ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

13:04 | 27/01/2024

ທະຫານປ້ອງກັນຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ
ລົດຖີບຂອງພໍ່ລ້ຽງທີ່ເປັນທະຫານປ້ອງກັນຊາຍແດນ ລົດຖີບຂອງພໍ່ລ້ຽງທີ່ເປັນທະຫານປ້ອງກັນຊາຍແດນ

ທະຫານຊາຍແດນແຂວງຮ່າຕິິ້ງ ສສ.ຫວຽດນາມ ສືບຕໍ່ເພີ່ມທະວີວຽກງານການທູດ, ຮັດແໜ້ນສາຍພົວພັນດ້ວຍການສື່ສານ, ໜູນຊ່ວຍ, ຮ່ວມມືກັບບັນດາກຳລັງທີ່ກ່ຽວຂ້ອງ ແລະປະຊາຊົນປະເທດເພື່ອນລາວ ຢ່າງເປັນປະຈຳ.

ຊຸມວັນທ້າຍປີ, ດ່ານຊາຍແດນສາກົນເກົ່າແຈວ ມີບັນຍາກາດຄຶກຄື້ນຍ້ອນການເຄື່ອນໄຫວເດີນທາງໄປຜ່ານຊາຍແດນຂອງປະຊາຊົນ, ນັກທ່ອງທ່ຽວປະມານ 1.000-1.300 ຄົນ, 400-600 ພາຫະນະ ແລະສິນຄ້າຫຼາຍພັນໂຕນ/ວັນ. ໃນບັນຍາກາດທີ່ຄຶກຄື້ນດັ່ງກ່າວມີຊາວຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະຫຼອງປີໃໝ່ປະຈຳຊາດ, ຄົນລາວ ເຊື້ອຊາດຫວຽດນາມ ຫຼາຍຄົນໄດ້ໄປຢ້ຽມຢາມຍາດຕີພີ່ນ້ອງ ແລະນັກທຸລະກິດນຳສິນຄ້າຈາກປະເທດລາວ ເພື່ອມາຮັບໃຊ້ບຸນປີໃໝ່ປະຈຳຊາດ.

ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ສົມທົບ, ໜູນຊ່ວຍກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນ ລາວ ຢ່າງເປັນປະຈໍາ ເພື່ອຮັບປະກັນໃຫ້ດ່ານຊາຍແດນສາກົນເກົ່າແຈວ ມີຄວາມປອດໄພ, ໄປມາສະດວກ. ພາບ: baohatinh.vn

ເພື່ອຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ, ທະຫານຊາຍແດນດ່ານຊາຍແດນສາກົນເກົ່າແຈວ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງພາຍໃນ ແລະຕ່າງປະເທດເພື່ອເພີ່ມທະວີການລາດຕະເວນ, ກວດກາ ທັງອຳນວຍຄວາມສະດວກທີ່ສຸດໃຫ້ດ່ານຊາຍແດນມີຄວາມລຸລ່ວງ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານຮ້ອຍເອກພິເສດ ຫວໍແອັງຕ໊ວນ - ຫົວໜ້າປ້ອມທະຫານຊາຍແດນດ່ານສາກົນ ເກົ່າແຈວ (ຄ້າຍທະຫານຊາຍແດນດ່ານສາກົນເກົ່າແຈວ) ແບ່ງປັນວ່າ "ດ່ານສາກົນ ເກົ່າແຈວ ແມ່ນດ່ານທີ່ມີຄວາມສຳຄັນເພື່ອໃຫ້ຄົນ, ສິນຄ້າ, ພາຫະນະໄປມາຫາສູ່ລະຫວ່າງສອງປະເທດຫວຽດນາມ-ລາວ ແລະມີຄວາມໝາຍສຳຄັນທີ່ສຸດໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນທີ່ສະໜິດແໜ້ນລະຫວ່າງສອງປະເທດ, ສອງຊາດ. ເພາະສະນັ້ນ, ພວກຂ້າພະເຈົ້າ ຍາມໃດກໍ່ມີສະຕິ, ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່, ສົມທົບກັບກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນໃນການປະຕິບັດການເຂົ້າ-ອອກເມືອງ, ການປ້ອງກັນຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ.

ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

ຄ້າຍທະຫານຊາຍແດນດ່ານສາກົນເກົ່າແຈວ (ທະຫານຊາຍແດນແຂວງຮ່າຕິ້ງ) ແລະກອງຮ້ອຍທະຫານຊາຍແດນ 253 (ກອງບັນຊາການທະຫານແຂວງບໍລິຄຳໄຊ-ລາວ) ລາດຕະເວນຢູ່ເສັ້ນຊາຍແດນ, ຫຼັກໝາຍຊາຍແດນສອງຝ່າຍໃນກາງເດືອນສິງຫາ 2023. ພາບ: baohatinh.vn

ພ້ອມດ້ວຍການສົມທົບປ້ອງກັນ, ຄຸ້ມຄອງດ່ານຊາຍແດນທີ່ສຳຄັນນີ້, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຊ່ວຍເຫຼືອກັນກັບບັນດາກຳລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ ຜ່ານເສັ້ນທາງການລາດຕະເວນ. ນອກຈາກການລາດຕະເວນສອງຝ່າຍ ເພື່ອຮັບປະກັນຄວາມປອດໄພ ແລະ ມີຄວາມໝາຍ 7 ຄັ້ງ ແລ້ວນັ້ນ, ແຕ່ປີ 2019 ຈົນຮອດປະຈຸບັນ, ສະເລ່ຍແຕ່ລະປີບັນດາຄ້າຍທະຫານຊາຍແດນຢູ່ເຮືອງເຊີນ, ຫວູກວາງ, ເຮືອງເຄ ໄດ້ສົມທົບກັບກຳລັງປ້ອງກັນຊາຍແດນຂອງເພື່ອນດຳເນີນການລາດຕະເວນຕາມເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ ໄດ້ປະມານ 4-7 ຄັ້ງ.

ເພື່ອມຸ່ງໄປເຖິງເປົ້າໝາຍເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ຮ່ວມແຮງຮ່ວມໃຈກັນປ້ອງກັນເສັ້ນຊາຍແດນຮ່ວມໃຫ້ມີສັນຕິພາບ, ວັດທະນາຖາວອນ, ມີການຮ່ວມມື, ພ້ອມກັນພັດທະນາ, ໃນຊຸມວັນຜ່ານມາ, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ເປັນເຈົ້າການໜູນຊ່ວຍເພື່ອບຳລຸງສ້າງວິຊາຊີບ ແລະຮັບປະກັນພື້ນຖານດ້ານວັດຖຸເພື່ອຮັບໃຊ້ວຽກງານການປ້ອງກັນຊາຍແດນ; ແຕ່ລະປີໄດ້ໜູນຊ່ວຍການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນຢູ່ແຂວງຊາຍແດນບໍລິຄຳໄຊ, ຊ່ວຍເພື່ອນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະປ້ອງກັນ, ຕ້ານໂລກລະບາດ.

ທະຫານຊາຍແດນແຂວງຮ່າຕິິ້ງ: ການທູດຊາຍແດນປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບກັບປະເທດເພື່ອນລາວ

ຄະນະຜູ້ແທນນາຍທະຫານຊາຍແດນໜຸ່ມ ຫວຽດນາມ ແລະລາວ ຈັດຕັ້ງການພົບປະແລກປ່ຽນ ຄັ້ງທີ 2 (ເດືອນມີຖຸນາ 2023) ຢູ່ຮ່າຕິ້ງ. ພາບ: baohatinh.vn

ພ້ອມກັນນັ້ນ, ທະຫານຊາຍແດນແຂວງຮ່າຕິ້ງ ຍັງຈັດຕັ້ງການແຮກສ່ຽວລະຫວ່າງບັນດາຄ້າຍ, ປ້ອມ, ກຸ່ມຊຸມຊົນທີ່ຢູ່ລຽບຕາມເສັ້ນຊາຍແດນຍາວເກືອບ 165 km, ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນເນື່ອງໃນໂອກາດງານບຸນ, ບຸນປີໃໝ່ຂອງແຕ່ລະຝ່າຍ, ບຳລຸງພາສາລາວ ໃຫ້ພະນັກງານບັນດາພະແນກ, ຂະແໜງການ ແລະບັນດາເມືອງຊາຍແດນໃນແຂວງ. ນອກຈາກນັ້ນ, ແຕ່ປີ 2019 ຈົນຮອດປະຈຸບັນ, ທະຫານຊາຍແດນແຂວງຮ່າຕິ້ງ ຍັງໄດ້ເຮັດລະບຽບການເຂົ້າ-ອອກເມືອງໃຫ້ປະຊາຊົນໄດ້ປະມານ 1,7 ລ້ານຄົນ ແລະພາຫະນະກວ່າ 515 ພັນເທື່ອຄັນ ຢູ່ດ່ານຊາຍແດນສາກົນເກົ່າແຈວ; ສົມທົບກັນແກ້ໄຂເອກະສານສະເໜີອອກໜັງສືແຜ່ນແດນກວ່າ 200.000 ສະບັບ ແລະເກືອບ 16.000 ສະບັບ ສະເໜີອອກປື້ມຜ່ານແດນຫວຽດນາມ-ລາວ... ສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງຝ່າຍໄປມາຫາສູ່, ທຳມາຫາກິນ, ຢ້ຽມຢາມຍາດຕິພີ່ນ້ອງ, ທ່ອງທ່ຽວ.

ທ່ານພັນເອກພິເສດ ຫງວຽນເມົ້າຟຸກ - ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໃຫ້ຮູ້ວ່າ: ທະຫານຊາຍແດນແຂວງຮ່າຕິ້ງ ຍາມໃດກໍ່ຊາບຊຶມ, ກຳແໜ້ນ ແລະໝູນໃຊ້ຢ່າງມີປະສິດທິຜົນກ່ຽວກັບແນວທາງ, ນະໂຍບາຍພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຂອງພັກ, ລັດ, ກອງທັບເພື່ອພ້ອມກັບບັນດາທ້ອງຖິ່ນ, ພະແນກ, ຄະນະ, ຂະແໜງການ, ກຳລັງຕ່າງໆເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ ແລະປ້ອງກັນຊາຍແດນຖືກຕາມພາລະບົດບາດ, ຖືກຕາມຂໍ້ກຳນົດ, ກົດລະບຽບ ແລະມີປະສິດທິຜົນ.

ພິເສດ, ພວກເຮົາໄດ້ເປັນເຈົ້າການສົມທົບກັນຢ່າງມີປະສິດທິຜົນໃນການຈັດຕັ້ງການລາດຕະເວນສອງຝ່າຍເພື່ອປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ, ການນຳເຂົ້າ-ສົ່ງອອກ, ເພີ່ມທະວີການສື່ສານ ແລະຕໍ່ສູ້ກັບອາດຊະຍາກຳຂ້າມຊາຍແດນ ແລະບັນດາບັນຫາຄວາມໝັ້ນຄົງແບບໃໝ່. ນອກຈາກນັ້ນ, ທະຫານຊາຍແດນຍາມໃດກໍ່ສວມບົດບາດສຳຄັນ, ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ແຂວງຮ່າຕິ້ງ ກັບແຂວງຄຳມ່ວນ ແລະແຂວງບໍລິຄຳໄຊ ເປີດກວ້າງການຮ່ວມມື, ເພີ່ມທະວີການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ".

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.