ທະຫານຊາຍແດນແຂວງເຊີນລາ ມອບເຂົ້າສານໃຫ້ປະເທດເພື່ອນລາວ

16:31 | 28/12/2023

ທະຫານຊາຍແດນແຂວງເຊີນລາ ມອບເຂົ້າສານໃຫ້ປະເທດເພື່ອນລາວ

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ  ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ
ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ” ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຈາກ “ຊົ່ວໂມງຮຽນຢູ່ເຂດຊາຍແດນ”

ຕອນບ່າຍວັນທີ 22 ທັນວາ, ຢູ່ດ່ານຊາຍແດນຈ່ຽງເຄືອງ, ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ມອບເຂົ້າສານ 2,8 ໂຕນ ໃຫ້ແກ່ກອງຮ້ອຍ 211, 212, 213, 214 ສັງກັດກອງບັນຊາການທະຫານແຂວງຫົວພັນ, ລາວ ແຕ່ລະກອງຮ້ອຍໄດ້ຮັບເຂົ້າໜຽວ 700 ກິໂລກຣາມ, ລວມຍອດມູນຄ່າ 50 ລ້ານດົ່ງ. ນີ້ແມ່ນກິດຈະກໍາຢ່າງທັນການ ເພື່ອຊ່ວຍຮັບປະກັນດ້ານພະລາທິການໃຫ້ບັນດາກົມກອງຂອງປະເທດເພື່ອນລາວ.

ທະຫານຊາຍແດນແຂວງເຊີນລາ ມອບເຂົ້າສານໃຫ້ປະເທດເພື່ອນລາວ

ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່ຽງເຄືອງ ສົ່ງເຂົ້າສານໄປເຖິງບັນດາກອງຮ້ອຍ 211, 212, 213 ສັງກັດກອງບັນຊາການທະຫານແຂວງຫົວພັນ, ລາວ. ພາບ: qdnd.vn

ຜູ້ຕາງໜ້າກອງບັນຊາການທະຫານແຂວງຫົວພັນ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ແລະອວຍພອນກອງບັນຊາການທະຫານຊາຍແດນແຂວງເຊີນລາ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2023), ຢືນຢັນວ່າ ຈຳນວນເຂົ້າສານນີ້, ນອກຈາກຄຸນຄ່າທາງດ້ານວັດຖຸແລ້ວ, ຍັງມີຄວາມໝາຍທາງດ້ານຈິດໃຈອັນໃຫຍ່ຫຼວງອີກດ້ວຍ, ຜ່ານນັ້ນກໍ່ເປັນການແບ່ງປັນ ແລະໜູນຊ່ວຍບັນດາກົມກອງດັ່ງກ່າວຢ່າງທັນການ. ພ້ອມທັງເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບທະຫານຊາຍແດນແຂວງເຊີນລາ ປະຕິບັດບັນດາເນື້ອໃນຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງເຂດຊາຍແດນ, ຮັກສາຄວາມສະຫງົບປອດໄພ-ຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດຊາຍແດນ; ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳປະເພດຕ່າງໆ, ສະກັດກັ້ນ ແລະຕ້ານການເຂົ້າ-ອອກເມືອງແບບຜິດກົດໝາຍ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ, ເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບແບບພິເສດ ຫວຽດນາມ - ລາວ.

ບູນມີ