ອອກຂອງປະຊາຊົນ, ພາຫະນະ, ສິນຄ້າຜ່ານດ່ານຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຜ່ານດ່ານຊາຍແດນ; ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະຂົນຂວາຍປະຊາຊົນສອງຟາກຊາຍແດນ ໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ປະຕິບັດກົດໝາຍຂອງແຕ່ລະປະເທດຢ່າງເຂັ້ມງວດ; ...

ສິ້ນສຸດການພົບປະເຈລະຈາ, ທ່ານພົນຕີ ເລດຶກທ໊າຍ ແລະທ່ານພົນຕີ ບົວວັນ ວົງສາວັນທອງ ໄດ້ລົງນາມໃນບົດບັນທຶກການພົບປະເຈລະຈາລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ.

ບູນມີ

ເຫດການ
302 Found

Found

The document has moved here.