ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

00:00 | 03/12/2023

ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ ລາວ ນໍາເຂົ້າ ຜ້າອັດປາກ ຈໍານວນ 2 ລ້ານຜືນ ຈາກ ສສ.ຫວຽດນາມ
ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ1 ຈາກ ສປປ ລາວ ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ1 ຈາກ ສປປ ລາວ

ການຮຽນຮູ້ອະທິປະໄຕຢູ່ຂ້າງຫຼັກໝາຍຊາຍແດນທີ່ສັກກະລະບູຊາ

ໃນຕອນເຊົ້າຂອງວັນກາງເດືອນພະຈິກ, ຢູ່ຕໍ່ໜ້າຫຼັກໝາຍຊາຍແດນເລກທີ 591 ທີ່ສັກກະລະບູຊາ, ໄດ້ມີນັກຮຽນນັບຮ້ອຍຄົນຂອງໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນເຮື໊ອງຫວຽດ (ເມືອງເຮື໊ອງຮ່ວາ, ກວາງຈີ້) ພ້ອມກັບໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນກິນນອນຊົນເຜົ່າລາໂກ (ເມືອງເຊໂປນ ແຂວງ ສະວັນນະເຂດ ສປປ ລາວ) ໄດ້ມີຊົ່ວໂມງຮຽນພິເສດ-ຊົ່ວໂມງຮຽນຢູ່ເຂດຊາຍແດນ.

ບໍລິເວນຊາຍແດນແມ່ນອາກາດຮ້ອນ ແລະ ແດດອອກແຕ່ເຊົ້າ, ແຕ່ກໍ່ບໍ່ສາມາເຮັດໃຫ້ນັກສຶກສາທັງສອງປະເທດລະເຫຼີງການບັນຍາຍຈາກຄູສອນທະຫານຊາຍແດນ...ຍ້ອນເຂົ້າຮ່ວມໃນຫ້ອງຮຽນ, ນັກຮຽນໄດ້ຮັບຄວາມຮູ້ທີ່ເປັນປະໂຫຍດກ່ຽວກັບສິດ, ຄວາມຮັບຜິດຊອບ ຂອງຊາວເຂດຊາຍແດນ. ນອກຈາກນັ້ນ, ຍັງມີທັກສະໃນການຮັບຮູ້ເຂດຫ້າມ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ລະບຽບກົດໝາຍກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ ແລະ ການເຄື່ອນໄຫວຢູ່ເຂດຊາຍແດນ.

ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ນັກຮຽນ ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນກິນນອນຊົນເຜົ່າລາໂກ (ເມືອງເຊໂປນ ແຂວງ ສະວັນນະເຂດ ສປປ ລາວ) ເຂົ້າຮ່ວມຫ້ອງຮຽນຢູ່ຫຼັກໝາຍຊາຍແດນ ເລກທີ 591. ພາບ: thoidai.com.vn

ພິເສດ, ໃນຫ້ອງຮຽນ, ທ່ານພັນໂທ ໂຮ່ເລລ້ວນ, ຫົວໜ້າຫ້ອງການເມືອງຄ້າຍທະຫານຊາຍແດນເຮື໊ອງເລິບ ແລະ ພັນຕີ ແກ້ວເລິດຫົວໜ້າຫ້ອງການເມືອງກອງຮ້ອຍທະຫານຊາຍແດນ 321 ໄດ້ແບ່ງປັນບັນດາການເຄື່ອນໄຫວສົມທົບກັນຄຸ້ມຄອງ, ປົກປັຫຮັກສາຊາຍແດນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນການປະຕິບັດວຽກງານລະຫວ່າງສອງກົມກອງໃນໄລຍະຜ່ານມາ,. ໃນແຕ່ລະເລື່ອງທີ່ໄດ້ເລົ່າມາ, ລ້ວນແຕ່ໄດ້ສະແດງອອກອາລົມຈິດສັດຊື່ບໍລິສຸດ, ຄວາມສາມັກຄີ, ຈິດໃຈ “ຄຽງບ່າຄຽງໄຫຼ່” ລະຫວ່າງກຳລັງປ້ອງກັນຊາຍແດນຂອງ 2 ປະເທດຢ່າງເລິກເຊິ່ງ.

ຢືນຢູ່ຂ້າງຫຼັກໝາຍຊາຍແດນ 591, ຫາກໍ່ຮັບຟັງຄູອາຈານທະຫານຊາຍແດນແນະນຳຫຼັກໝາຍ/ເສັ້ນຊາຍແດນ, ນ້ອງ ໂຮ່ທິແບ໊ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ເຮື໊ອງຫວຽດ ໃຫ້ຮູ້ວ່າ: ຜ່ານຊົ່ວໂມງຮຽນຊາຍແດນ, ນ້ອງເຂົ້າໃຈຫຼາຍກ່ຽວກັບອະທິປະໄຕຂອງປະເທດ ແລະ ຮູ້ແລ້ວວ່າຢູ່ໃສແມ່ນຊາຍແດນຂອງປະເທດເພື່ອນລາວ-ຫວຽດນາມ.

ນ້ອງນາງເດ, ນັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າລາໂກ ແບ່ງປັນວ່າ: “ນ້ອງດີໃຈຫລາຍທີ່ໄດ້ພົບປະກັບນັກສຶກສາ ຫວຽດນາມ. ນີ້ແມ່ນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມຊົ່ວໂມງຮຽນທີ່ມີຄວາມໝາຍຢູ່ຫຼັກໝາຍຊາຍແດນ. ຊົ່ວໂມງຮຽນຊ່ວຍໃຫ້ນ້ອງເຂົ້າໃຈຕື່ມອີກກ່/ຍວກັບຫຼັກໝາຍອະທິປະໄຕ. ນີ້ຈະເປັນຄວາມຊົງຈຳທີ່ສວຍງາມ ແລະມີຄວາມໝາຍສຳລັບຕົນເອງ ແລະໝູ່ເພື່ອນຢູ່ໃນໂຮງຮຽນ.”

ໂດຍທີ່ຮູ້ຈັກວ່າ ນີ້ແມ່ນຊົ່ວໂມງຮຽນຊາຍແດນຄັ້ງທຳອິດຢູ່ຫຼັກໝາຍຊາຍແດນ 591 ໂດຍມີການເຂົ້າຮ່ວມຂອງບັນດານັກຮຽນຂອງສອງປະເທດຫວຽດນາມ ແລະ ລາວ 591 ນ້ອງ.

ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ຄ້າຍທະຫານຊາຍແດນ ເຮື໊ອງເຟືອງ (ກວາງຈີ) ໄດ້ຈັດຕັ້ງການຮຽນ-ການສອນ ຊົ່ວໂມງຮຽນຊາຍແດນນອກຫຼັກສູດ ຢູ່ຫຼັກໝາຍຊາຍແດນແຫ່ງຊາດ 597 ໃຫ້ແກ່ນັກຮຽນປະຖົມ 60 ຄົນ ຢູ່ເທດສະບານ ແຄແຊງ. ພາບ: thoidai.com.vn

ຊົ່ວໂມງຮຽນແທດຈິງກ່ຽວກັບນ້ຳໃຈມິດຕະພາບ

ບັນດາຊົ່ວໂມງຮຽນພິເສດນີ້ຊ່ວຍໃຫ້ນັກຮຽນສອງປະເທດເຂົ້າໃຈກ່ຽວກັບສິດ, ພາລະໜ້າທີ່, ຄວາມຮັບຜິດຊອບຂອງປະຊາຊົນເຂດຊາຍແດນ ຢ່າງຈະແຈ້ງ ແລະ ລະບຽບກົດໝາຍໃນເວລາເຂົ້າ-ອອກເຂດຊາຍແດນ. ດ້ວຍຄວາມຮູ້ທີ່ເກັບກໍາມາໄດ້, ນັກຮຽນຈະໄດ້ຍົກສູງ ຄວາມຮູ້ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ຕ້ານປະເພດອາຊະຍາກໍາປະເພດຕ່າງໆ, ໄພຍໍ້ທໍ້ທາງສັງຄົມ... ບັນດານ້ອງໆກໍ່ໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານຂອງພະນັກງານ, ນັກຮົບຊາຍແດນ, ຈາກນັ້ນໄດ້ມີການເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ບໍ່ພຽງແຕ່ຢູ່ບໍລິເວນແຂວງກວາງຈິ ເທົ່ານັ້ນ ຫາກຮູບແບບ “ຊົ່ວໂມງຮຽນຊາຍແດນ” ກໍ່ໄດ້ບັນດາພະນັກງານນັກຮົບທະຫານຊາຍແດນບັນດາແຂວງຕ່າງໆເຊັ່ນແຂວງກອນຕູມ, ແທັງຮວ໊າ, ເທືອທຽນເຫ້ວ.. ຈັດຕັ້ງໃນຫລາຍປີທີຜ່ານມາ ແລະມີນັກສຶກສາຫຼາຍສິບພັນຄົນເຂົ້າຮ່ວມ.

ໃນເວລາຮຽນ ຢູ່ຫຼັກໝາຍຊາຍແດນ, ນັກສຶກສາໄດ້ຮັບການເບິ່ງເຫັນເຂົ້າຮ່ວມພິທີເຄົາລົບຢູ່ຕໍ່ໜ້າຫຼັກໝາຍຊາຍແດນ, ຊອກຮູ້ກ່ຽວບັນດາການເຄື່ອນໄຫວກວດກາໂດຍພະນັກງານ, ນັກຮົບທະຫານຊາຍແດນລົງປະຕິບັດຕົວຈິງ.

ມີຫຼາຍຄຳຖາມ, ທີ່ຍັງຄັດຂ້ອງຂອງບັນດານ້ອງໆໄດ້ພະນັກງານ, ນັກຮົບ, ຄູອາຈານ ອະທິບາຍໃຫ້ຢ່າງສຸດຈິດສຸດໃຈ.

ຕາມ ພັນເອກ ຫງວຽນກວາງ ຕ໊ວນ ຮອງຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນກວາງຈິ ແລ້ວ ບັນດາຊົ່ວໂມງຮຽນຊາຍແດນແມ່ນວຽກທີ່ແທດຈິງ, ສະແດງໃຫ້ເຫັນຈິດໃຈສາມັກຄີ ສະໜິດຕິດພັນ, ປະກອບລສ່ວນຮັດແໜ້ນຄວາມສາມັກຄີ ສະໜິດຕິດພັນຫວຽດນາມ-ລາວ ກວ່າອີກ.

ບັນດາບົດຮຽນຈາກພື້ນທີ່ຕົວຈິງບໍ່ພຽງແຕ່ຊ່ວຍໃຫ້ນັກຮຽນເກັບກໍ່ຄວາມຮູ້ກ່ຽວປະຫວັດສາດເົທ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການສ້າງຄວາມເອກອ້າງທະນົງໃຈ, ຄວາມພາກພູມໃຈແຫ່ງຊາດ, ຊ່ວຍໃຫ້ພວກນ້ອງນ້ອຍ ເຂົ້າໃຈໄດ້ກ່ຽວກັບຄຸນຄ່າສັກສິດຂອງອະທິປະໄຕຜືນແຜ່ນດິນ, ຈາກນັ້ນຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ ຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະຮ່ວມມືພັດທະນາ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.